1
1 ຕີໂມທຽວ 4:12
ພຣະຄຳພີສັກສິ
ພຄພ
ຢ່າໃຫ້ຜູ້ໃດໝິ່ນປະໝາດຄວາມໜຸ່ມຂອງເຈົ້າ, ແຕ່ຈົ່ງເປັນແບບຢ່າງໃຫ້ຄົນທີ່ເຊື່ອທັງຫລາຍ ໃນທາງກິຣິຍາແລະວາຈາ ໃນຄວາມຮັກ ໃນຄວາມເຊື່ອ ແລະໃນຄວາມບໍຣິສຸດຂອງເຈົ້າ.
Compare
Explore 1 ຕີໂມທຽວ 4:12
2
1 ຕີໂມທຽວ 4:8
ການຝຶກຝົນທາງກາຍນັ້ນ ມີປະໂຫຍດບາງຢ່າງ ແຕ່ການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນ ມີປະໂຫຍດທຸກຢ່າງ ເພາະໄດ້ຮັບພຣະສັນຍາອັນປະເສີດສຳລັບຊີວິດໃນປະຈຸບັນ ແລະໃນອະນາຄົດອີກດ້ວຍ.
Explore 1 ຕີໂມທຽວ 4:8
3
1 ຕີໂມທຽວ 4:16
ຈົ່ງລະວັງຕົວຂອງເຈົ້າ ແລະຄຳສັ່ງສອນຂອງເຈົ້າດ້ວຍ. ຈົ່ງສືບຕໍ່ດຳເນີນການເຫຼົ່ານີ້ ເພາະຖ້າເຈົ້າປະຕິບັດຢ່າງນີ້ ເຈົ້າກໍຈະຊ່ວຍເຈົ້າເອງແລະທຸກຄົນ ຜູ້ທີ່ຟັງເຈົ້າໃຫ້ພົ້ນ.
Explore 1 ຕີໂມທຽວ 4:16
4
1 ຕີໂມທຽວ 4:1
ພຣະວິນຍານກ່າວໄວ້ຢ່າງຈະແຈ້ງວ່າ ໃນຍຸກສຸດທ້າຍຈະມີບາງຄົນປະຖິ້ມຄວາມເຊື່ອ ພວກເຂົາຈະເຊື່ອຟັງບັນດາດວງວິນຍານຜີຊົ່ວຮ້າຍທີ່ຫລອກລວງມະນຸດ ແລະຄຳສັ່ງສອນຂອງພວກຜີມານຮ້າຍ.
Explore 1 ຕີໂມທຽວ 4:1
5
1 ຕີໂມທຽວ 4:7
ແຕ່ຈົ່ງຫລີກເວັ້ນຈາກນິຍາຍອັນໂງ່ງ່າວຕ່າງໆ ຊຶ່ງຂັດກັບຄວາມເຊື່ອ ຈົ່ງຝຶກຝົນຕົນເອງໃຫ້ດຳເນີນຊີວິດໃນຄວາມຢຳເກງພຣະເຈົ້າ.
Explore 1 ຕີໂມທຽວ 4:7
6
1 ຕີໂມທຽວ 4:13
ຈົ່ງຕັ້ງໃຈດ້ວຍຄວາມພຽນພະຍາຍາມຂອງເຈົ້າ ໃນການອ່ານພຣະຄຳຂອງພຣະເຈົ້າໃນທີ່ນະມັດສະການ ແລະການເທດສະໜາກັບການສັ່ງສອນ ຈົນກວ່າເຮົາຈະມາ.
Explore 1 ຕີໂມທຽວ 4:13
Home
Bible
Plans
Videos