ປະຖົມມະການ 43
43
ພວກອ້າຍໂຢເຊັບກັບໄປທີ່ເອຢິບພ້ອມເບັນຢາມິນ
1ຄວາມອຶດຢາກໃນການາອານຮ້າຍແຮງໜັກຂຶ້ນ 2ແລະເມື່ອຄອບຄົວຂອງຢາໂຄບກິນເຂົ້າທີ່ໄດ້ຊື້ມາແຕ່ປະເທດເອຢິບໝົດແລ້ວ ຢາໂຄບຈຶ່ງເວົ້າກັບພວກລູກຊາຍວ່າ, “ຈົ່ງກັບຄືນໄປຊື້ອາຫານຕື່ມອີກເລັກນ້ອຍສຳລັບພວກເຮົາແມ.”
3ຢູດາຕອບວ່າ, “ຜູ້ປົກຄອງເອຢິບໄດ້ເວົ້າກັບພວກເຮົາຢ່າງເດັດຂາດແລ້ວວ່າ ຢ່າໄປໃຫ້ເພິ່ນເຫັນໜ້າ ຈົນກວ່າພວກເຮົາຈະນຳນ້ອງຊາຍຫລ້າໄປດ້ວຍ. 4ຖ້າພໍ່ຍອມໃຫ້ນ້ອງຊາຍຫລ້າໄປກັບພວກເຮົາ ພວກເຮົາກໍຈະໄປຊື້ເຂົ້າໃຫ້ພໍ່. 5ຖ້າພໍ່ບໍ່ຍອມ ພວກເຮົາກໍຈະບໍ່ໄປ ເພາະເພິ່ນເວົ້າກັບພວກເຮົາວ່າ ຢ່າມາໃຫ້ເຫັນໜ້າ ຈົນກວ່າພວກເຮົາຈະພານ້ອງຊາຍຂອງພວກເຮົາໄປດ້ວຍ.”
6ຢາໂຄບເວົ້າວ່າ, “ເປັນຫຍັງພວກເຈົ້າຈຶ່ງເຮັດເລື່ອງຫຍຸ້ງຍາກໃຫ້ຂ້ອຍຫລາຍແທ້ ເປັນຫຍັງຈຶ່ງບອກເພິ່ນວ່າ ພວກເຈົ້າມີນ້ອງຊາຍຢູ່ອີກຜູ້ໜຶ່ງ.”
7ພວກເຂົາຕອບວ່າ, “ຊາຍຄົນນັ້ນຖາມພວກເຮົາ ແລະຖາມເຖິງຄອບຄົວຂອງພວກເຮົາວ່າ, ‘ພໍ່ຂອງພວກເຈົ້າຍັງມີຊີວິດຢູ່ບໍ? ພວກເຈົ້າມີນ້ອງຊາຍບໍ?’ ພວກເຮົາກໍຕ້ອງຕອບຄຳຖາມຂອງເພິ່ນຕາມນັ້ນ. ພວກເຮົາຈະຮູ້ໄດ້ແນວໃດວ່າ ເພິ່ນຈະບອກໃຫ້ພານ້ອງຊາຍໄປຫາເພິ່ນ.”
8ຢູດາເວົ້າກັບອິດສະຣາເອນພໍ່ຂອງຕົນວ່າ, “ໃຫ້ນ້ອງຊາຍໄປກັບເຮົາສາ ແລະພວກເຮົາຈະຮີບອອກເດີນທາງ. ແລ້ວພວກເຮົາກໍຈະບໍ່ໄດ້ອຶດຕາຍລວມທັງພໍ່ ແລະພວກລູກນ້ອຍຂອງພວກເຮົາດ້ວຍ. 9ລູກຈະຍອມອຸທິດຊີວິດເພື່ອລາວເອງ ໃຫ້ພໍ່ມອບຄວາມຮັບຜິດຊອບໃຫ້ລູກໂລດ. ຖ້າລູກບໍ່ນຳລາວກັບຄືນມາໄດ້ຢ່າງປອດໄພ ລູກຈະຍອມເປັນຜູ້ຮັບຜິດຊອບຕໍ່ພໍ່ຕະຫລອດຊີວິດ. 10ຖ້າພວກເຮົາບໍ່ຊັກຊ້າຢູ່ຢ່າງນີ້ ປານນີ້ ພວກເຮົາຄົງຈະໄປແລະກັບມາເປັນຖ້ຽວທີສອງແລ້ວ.”
11ພໍ່ຂອງພວກເຂົາຈຶ່ງເວົ້າວ່າ, “ຖ້າດັ່ງນັ້ນ ໃຫ້ເຮັດຢ່າງນີ້: ໃຫ້ເອົາໝາກໄມ້ຢ່າງດີທີ່ສຸດທີ່ມີໃນດິນແດນຂອງເຮົາ ໃສ່ຖົງເຂົ້າໄປຕ້ອນຜູ້ປົກຄອງຄົນນັ້ນ ເຊັ່ນ: ກຳຍານ, ນໍ້າເຜິ້ງ, ໝາກກໍ່, ເຄື່ອງເທດ ແລະໝາກບົກ. 12ຈົ່ງຖືເງິນໄປນຳສອງເທົ່າ ເພາະພວກເຈົ້າຈະຕ້ອງເອົາເງິນທີ່ໄດ້ພົບໃນຖົງເຂົ້ານັ້ນສົ່ງຄືນ. ບາງທີອາດເປັນການຫລົງລືມກໍໄດ້. 13ພານ້ອງຊາຍຂອງເຈົ້າອອກເດີນທາງໄປສາ. 14ຂໍໃຫ້ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ດົນບັນດານໃຫ້ຊາຍຜູ້ນັ້ນ ມີຄວາມເມດຕາຕໍ່ພວກເຈົ້າ ເພື່ອວ່າເພິ່ນຈະປ່ອຍຊີເມໂອນ ແລະເບັນຢາມິນໃຫ້ກັບຄືນມາ. ສຳລັບພໍ່ແລ້ວ ຖ້າວ່າຈະສູນເສຍລູກທັງສອງກໍຕ້ອງຈຳເປັນ.”
15ດັ່ງນັ້ນ ພວກລູກຊາຍຂອງຢາໂຄບຈຶ່ງນຳຂອງຕ້ອນແລະເງິນສອງເທົ່າ ພ້ອມກັບເບັນຢາມິນ ອອກເດີນທາງໄປສູ່ປະເທດເອຢິບ. ເມື່ອໄປຮອດ ພວກເຂົາກໍເຂົ້າໄປຫາໂຢເຊັບ. 16ພໍເມື່ອໂຢເຊັບເຫັນເບັນຢາມິນມາກັບພວກເຂົາ ເພິ່ນຈຶ່ງສັ່ງຄົນຮັບໃຊ້ຜູ້ຮັບຜິດຊອບໃນເຮືອນຂອງຕົນວ່າ, “ຈົ່ງພາຄົນເຫຼົ່ານີ້ໄປໃນເຮືອນຂອງຂ້ອຍ ເພາະໃນຕອນທ່ຽງ ຄົນເຫຼົ່ານີ້ຈະກິນເຂົ້ານຳຂ້ອຍ. ສະນັ້ນ ຈົ່ງໄປຂ້າສັດແລະຈັດແຈງອາຫານໄວ້ເດີ.” 17ຄົນຮັບໃຊ້ກໍເຮັດຕາມທີ່ໂຢເຊັບໄດ້ສັ່ງນັ້ນ ແລະລາວໄດ້ພາພວກເຂົາໄປທີ່ເຮືອນຂອງເພິ່ນ.
18ເມື່ອຄົນຮັບໃຊ້ນຳພວກເຂົາມາຮອດເຮືອນຂອງໂຢເຊັບພວກເຂົາກໍຢ້ານຫລາຍ ແລະຄິດວ່າ, “ລາວພາພວກເຮົາມາທີ່ນີ້ ເພາະເງິນທີ່ພວກເຮົາໄດ້ພົບຢູ່ໃນຖົງເຂົ້າຄາວທີ່ມາຖ້ຽວທຳອິດນັ້ນແຫຼະ. ເຂົາຈະຕ້ອງຂ້ຽນພວກເຮົາ, ຢຶດເອົາລໍທັງໝົດຂອງພວກເຮົາ ແລະເອົາພວກເຮົາໄປເປັນທາດ.” 19ດັ່ງນັ້ນ ເມື່ອມາຮອດປະຕູເຮືອນຂອງໂຢເຊັບ ພວກເຂົາຈຶ່ງເວົ້າກັບຄົນຮັບໃຊ້ຜູ້ຮັບຜິດຊອບນັ້ນວ່າ, 20“ທ່ານເອີຍ ຂໍໄດ້ໂຜດກະລຸນາເທີ້ນ ເມື່ອຄາວທີ່ພວກຂ້ານ້ອຍໄດ້ມາຊື້ອາຫານຖ້ຽວກ່ອນນັ້ນ. 21ເມື່ອເດີນທາງກັບຄືນ ພໍຫາທີ່ພັກໄດ້ ພວກຂ້ານ້ອຍຈຶ່ງໄຂຖົງເຂົ້າ ແລະແຕ່ລະຄົນກໍພົບເງິນທີ່ໄດ້ຈ່າຍຄ່າຊື້ເຂົ້າຄົບຕາມຈຳນວນເດີມ; ພວກຂ້ານ້ອຍຈຶ່ງເອົາມາສົ່ງຄືນໃຫ້ທ່ານ. ພວກຂ້ານ້ອຍບໍ່ຮູ້ວ່າ ແມ່ນຜູ້ໃດເອົາເງິນນັ້ນມາໃສ່ໄວ້ໃນຖົງເຂົ້າ. 22ເທື່ອນີ້ ພວກຂ້ານ້ອຍຖືເງິນມານຳຫລາຍສົມຄວນເພື່ອຂໍຊື້ເຂົ້າອີກ.”
23ຄົນຮັບໃຊ້ຈຶ່ງເວົ້າວ່າ, “ຢ່າອຸກໃຈແລະຢ້ານກົວເລີຍ. ພຣະເຈົ້າຂອງພວກເຈົ້າ ແລະພຣະເຈົ້າຂອງພໍ່ພວກເຈົ້າໄດ້ເອົາເງິນນີ້ໃສ່ໃນຖົງເຂົ້າໃຫ້ພວກເຈົ້າ. ເງິນທີ່ພວກເຈົ້າໄດ້ຈ່າຍນັ້ນ ຂ້ອຍໄດ້ຮັບຮຽບຮ້ອຍແລ້ວ.” ແລ້ວຄົນຮັບໃຊ້ກໍນຳຊີເມໂອນອອກມາຫາພວກເຂົາ.
24ຄົນຮັບໃຊ້ພາພວກອ້າຍນ້ອງຂອງໂຢເຊັບເຂົ້າໄປໃນເຮືອນ. ລາວເອົານໍ້າໃຫ້ພວກເຂົາລ້າງຕີນ ແລະເອົາເຟືອງໃຫ້ລໍຂອງພວກເຂົາກິນ. 25ສ່ວນພວກເຂົາກໍຕຽມເອົາຂອງຕ້ອນໄວ້ ເພື່ອມອບໃຫ້ແກ່ໂຢເຊັບໃນຕອນທ່ຽງ ເພາະພວກເຂົາຮູ້ວ່າເພິ່ນຈະມາກິນເຂົ້າຮ່ວມກັບພວກຕົນທີ່ບ້ານ. 26ເມື່ອໂຢເຊັບກັບມາເຮືອນ ພວກເຂົາກໍເອົາຂອງຕ້ອນເຂົ້າໄປມອບໃຫ້ໂຢເຊັບ ແລະຂາບລົງຕໍ່ໜ້າເພິ່ນ. 27ໂຢເຊັບໄດ້ຖາມເຖິງຄວາມສຸກທຸກຂອງພວກເຂົາ ແລະຖາມວ່າ, “ພວກເຈົ້າໄດ້ເວົ້າສູ່ຂ້ອຍຟັງເລື່ອງພໍ່ຂອງພວກເຈົ້າທີ່ເຖົ້າແກ່ແລ້ວນັ້ນ, ດຽວນີ້ ເພິ່ນເປັນຢ່າງໃດ? ເພິ່ນຍັງມີຊີວິດຢູ່ແລະສະບາຍດີບໍ?”
28ພວກເຂົາຕອບວ່າ, “ພໍ່ຂອງພວກຂ້ານ້ອຍຜູ້ຮັບໃຊ້ທີ່ສັດຊື່ຕໍ່ທ່ານ ຍັງມີຊີວິດຢູ່ແລະຍັງສະບາຍດີ.” ແລ້ວພວກເຂົາກໍຂາບລົງດິນຕໍ່ໜ້າໂຢເຊັບ.
29ເມື່ອໂຢເຊັບເຫັນເບັນຢາມິນນ້ອງຊາຍຄີງໆຂອງຕົນ ເພິ່ນກໍເວົ້າວ່າ, “ຊາຍຄົນນີ້ຄົງເປັນນ້ອງຊາຍຫລ້າຂອງພວກເຈົ້າ ທີ່ພວກເຈົ້າໄດ້ເວົ້າສູ່ຂ້ອຍຟັງເມື່ອມາຄັ້ງກ່ອນແມ່ນບໍ? ນ້ອງເອີຍ ຂໍພຣະເຈົ້າຈົ່ງອວຍພອນເຈົ້າເດີ.” 30ແລ້ວໂຢເຊັບກໍຟ້າວຍ່າງອອກໄປທັນທີ ເພາະເພິ່ນຕື້ນຕັນໃຈຍ້ອນວ່າຮັກນ້ອງຊາຍຄີງໆຂອງຕົນ. ເພິ່ນເກືອບຮ້ອງໄຫ້ຕໍ່ໜ້າພວກເຂົາ. ສະນັ້ນ ເພິ່ນຈຶ່ງເຂົ້າໄປລີ້ຮ້ອງໄຫ້ຢູ່ໃນຫ້ອງສ່ວນຕົວ. 31ຫລັງຈາກລ້າງໜ້າແລ້ວ ເພິ່ນຈຶ່ງອອກມາຂ້າງນອກລະງັບຈິດໃຈໄວ້ ແລະສັ່ງຄົນໃຫ້ຈັດແຈ່ງອາຫານມາ. 32ເຂົາໄດ້ຈັດແຈ່ງໂຕະໃຫ້ໂຢເຊັບກິນຜູ້ດຽວຕ່າງຫາກ ແລະຈັດແຈ່ງໃຫ້ພວກອ້າຍນ້ອງຂອງໂຢເຊັບກິນໂຕະໜຶ່ງຕ່າງຫາກ. ຊາວເອຢິບຜູ້ທີ່ມາຮ່ວມນຳນັ້ນ ເຂົາໄດ້ຈັດໃຫ້ກິນໂຕະໜຶ່ງອີກຕ່າງຫາກ ເພາະເຂົາຖືວ່າມັນເປັນການອັບອາຍຂາຍໜ້າ ທີ່ຈະກິນເຂົ້າຮ່ວມໂຕະກັບຊາວເຮັບເຣີ. 33ພວກອ້າຍນ້ອງຂອງໂຢເຊັບນັ່ງລຽນກັນປິ່ນໜ້າໃສ່ໂຢເຊັບ ໂດຍລຽນຕາມລຳດັບອາຍຸຄື: ອ້າຍກົກຫານ້ອງຫລ້າ. ເມື່ອນັ່ງຮຽບຮ້ອຍແລ້ວ ເຂົາກໍແນມເບິ່ງໜ້າກັນແລະກັນຢ່າງປະຫລາດໃຈ. 34ຄົນຮັບໃຊ້ເລີ່ມຢາຍອາຫານຕັ້ງແຕ່ໂຕະຂອງໂຢເຊັບໄປ ແລະເບັນຢາມິນໄດ້ຮັບອາຫານຫລາຍກວ່າຜູ້ອື່ນຫ້າເທົ່າ. ດັ່ງນັ້ນ ພວກເຂົາຈຶ່ງກິນແລະດື່ມກັບໂຢເຊັບຢ່າງມ່ວນຊື່ນເບີກບານ.
Одоогоор Сонгогдсон:
ປະຖົມມະການ 43: ພຄພ
Тодруулга
Хуваалцах
Хувилах

Тодруулсан зүйлсээ бүх төхөөрөмждөө хадгалмаар байна уу? Бүртгүүлэх эсвэл нэвтэрнэ үү
@ 2012 United Bible Societies. All Rights Reserved.