1
ມາຣະໂກ 4:39-40
ພຣະຄຳພີສັກສິ
ພຄພ
ພຣະອົງຈຶ່ງຕື່ນຂຶ້ນມາ ແລະກ່າວແກ່ທະເລວ່າ, “ງຽບສະຫງົບແມ”. ແລ້ວລົມກໍເຊົາ ຟອງນໍ້າກໍສະຫງົບງຽບທົ່ວໄປ. ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ພວກສາວົກຂອງພຣະອົງວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ພວກເຈົ້າຍັງບໍ່ມີຄວາມເຊື່ອບໍ?”
Compare
Explore ມາຣະໂກ 4:39-40
2
ມາຣະໂກ 4:41
ແຕ່ພວກເພິ່ນຕົກໃຈຢ້ານຫລາຍທັງເວົ້າຕໍ່ກັນແລະກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດໜໍ? ແມ່ນແຕ່ລົມ ແລະຟອງທະເລກໍຍອມຟັງຄວາມເພິ່ນ.”
Explore ມາຣະໂກ 4:41
3
ມາຣະໂກ 4:38
ສ່ວນພຣະເຢຊູເຈົ້ານັ້ນ ນອນໝູນໝອນຫລັບຢູ່ທ້າຍເຮືອ. ສະນັ້ນ ພວກສາວົກຈຶ່ງໄປປຸກພຣະອົງວ່າ, “ອາຈານເອີຍ, ທ່ານບໍ່ເປັນຫ່ວງພວກຂ້ານ້ອຍບໍ? ພວກຂ້ານ້ອຍກຳລັງຈະຈົມນໍ້າຕາຍຢູ່ແລ້ວ.”
Explore ມາຣະໂກ 4:38
4
ມາຣະໂກ 4:24
ພຣະອົງກ່າວຕໍ່ໄປອີກວ່າ, “ຈົ່ງລະວັງໃນສິ່ງທີ່ພວກເຈົ້າໄດ້ຟັງ ພວກເຈົ້າຈະຕວງໃຫ້ຄົນອື່ນດ້ວຍເຄື່ອງຜອງຢ່າງໃດ, ພຣະເຈົ້າກໍຈະຕວງໃຫ້ກັບພວກເຈົ້າດ້ວຍເຄື່ອງຜອງຢ່າງນັ້ນ ທັງຈະຊົງເພີ່ມເຕີມໃຫ້ອີກ.
Explore ມາຣະໂກ 4:24
5
ມາຣະໂກ 4:26-27
ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ອານາຈັກຂອງພຣະເຈົ້າກໍເປັນຄືດັ່ງນີ້: ມີຄົນໜຶ່ງຫວ່ານເມັດພືດໃສ່ນາຂອງຕົນ. ເຂົານອນຫລັບໃນເວລາກາງຄືນ ແລະຕື່ນຂຶ້ນໃນເວລາກາງເວັນ ພໍດີເມັດພືດນັ້ນກໍງອກ ແລະຈະເລີນເຕີບໃຫຍ່ຂຶ້ນ ແລະເຂົາບໍ່ສາມາດເຂົ້າໃຈວ່າມັນເປັນໄປໄດ້ຢ່າງໃດ.
Explore ມາຣະໂກ 4:26-27
6
ມາຣະໂກ 4:23
ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
Explore ມາຣະໂກ 4:23
Home
Bible
Plans
Videos