ພຣະອົງໄດ້ສ້າງໜ່ວຍພູທັງຫລາຍ
ແລະໄດ້ບັນດານໃຫ້ລົມພັດມາດ້ວຍ.
ພຣະອົງໄດ້ໃຫ້ມະນຸດຮູ້ຄວາມຄິດຂອງພຣະອົງ
ພຣະອົງປ່ຽນແປງກາງເວັນໃຫ້ເປັນກາງຄືນໄດ້.
ພຣະອົງດຳເນີນການຢູ່ເໜືອແຜ່ນດິນໂລກເຮົາ
ພຣະນາມຂອງພຣະອົງຄື ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່.