ກິດຈະການແຫ່ງສັນດານມະນຸດກໍປາກົດແຈ້ງດັ່ງນີ້: ຄືການຫລິ້ນຊູ້, ຄວາມບໍ່ສະອາດ, ຄວາມປະພຶດຊົ່ວຮ້າຍ, ການຂາບໄຫວ້ຮູບເຄົາຣົບ, ການເຊື່ອເວດມົນຄາຖາ, ການເປັນສັດຕູກັນ, ການວິວາດຜິດຖຽງກັນ, ການເຫິງສາກັນ, ການຄຽດແຄ້ນກັນ ແລະ ການມັກໃຫຍ່ໃຝ່ສູງຕໍ່ກັນ, ການແຕກແຍກກັນ, ການຖືພັກຖືພວກ, ການອິດສາກັນ, ການເສບສຸຣາຢາເມົາ, ການກິນລ້ຽງແບບຊົ່ວຊ້າ ແລະ ການອື່ນໆອີກ ໃນທຳນອງດຽວກັນນີ້ ເຮົາຂໍເຕືອນພວກເຈົ້າດັ່ງທີ່ເຄີຍເຕືອນມາແລ້ວວ່າ, ຄົນທີ່ເຮັດສິ່ງເຫຼົ່ານີ້ ຈະບໍ່ມີສ່ວນໃນຣາຊອານາຈັກຂອງພຣະເຈົ້າ.