ເມື່ອກະສັດຟາໂຣແຫ່ງເອຢິບໄດ້ປ່ອຍປະຊາຊົນອິດສະຣາເອນໄປນັ້ນ ພຣະເຈົ້າບໍ່ໄດ້ນຳພາພວກເຂົາຂຶ້ນໄປທາງດິນແດນຟີລິດສະຕິນ ເຖິງແມ່ນວ່າທາງນັ້ນຈະເປັນທາງໃກ້ກໍຕາມ. ພຣະເຈົ້າຄິດໃນໃຈວ່າ, “ເຮົາບໍ່ຕ້ອງການໃຫ້ປະຊາຊົນຄິດປ່ຽນໃຈກັບຄືນໄປທີ່ປະເທດເອຢິບ ເມື່ອພວກເຂົາເຫັນວ່າພວກເຂົາຕ້ອງເຮັດເສິກ.”