1
1 ເທສະໂລນິກ 5:16-18
ພຣະຄຳພີສັກສິ
ພຄພ
ຈົ່ງຊົມຊື່ນຍິນດີຢູ່ສະເໝີ, ຈົ່ງພາວັນນາອະທິຖານຢູ່ທຸກເວລາ, ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າໃນທຸກສິ່ງ ເພາະນີ້ແຫຼະ ແມ່ນສິ່ງທີ່ພຣະເຈົ້າພໍພຣະໄທ ຊຶ່ງປາກົດໃນພຣະເຢຊູຄຣິດເຈົ້າ ສຳລັບເຈົ້າທັງຫຼາຍ.
Compare
Explore 1 ເທສະໂລນິກ 5:16-18
2
1 ເທສະໂລນິກ 5:23-24
ຂໍພຣະເຈົ້າຜູ້ໂຜດໃຫ້ສັນຕິສຸກ ຊົງຊຳລະພວກເຈົ້າໃຫ້ເປັນຄົນບໍຣິສຸດຮຽບຮ້ອຍໃນທຸກດ້ານ ແລະຊົງຮັກສາທັງຈິດວິນຍານ ຈິດໃຈ ແລະຮ່າງກາຍຂອງພວກເຮົາ ໃຫ້ປາສະຈາກຄວາມຜິດໃດໆ ຈົນເຖິງວັນທີ່ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາສະເດັດມາປາກົດ. ພຣະອົງຜູ້ຊົງເອີ້ນເອົາເຈົ້າທັງຫລາຍນັ້ນກໍທ່ຽງທຳ ພຣະອົງນັ້ນແຫຼະ ຈະຊົງດຳເນີນງານ.
Explore 1 ເທສະໂລນິກ 5:23-24
3
1 ເທສະໂລນິກ 5:15
ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດເຮັດຄວາມຊົ່ວຕອບແທນຄວາມຊົ່ວ ແຕ່ໃຫ້ສະແຫວງຫາທາງເຮັດຄວາມດີຕໍ່ກັນແລະກັນສະເໝີ ແລະແກ່ທຸກຄົນດ້ວຍ.
Explore 1 ເທສະໂລນິກ 5:15
4
1 ເທສະໂລນິກ 5:11
ເພາະສະນັ້ນ ຈົ່ງຊູກຳລັງໃຈຊຶ່ງກັນແລະກັນ ແລະຈົ່ງຊ່ວຍເຫລືອກັນໃຫ້ຈະເລີນຂຶ້ນ ຕາມທີ່ພວກເຈົ້າເຮັດຢູ່ນັ້ນ.
Explore 1 ເທສະໂລນິກ 5:11
5
1 ເທສະໂລນິກ 5:14
ພີ່ນ້ອງທັງຫລາຍເອີຍ ພວກເຮົາຮ້ອງຂໍພວກເຈົ້າຕື່ມອີກ ຄືຈົ່ງຕັກເຕືອນຜູ້ທີ່ບໍ່ຢູ່ໃນລະບຽບ, ຈົ່ງໜູນໃຈຜູ້ທີ່ນ້ອຍໃຈ, ຈົ່ງຊ່ວຍເຫຼືອຜູ້ທີ່ອ່ອນແຮງ ແລະຈົ່ງອົດທົນຕໍ່ທຸກໆຄົນ.
Explore 1 ເທສະໂລນິກ 5:14
6
1 ເທສະໂລນິກ 5:9
ເພາະວ່າ ພຣະເຈົ້າບໍ່ໄດ້ເລືອກພວກເຮົາໄວ້ສຳລັບຄວາມໂກດຮ້າຍຂອງພຣະອົງ ແຕ່ເພື່ອໃຫ້ໄດ້ຮັບຄວາມພົ້ນໂດຍທາງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ
Explore 1 ເທສະໂລນິກ 5:9
7
1 ເທສະໂລນິກ 5:5
ເພາະວ່າພວກເຈົ້າທຸກຄົນເປັນລູກຂອງຄວາມສະຫວ່າງ ເປັນລູກຂອງກາງເວັນ ພວກເຮົາບໍ່ເປັນຝ່າຍກາງຄືນ ຫລືຝ່າຍຄວາມມືດ.
Explore 1 ເທສະໂລນິກ 5:5
Home
Bible
Plans
Videos