ເຖິງແມ່ນວ່າຂະນະນີ້ ເຈົ້າທັງຫລາຍຄວນຈະເປັນຄູໄດ້ແຕ່ດົນແລ້ວກໍດີ ແຕ່ພວກເຈົ້າກໍຍັງຕ້ອງການໃຫ້ຄົນອື່ນສອນຫລັກທຳເບື້ອງຕົ້ນ ແຫ່ງພຣະທຳຂອງພຣະເຈົ້າແກ່ພວກເຈົ້າອີກ. ເຈົ້າທັງຫລາຍກັບກາຍເປັນຄົນຕ້ອງການນໍ້ານົມບໍ່ແມ່ນອາຫານແຂງ.
ດ້ວຍວ່າ, ທຸກຄົນທີ່ຍັງກິນນໍ້ານົມຢູ່ນັ້ນ ຍັງບໍ່ຊຳນານໃນເລື່ອງສິນທຳ ເພາະເຂົາຍັງເປັນເດັກນ້ອຍຢູ່.