ໃນອະດີດຕະການນັ້ນ ພຣະເຈົ້າຊົງກ່າວແກ່ບັນພະບຸລຸດຂອງພວກເຮົາຫລາຍເທື່ອດ້ວຍວິທີຕ່າງໆ ໂດຍທາງບັນດາຜູ້ທຳນວາຍ, ແຕ່ໃນຍຸກສຸດທ້າຍນີ້ ພຣະອົງໄດ້ຊົງກ່າວແກ່ເຮົາທັງຫລາຍທາງພຣະບຸດ ຜູ້ຊຶ່ງພຣະອົງໄດ້ຊົງຕັ້ງໃຫ້ເປັນຜູ້ຮັບສັບພະທຸກສິ່ງທັງປວງເປັນມໍຣະດົກ ແລະດ້ວຍພຣະບຸດນັ້ນພຣະອົງໄດ້ຊົງສ້າງໂລກທັງຫລາຍ.