ພວກເຈົ້າປະໂຣຫິດ ຈົ່ງນຸ່ງຜ້າກະສອບເຂົ້າແລະຮ້ອງໄຫ້ສາເຖີດ
ຜູ້ຮັບໃຊ້ທີ່ແທ່ນບູຊາເອີຍ ຈົ່ງຮ້ອງໄຫ້ຄໍ່າຄວນ,
ພວກເຈົ້າຜູ້ຮັບໃຊ້ພຣະເຈົ້າຂອງເຮົາທີ່ວິຫານ ຈົ່ງມານອນໃນຜ້າກະສອບເຂົ້າທັງຄືນ,
ເພາະບໍ່ມີເຂົ້າ, ເຫຼົ້າອະງຸ່ນຖວາຍແກ່ພຣະເຈົ້າຂອງພວກເຈົ້າ.