1
ເຮັບເຣີ 6:19
ພຣະຄຳພີສັກສິ
ພຄພ
ຄວາມຫວັງທີ່ພວກເຮົາຢຶດຖືນັ້ນ ເປັນສະໝໍທີ່ແທ້ຈິງອັນໝັ້ນຄົງຂອງຈິດໃຈ ຄວາມຫວັງນັ້ນນຳໄປສູ່ບ່ອນສັກສິດທີ່ສຸດຢູ່ເບື້ອງຫລັງຜ້າກັ້ງ
Compare
Explore ເຮັບເຣີ 6:19
2
ເຮັບເຣີ 6:10
ເພາະວ່າ ພຣະເຈົ້າບໍ່ໄດ້ຊົງອະຍຸດຕິທຳ ຊຶ່ງຈະຊົງລືມການງານທີ່ພວກເຈົ້າໄດ້ເຮັດ ແລະຄວາມຮັກທີ່ພວກເຈົ້າໄດ້ສະແດງຕໍ່ພຣະນາມຂອງພຣະອົງ ຄືການຮັບໃຊ້ໄພ່ພົນຂອງພຣະອົງ ເໝືອນດັ່ງພວກເຈົ້າຍັງຮັບໃຊ້ຢູ່.
Explore ເຮັບເຣີ 6:10
3
ເຮັບເຣີ 6:18
ເພື່ອວ່າໂດຍສອງປະການທີ່ປ່ຽນແປງບໍ່ໄດ້ (ເພາະພຣະເຈົ້າຈະກ່າວຄຳຕົວະບໍ່ໄດ້) ເຮົາ ຜູ້ທີ່ໄດ້ໜີໄພຮ້ອນໄປເພີ່ງເຢັນ ຈຶ່ງໄດ້ຮັບຄວາມຊູໃຈອັນແຮງກ້າ ໃນການທີ່ຈະຢຶດຖືຄວາມຫວັງ ຊຶ່ງມີຢູ່ຕໍ່ໜ້າເຮົານັ້ນ.
Explore ເຮັບເຣີ 6:18
4
ເຮັບເຣີ 6:1
ດ້ວຍເຫດນັ້ນ ໃຫ້ພວກເຮົາປະຫລັກທຳເບື້ອງຕົ້ນກ່ຽວກັບພຣະຄຣິດໄວ້ ແລະກ້າວໜ້າໄປສູ່ຄວາມເປັນຜູ້ໃຫຍ່ແລ້ວ ຢ່າເອົາສິ່ງເຫຼົ່ານີ້ມາວາງເປັນຮາກຖານຊໍ້າອີກ ຄືການກັບໃຈໃໝ່ຈາກການກະທຳທີ່ນຳໄປສູ່ຄວາມຕາຍ ຄວາມເຊື່ອໃນພຣະເຈົ້າ
Explore ເຮັບເຣີ 6:1
Home
Bible
Plans
Videos