ເຈົ້າຈົ່ງສັ່ງສອນພວກເຂົາໃຫ້ຮູ້ຂໍ້ຄຳສັ່ງຂອງພຣະເຈົ້າ ແລະອະທິບາຍສູ່ພວກເຂົາຟັງວ່າ ຄວນດຳເນີນຊີວິດຢ່າງໃດແລະຄວນປະຕິບັດຫຍັງແດ່. ແຕ່ນອກຈາກນີ້ ເຈົ້າຄວນເລືອກເຟັ້ນເອົາຄົນທີ່ມີຄວາມສາມາດບາງຄົນໃນທ່າມກາງປະຊາຊົນທັງໝົດ ແລະແຕ່ງຕັ້ງພວກເຂົາໃຫ້ເປັນຜູ້ປົກຄອງໜຶ່ງພັນຄົນ, ໜຶ່ງຮ້ອຍຄົນ, ຫ້າສິບຄົນ ແລະສິບຄົນ. ພວກຜູ້ປົກຄອງນັ້ນຈະຕ້ອງເປັນຄົນຢຳເກງພຣະເຈົ້າ ທັງໄວ້ວາງໃຈໄດ້ແລະບໍ່ກິນສິນບົນ.