ພຣະເຈົ້າຈະເຮັດສິ່ງທີ່ຍຸດຕິທຳ ຄືພຣະອົງຈະນຳເອົາຄວາມທົນທຸກໄປສູ່ຜູ້ທີ່ເຮັດໃຫ້ພວກເຈົ້າຖືກທົນທຸກ, ແລະພຣະອົງຈະໃຫ້ພວກເຈົ້າ ຜູ້ທີ່ຖືກຄວາມຍາກລຳບາກ ໄດ້ຮັບຄວາມບັນເທົາທຸກຮ່ວມກັບພວກເຮົາດ້ວຍ. ເມື່ອອົງພຣະເຢຊູເຈົ້າຈະຊົງສະເດັດມາປາກົດຈາກສະຫວັນ ໃນແປວໄຟອັນຮ້ອນກ້າພ້ອມດ້ວຍຝູງເທວະດາຕົນມີຣິດຂອງພຣະອົງ