ປະຖົມມະການ 46

46
ຢາໂຄບ​ໄປ​ທີ່​ເອຢິບ
1ດັ່ງນັ້ນ ອິດສະຣາເອນ​ຈຶ່ງ​ອອກ​ເດີນທາງ​ພ້ອມ​ດ້ວຍ​ຊັບສົມບັດ​ທັງໝົດ​ຂອງ​ເພິ່ນ, ເມື່ອ​ມາ​ເຖິງ​ເມືອງ​ເບເອນເຊບາ ເພິ່ນ​ກໍ​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຂອງ​ອີຊາກ​ພໍ່​ຂອງ​ເພິ່ນ.
2ແລະ ໃນ​ຕອນ​ກາງຄືນ​ພຣະເຈົ້າ​ໄດ້​ກ່າວ​ຕໍ່​ອິດສະຣາເອນ​ທາງ​ນິມິດ​ວ່າ, “ຢາໂຄບ! ຢາໂຄບ​ເອີຍ!”
ຢາໂຄບ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່​ນີ້”.
3ພຣະອົງ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າ, ພຣະເຈົ້າ​ຂອງ​ພໍ່​ເຈົ້າ. ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ຕ້ອງ​ລົງ​ໄປ​ເອຢິບ, ເພາະ​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຊົນຊາດ​ໃຫຍ່​ຢູ່​ທີ່​ນັ້ນ. 4ເຮົາ​ຈະ​ລົງ​ໄປ​ເອຢິບ​ກັບ​ເຈົ້າ ແລະ ເຮົາ​ຈະ​ນຳ​ເຈົ້າ​ກັບ​ມາ​ອີກ​ຢ່າງ​ແນ່ນອນ. ແລະ ມື​ຂອງ​ໂຢເຊັບ​ເອງ​ຈະ​ເປັນ​ຜູ້​ປິດ​ຕາ​ຂອງ​ເຈົ້າ”.
5ຫລັງຈາກ​ນັ້ນ ຢາໂຄບ​ຈຶ່ງ​ອອກ​ຈາກ​ເມືອງ​ເບເອນເຊບາ ແລະ ບັນດາ​ລູກຊາຍ​ຂອງ​ອິດສະຣາເອນ​ກໍ​ໄດ້​ພາ​ຢາໂຄບ​ພໍ່​ຂອງ​ພວກເຂົາ ແລະ ລູກ​ຫລານ​ກັບ​ບັນດາ​ເມຍ​ຂອງ​ພວກເຂົາ​ເດີນທາງ​ກັບ​ຂະບວນ​ກວຽນ​ທີ່​ຟາໂຣ​ສົ່ງ​ມາ​ຮັບ​ເພິ່ນ. 6ດັ່ງນັ້ນ ຢາໂຄບ ແລະ ເຊື້ອສາຍ​ຂອງ​ເພິ່ນ​ທັງໝົດ​ຈຶ່ງ​ໄດ້​ເດີນທາງ​ມາ​ຍັງ​ເອຢິບ​ພ້ອມ​ທັງ​ສັດລ້ຽງ ແລະ ຊັບສົມບັດ​ທີ່​ພວກເຂົາ​ຫາ​ໄດ້​ໃນ​ການາອານ. 7ຢາໂຄບ​ໄດ້​ພາ​ບັນດາ​ລູກຊາຍ ແລະ ຫລານຊາຍ, ບັນດາ​ລູກສາວ ແລະ ຫລານສາວ ພ້ອມ​ທັງ​ເຊື້ອສາຍ​ທັງໝົດ​ຂອງ​ເພິ່ນ​ມາ​ທີ່​ເອຢິບ.
8ຊື່​ຂອງ​ບັນດາ​ລູກຊາຍ​ຂອງ​ອິດສະຣາເອນ (ຢາໂຄບ ແລະ ເຊື້ອສາຍ​ຂອງ​ເພິ່ນ) ຜູ້​ທີ່​ໄປ​ຍັງ​ເອຢິບ​ມີ​ດັ່ງນີ້:
ຣູເບັນ ລູກຊາຍ​ກົກ​ຂອງ​ຢາໂຄບ.
9ລູກຊາຍ​ຂອງ​ຣູເບັນ​ມີ​ຄື:
ຮານົກ, ປານລູ, ເຮຊະໂຣນ ແລະ ການໝີ.
10ບັນດາ​ລູກຊາຍ​ຂອງ​ຊີເມໂອນ​ມີ​ຄື:
ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະ ຊາອູນ​ລູກຊາຍ​ທີ່​ເກີດ​ຈາກ​ຍິງ​ຊາວການາອານ.
11ບັນດາ​ລູກຊາຍ​ຂອງ​ເລວີ​ມີ​ຄື:
ເກໂຊນ, ໂກຮາດ ແລະ ເມຣາຣິ.
12ບັນດາ​ລູກຊາຍ​ຂອງ​ຢູດາ​ມີ​ຄື:
ເອຣະ, ໂອນານ, ເຊລາ, ເປເຣັດ ແລະ ເຊຣາ (ແຕ່​ເອຣະ ແລະ ໂອນານ​ໄດ້​ຕາຍ​ໄປ​ແລ້ວ​ໃນ​ດິນແດນ​ການາອານ).
ບັນດາ​ລູກຊາຍ​ຂອງ​ເປເຣັດ​ມີ​ຄື:
ເຮຊະໂຣນ ແລະ ຮາມູນ.
13ບັນດາ​ລູກຊາຍ​ຂອງ​ອິດຊາຄາ​ມີ​ຄື:
ໂຕລາ, ປູອາ,#46:13 ສະບັບ​ພາສາ​ເຮັບເຣີ​ດັ້ງເດີມ​ວ່າ ປູວາ (ເບິ່ງ 1ຂຄ 7:1) ຢາຊູບ#46:13 ສະບັບ​ພາສາ​ເຮັບເຣີ​ດັ້ງເດີມ​ວ່າ ໄອໂອບ (ເບິ່ງ ຈບຊ 26:24 ແລະ 1ຂຄ 7:1) ແລະ ຊິມໂຣນ.
14ບັນດາ​ລູກຊາຍ​ຂອງ​ເຊບູໂລນ​ມີ​ຄື:
ເຊເຣັດ, ເອໂລນ ແລະ ຢາເລເອນ.
15ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ນາງ​ເລອາ​ທີ່​ເກີດ​ໃຫ້​ແກ່​ຢາໂຄບ​ໃນ​ປັດດານອາຣາມ#46:15 ນັ້ນ​ຄື ທາງ​ທິດ​ຕາເວັນຕົກ​ສຽງ​ເໜືອ​ຂອງ​ເມໂຊໂປຕາເມຍ​ນອກ​ຈາກ​ດີນາ​ລູກສາວ​ຂອງ​ເພິ່ນ. ບັນດາ​ລູກຊາຍ ແລະ ລູກສາວ​ເຫລົ່ານີ້​ຂອງ​ເພິ່ນ​ທັງໝົດ​ມີ 33 ຄົນ.
16ບັນດາ​ລູກຊາຍ​ຂອງ​ກາດ​ມີ​ຄື:
ເຊໂຟນ,#46:16 ສະບັບ​ພາສາ​ເຮັບເຣີ​ດັ້ງເດີມ​ວ່າ ຊິບຟີໂອນ (ເບິ່ງ ຈບຊ 26:15) ຮັກກີ, ຊູນີ, ເອັດສະໂບນ, ເອຣີ, ອາໂຣດ ແລະ ອາເຣລີ.
17ບັນດາ​ລູກຊາຍ​ຂອງ​ອາເຊ​ມີ​ຄື:
ອິມນາ, ອີຊະວາ, ອີຊະວີ ແລະ ເບຣິຢາ. ນ້ອງສາວ​ຂອງ​ພວກເຂົາ​ແມ່ນ​ເສຣາ.
ບັນດາ​ລູກຊາຍ​ຂອງ​ເບຣີຢາ​ມີ​ຄື:
ເຮເບ ແລະ ມັນກີເອນ.
18ຄົນ​ເຫລົ່ານີ້​ຄື​ລູກ​ຫລານ​ທີ່​ນາງ​ຊີລະປາ​ເກີດ​ໃຫ້​ຢາໂຄບ, ຜູ້​ທີ່​ລາບານ​ໄດ້​ມອບ​ນາງ​ໃຫ້​ເປັນ​ຄົນຮັບໃຊ້​ຂອງ​ນາງ​ເລອາ ຜູ້​ເປັນ​ລູກສາວ​ຂອງ​ເພິ່ນ, ລວມ​ທັງໝົດ​ມີ 66 ຄົນ.
19ບັນດາ​ລູກຊາຍ​ຂອງ​ນາງ​ຣາເຊັນ​ເມຍ​ຂອງ​ຢາໂຄບ​ມີ​ຄື:
ໂຢເຊັບ ແລະ ເບັນຢາມິນ.
20ຢູ່​ໃນ​ເອຢິບ ນາງ​ອາເສນາດ​ລູກສາວ​ຂອງ​ໂປຕີເຟຣາ ປະໂລຫິດ​ແຫ່ງ​ເມືອງ​ໂອນ.#46:20 ນັ້ນ​ຄື ເຮລີໂອໂປລີ ໄດ້​ເກີດ​ລູກຊາຍ​ສອງ​ຄົນ​ໃຫ້​ແກ່​ໂຢເຊັບ​ຄື ມານາເຊ ແລະ ເອຟຣາອິມ.
21ບັນດາ​ລູກຊາຍ​ຂອງ​ເບັນຢາມິນ​ມີ​ຄື:
ເບລາ, ເບເກ, ອັດຊະເບັນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮູບປິມ ແລະ ອາກເດ,
22ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ນາງ​ຣາເຊັນ​ທີ່​ເກີດ​ໃຫ້​ແກ່​ຢາໂຄບ ລວມ​ທັງໝົດ​ມີ 44 ຄົນ.
23ລູກຊາຍ​ຂອງ​ດານ​ມີ​ຄື:
ຮູຊິມ
24ບັນດາ​ລູກຊາຍ​ຂອງ​ເນັບທາລີ​ມີ​ຄື:
ຢາເຊເອນ, ກູນີ, ເຢເຊ ແລະ ຊິນເລັມ.
25ຄົນ​ເຫລົ່ານີ້​ເປັນ​ລູກ​ຫລານ​ຂອງ​ຢາໂຄບ​ທີ່​ເກີດ​ກັບ​ນາງ​ບິນຮາ ເຊິ່ງ​ລາບານ​ໄດ້​ມອບ​ໃຫ້​ແກ່​ນາງ​ຣາເຊັນ​ລູກສາວ​ຂອງ​ເພິ່ນ ລວມ​ທັງໝົດ​ມີ 7 ຄົນ.
26ຄົນ​ທັງໝົດ​ທີ່​ໄປ​ເອຢິບ​ພ້ອມ​ກັບ​ຢາໂຄບ ຜູ້​ທີ່​ເປັນ​ເຊື້ອສາຍ​ແທ້​ຂອງ​ເພິ່ນ, ໂດຍ​ບໍ່​ໄດ້​ນັບ​ທັງ​ບັນດາ​ເມຍ​ຂອງ​ລູກຊາຍ​ຂອງ​ເພິ່ນ ມີ​ຈຳນວນ 66 ຄົນ. 27ພ້ອມ​ທັງ​ລູກຊາຍ​ສອງ​ຄົນ#46:27 ສະບັບ​ເຊັບຕູອາຈິນ​ວ່າ ເດັກ​ເກົ້າ​ຄົນ​ທີ່​ເກີດ​ໃຫ້​ແກ່​ໂຢເຊັບ​ໃນ​ເອຢິບ, ສະມາຊິກ​ຄອບຄົວ​ຂອງ​ຢາໂຄບ​ທີ່​ໄປ​ຍັງ​ເອຢິບ ລວມ​ທັງໝົດ​ມີ 77 ຄົນ.#46:27 ສະບັບ​ເຊັບຕູອາຈິນ​ວ່າ ມີ 75 ຄົນ (ເບິ່ງ ອພຍ 1:5 ແລະ ກຈກ 7:14)
28ບັດນີ້ ຢາໂຄບ​ໄດ້​ສົ່ງ​ຢູດາ​ນຳໜ້າ​ເພິ່ນ​ໄປ​ຫາ​ໂຢເຊັບ​ເພື່ອ​ຖາມຫາ​ທາງ​ໄປ​ຍັງ​ໂກເຊັນ. ເມື່ອ​ພວກເຂົາ​ມາ​ເຖິງ​ດິນແດນ​ໂກເຊັນ​ແລ້ວ, 29ໂຢເຊັບ​ກໍ​ມີ​ລົດມ້າ​ຂອງ​ເພິ່ນ​ທີ່​ຕຽມພ້ອມ​ໄວ້​ແລ້ວ ແລະ ເພິ່ນ​ກໍ​ໄປ​ທີ່​ໂກເຊັນ​ເພື່ອ​ພົບ​ກັບ​ອິດສະຣາເອນ​ພໍ່​ຂອງ​ເພິ່ນ. ທັນທີ​ທີ່​ໂຢເຊັບ​ປາກົດ​ຕໍ່ໜ້າ​ພໍ່, ເພິ່ນ​ກໍ​ອ້າ​ແຂນ​ກອດ​ພໍ່​ຂອງ​ເພິ່ນ ແລະ ຮ້ອງໄຫ້​ເປັນ​ເວລາ​ດົນ.
30ອິດສະຣາເອນ​ເວົ້າ​ກັບ​ໂຢເຊັບ​ວ່າ, “ບັດນີ້ ພໍ່​ພ້ອມ​ແລ້ວ​ທີ່​ຈະ​ຕາຍ, ເພາະ​ພໍ່​ໄດ້​ເຫັນ​ດ້ວຍ​ໂຕ​ຂອງ​ພໍ່​ເອງ​ແລ້ວ​ວ່າ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່”.
31ແລ້ວ​ໂຢເຊັບ​ຈຶ່ງ​ບອກ​ບັນດາ​ອ້າຍ​ນ້ອງ ແລະ ຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂອງ​ຕົນ​ວ່າ, “ເຮົາ​ຈະ​ຂຶ້ນ​ໄປ ແລະ ເວົ້າ​ກັບ​ຟາໂຣ​ວ່າ, ‘ບັນດາ​ອ້າຍ​ນ້ອງ ແລະ ຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂອງ​ພວກຂ້ານ້ອຍ​ທີ່​ອາໄສ​ຢູ່​ທີ່​ດິນແດນ​ການາອານ​ນັ້ນ​ໄດ້​ມາ​ຫາ​ຂ້ານ້ອຍ​ແລ້ວ. 32ພວກເພິ່ນ​ເປັນ​ຄົນ​ລ້ຽງແກະ; ພວກເພິ່ນ​ເບິ່ງແຍງ​ສັດລ້ຽງ ແລະ ພວກເພິ່ນ​ໄດ້​ນຳ​ເອົາ​ຝູງ​ແບ້, ຝູງ​ແກະ ແລະ ຝູງ​ງົວ ພ້ອມ​ທັງ​ທຸກສິ່ງ​ທີ່​ເປັນ​ຂອງ​ພວກເພິ່ນ​ມາ​ນຳ​ດ້ວຍ’. 33ເມື່ອ​ຟາໂຣ​ເອີ້ນ​ພວກເຈົ້າ​ເຂົ້າ​ພົບ ແລະ ຖາມ​ວ່າ, ‘ພວກເຈົ້າ​ມີ​ອາຊີບ​ຫຍັງ?’ 34ພວກເຈົ້າ​ຄວນ​ຕອບ​ວ່າ, ‘ຜູ້ຮັບໃຊ້​ຂອງ​ທ່ານ​ແມ່ນ​ເບິ່ງແຍງ​ສັດລ້ຽງ​ມາ​ຕັ້ງແຕ່​ຍັງ​ນ້ອຍ, ເໝືອນດັ່ງ​ທີ່​ພໍ່​ຂອງ​ພວກຂ້ານ້ອຍ​ໄດ້​ເຮັດ​ຜ່ານ​ມາ’. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ອາໄສ​ຢູ່​ໃນ​ເຂດແດນ​ໂກເຊັນ​ນີ້, ເພາະ​ຊາວເອຢິບ​ລັງກຽດ​ຄົນ​ລ້ຽງແກະ​ທຸກຄົນ”.

Markering

Kopiëren

Vergelijk

Delen

None

Wil je jouw markerkingen op al je apparaten opslaan? Meld je aan of log in

Video voor ປະຖົມມະການ 46