ສ່ວນດວງອາທິດ ແລະດວງເດືອນກໍຈະມືດມົວໄປ
ດາວທັງຫລາຍຈະບໍ່ສ່ອງແສງຕໍ່ໄປອີກ.
ພຣະເຈົ້າຢາເວເປັ່ງສຽງຮ້ອງຈາກພູເຂົາຊີໂອນ
ສຽງພຣະອົງດັງສະໜັ່ນຈາກນະຄອນເຢຣູຊາເລັມພຸ້ນ;
ຈັກກະວານ ແລະແຜ່ນດິນໂລກກໍສັ່ນສະທ້ານຫວັ່ນໄຫວ
ແຕ່ພຣະເຈົ້າຢາເວຈະປ້ອງກັນປະຊາຊົນຂອງພຣະອົງໄວ້.