1
ໂຢຮັນ 3:16
ພຣະຄຳພີລາວສະບັບສະໄໝໃໝ່
LCV
ເພາະພຣະເຈົ້າຮັກໂລກຈົນໄດ້ມອບພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.
ஒப்பீடு
ໂຢຮັນ 3:16 ஆராயுங்கள்
2
ໂຢຮັນ 3:17
ເພາະວ່າພຣະເຈົ້າບໍ່ໄດ້ໃຊ້ພຣະບຸດຂອງພຣະອົງເຂົ້າມາໃນໂລກເພື່ອຕັດສິນລົງໂທດໂລກ ແຕ່ເພື່ອຊ່ວຍໂລກໃຫ້ລອດພົ້ນໂດຍທາງພຣະບຸດນັ້ນ.
ໂຢຮັນ 3:17 ஆராயுங்கள்
3
ໂຢຮັນ 3:3
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ບໍ່ມີຜູ້ໃດສາມາດເຫັນອານາຈັກຂອງພຣະເຈົ້າໄດ້ ຖ້າພວກເຂົາບໍ່ບັງເກີດໃໝ່”.
ໂຢຮັນ 3:3 ஆராயுங்கள்
4
ໂຢຮັນ 3:18
ຜູ້ໃດທີ່ເຊື່ອໃນພຣະອົງກໍບໍ່ຖືກພິພາກສາ ແຕ່ຜູ້ໃດທີ່ບໍ່ເຊື່ອກໍຖືກພິພາກສາຢູ່ແລ້ວ ເພາະພວກເຂົາບໍ່ເຊື່ອໃນນາມຂອງພຣະບຸດອົງດຽວຂອງພຣະເຈົ້າ.
ໂຢຮັນ 3:18 ஆராயுங்கள்
5
ໂຢຮັນ 3:19
ຄຳຕັດສິນເປັນດັ່ງນີ້ຄື ຄວາມສະຫວ່າງໄດ້ເຂົ້າມາໃນໂລກ, ແຕ່ມະນຸດຮັກຄວາມມືດແທນທີ່ຈະຮັກຄວາມສະຫວ່າງ ເພາະການກະທຳຂອງພວກເຂົາຊົ່ວຮ້າຍ.
ໂຢຮັນ 3:19 ஆராயுங்கள்
6
ໂຢຮັນ 3:30
ພຣະອົງຈະຕ້ອງໃຫຍ່ຂຶ້ນ ແຕ່ເຮົາຈະຕ້ອງນ້ອຍລົງ”.
ໂຢຮັນ 3:30 ஆராயுங்கள்
7
ໂຢຮັນ 3:20
ທຸກຄົນທີ່ເຮັດຊົ່ວກໍກຽດຊັງຄວາມສະຫວ່າງ ແລະ ຈະບໍ່ເຂົ້າມາໃນຄວາມສະຫວ່າງເພາະຢ້ານວ່າການກະທຳຂອງຕົນຈະຖືກເປີດເຜີຍ.
ໂຢຮັນ 3:20 ஆராயுங்கள்
8
ໂຢຮັນ 3:36
ຜູ້ໃດທີ່ເຊື່ອໃນພຣະບຸດກໍມີຊີວິດນິລັນດອນ, ແຕ່ຜູ້ໃດທີ່ບໍ່ຍອມຮັບພຣະບຸດກໍຈະບໍ່ໄດ້ຊີວິດນິລັນດອນ, ເພາະຄວາມໂກດຮ້າຍຂອງພຣະເຈົ້າຍັງຢູ່ກັບພວກເຂົາ.
ໂຢຮັນ 3:36 ஆராயுங்கள்
9
ໂຢຮັນ 3:14
ໂມເຊຍົກງູຂຶ້ນໃນຖິ່ນແຫ້ງແລ້ງກັນດານຢ່າງໃດ, ບຸດມະນຸດກໍຕ້ອງຖືກຍົກຂຶ້ນຢ່າງນັ້ນ
ໂຢຮັນ 3:14 ஆராயுங்கள்
10
ໂຢຮັນ 3:35
ພຣະບິດາຮັກພຣະບຸດ ແລະ ມອບທຸກສິ່ງໄວ້ໃນມືຂອງພຣະບຸດ.
ໂຢຮັນ 3:35 ஆராயுங்கள்
முகப்பு
வேதாகமம்
வாசிப்புத் திட்டங்கள்
காணொளிகள்