ແລ້ວພຣະເຈົ້າຢາເວກໍຖາມຂ້າພະເຈົ້າວ່າ, “ອາໂມດເອີຍ ເຈົ້າເຫັນຫຍັງແດ່?”
ຂ້າພະເຈົ້າຕອບວ່າ, “ເຫັນສາຍລູກດິ່ງ.”
ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວວ່າ, “ຈົ່ງເບິ່ງນີ້ແມ. ເຮົາກຳລັງໃຊ້ສາຍລູກດິ່ງນີ້ໃນທ່າມກາງປະຊາຊົນອິດສະຣາເອນຂອງເຮົາ. ເຮົາຈະບໍ່ປ່ຽນໃຈໃນການລົງໂທດພວກເຂົາ.