ທະຫານບາງຄົນຂອງລາວຈະເຮັດໃຫ້ພຣະວິຫານເສຍຄວາມສັກສິດ. ພວກເຂົາຈະໃຫ້ເລີກການເຜົາບູຊາປະຈຳວັນ ແລະຕັ້ງສິ່ງແປກປະຫລາດອັນໜ້າຢ້ານຂຶ້ນ. ຝ່າຍກະສັດຈະໃຊ້ກົນອຸບາຍ ເອົາຊະນະຄົນອື່ນໆທີ່ປະຖິ້ມພັນທະສັນຍາຂອງຕົນແລ້ວ, ແຕ່ພວກທີ່ບົວລະບັດພຣະເຈົ້າກໍຈະຕໍ່ສູ້ຄືນ.