YouVersion Logo
Search Icon

Popular Bible Verses from ປະຖົມມະການ 6

ເມື່ອ​ມະນຸດ​ໄດ້​ເພີ່ມ​ທະວີ​ຫລາຍ​ຂຶ້ນ​ຢູ່​ໃນ​ທົ່ວ​ແຜ່ນດິນ​ໂລກ ແລະ​ພວກ​ລູກ​ຍິງ​ກໍໄດ້​ເກີດ​ມາ, ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ເຫັນ​ວ່າ​ຍິງ​ສາວ​ເຫຼົ່ານີ້​ງາມ​ຫລາຍ. ສະນັ້ນ ຈຶ່ງ​ພາກັນ​ຫາ​ເລືອກ​ເອົາ​ເປັນ​ເມຍ​ຕາມ​ໃຈ​ມັກ. ເມື່ອ​ພຣະເຈົ້າຢາເວ​ເຫັນ​ດັ່ງນັ້ນ ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​ມະນຸດ​ມີ​ຊີວິດ​ຢູ່​ຕະຫລອດໄປ ເພາະ​ພວກເຂົາ​ເປັນ​ມະນຸດ​ທີ່​ຕ້ອງ​ຕາຍ, ແຕ່​ບັດນີ້​ໄປ ພວກເຂົາ​ຈະ​ມີ​ອາຍຸ​ບໍ່​ເກີນ 120 ປີ.” ໃນ​ສະໄໝ​ນັ້ນ ແລະ​ທັງ​ສະໄໝ​ຕໍ່ມາ ມີ​ຄົນ​ຮູບຮ່າງ​ໃຫຍ່​ທີ່​ເທິງ​ແຜ່ນດິນ​ໂລກ. ຄົນ​ພວກ​ນີ້​ເກີດ​ຈາກ​ຜູ້ຍິງ​ກັບ​ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ. ພວກເຂົາ​ເປັນ​ຄົນ​ເກັ່ງກ້າ​ສາມາດ​ຫລາຍ ແລະ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ດີ​ໃນ​ສະໄໝ​ບູຮານ.

Free Reading Plans and Devotionals related to ປະຖົມມະການ 6

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy