ປະຖົມມະການ 47

47
1ໂຢເຊັບ​ຈຶ່ງ​ໄດ້​ເຂົ້າ​ພົບ ແລະ ບອກ​ຟາໂຣ​ວ່າ, “ພໍ່ ແລະ ອ້າຍ​ນ້ອງ​ຂອງ​ຂ້ານ້ອຍ​ພ້ອມ​ດ້ວຍ​ຝູງແບ້, ຝູງ​ແກະ, ຝູງ​ງົວ ແລະ ທຸກສິ່ງ​ທີ່​ເປັນ​ຂອງ​ພວກເພິ່ນ ເຊິ່ງ​ໄດ້​ມາ​ຈາກ​ດິນແດນ​ການາອານ ແລະ ເວລາ​ນີ້​ຢູ່​ໃນ​ໂກເຊັນ​ແລ້ວ”. 2ໂຢເຊັບ​ໄດ້​ເລືອກ​ເອົາ​ອ້າຍ​ຂອງ​ເພິ່ນ​ຫ້າ​ຄົນ​ແລ້ວ​ນຳ​ພວກເຂົາ​ເຂົ້າ​ພົບ​ຟາໂຣ.
3ຟາໂຣ​ໄດ້​ຖາມ​ບັນດາ​ຜູ້​ເປັນ​ອ້າຍ​ນັ້ນ​ວ່າ, “ພວກເຈົ້າ​ມີ​ອາຊີບ​ຫຍັງ?”
ພວກເຂົາ​ຕອບ​ຟາໂຣ​ວ່າ, “ຜູ້ຮັບໃຊ້​ຂອງ​ທ່ານ​ເປັນ​ຄົນລ້ຽງແກະ​ເໝືອນດັ່ງ​ທີ່​ພໍ່​ຂອງ​ພວກຂ້ານ້ອຍ​ເຄີຍ​ເຮັດ​ມາ”. 4ພວກເຂົາ​ຍັງ​ກ່າວ​ຕໍ່​ຟາໂຣ​ອີກ​ວ່າ, “ພວກຂ້ານ້ອຍ​ມາ​ອາໄສ​ຢູ່​ບ່ອນ​ນີ້​ຊົ່ວ​ໄລຍະ​ໜຶ່ງ, ເນື່ອງ​ຈາກ​ມີ​ການ​ອຶດຢາກ​ອາຫານ​ຢ່າງ​ຮຸນແຮງ​ໃນ​ການາອານ ແລະ ຜູ້ຮັບໃຊ້​ຂອງ​ທ່ານ​ບໍ່​ມີ​ທົ່ງຫຍ້າ​ສຳລັບ​ຝູງສັດ. ດັ່ງນັ້ນ ຂໍ​ທ່ານ​ອະນຸຍາດ​ໃຫ້​ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ຕັ້ງຖິ່ນຖານ​ຢູ່​ໃນ​ໂກເຊັນ​ດ້ວຍ”.
5ຟາໂຣ​ກ່າວ​ຕໍ່​ໂຢເຊັບ​ວ່າ, “ພໍ່ ແລະ ອ້າຍ​ນ້ອງ​ຂອງ​ເຈົ້າ​ໄດ້​ມາ​ຫາ​ເຈົ້າ​ແລ້ວ, 6ແລະ ດິນແດນ​ເອຢິບ​ກໍ​ຢູ່​ຕໍ່ໜ້າ​ເຈົ້າ; ຈົ່ງ​ໃຫ້​ພໍ່ ແລະ ອ້າຍ​ນ້ອງ​ຂອງ​ເຈົ້າ​ຕັ້ງຖິ່ນຖານ​ໃນ​ບ່ອນ​ທີ່​ດີ​ທີ່ສຸດ​ຂອງ​ດິນແດນ​ນີ້. ຈົ່ງ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ໂກເຊັນ. ແລະ ຖ້າ​ເຈົ້າ​ຮູ້​ວ່າ​ມີ​ຄົນໃດ​ໃນ​ພວກເຂົາ​ມີ​ຄວາມສາມາດ​ພິເສດ, ກໍ​ຈົ່ງ​ມອບ​ໃຫ້​ພວກເຂົາ​ຮັບຜິດຊອບ​ສັດລ້ຽງ​ຂອງ​ເຮົາ​ນຳ”.
7ຫລັງຈາກນັ້ນ ໂຢເຊັບ​ກໍ​ພາ​ຢາໂຄບ​ພໍ່​ຂອງ​ຕົນ​ເຂົ້າ​ໄປ​ສະເໜີ​ຕົວ​ຕໍ່​ຟາໂຣ. ຫລັງຈາກ​ທີ່​ຢາໂຄບ​ໄດ້​ອວຍພອນ#47:7 ຫລື ກ່າວ​ທັກທາຍ​ແກ່​ຟາໂຣ​ແລ້ວ, 8ຟາໂຣ​ຈຶ່ງ​ໄດ້​ຖາມ​ເພິ່ນ​ວ່າ, “ທ່ານ​ມີ​ອາຍຸ​ເທົ່າໃດ​ແລ້ວ?”
9ຢາໂຄບ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ພະເນຈອນ​ມາ​ໄດ້ 130 ປີ​ແລ້ວ. ປີ​ເດືອນ​ຂອງ​ຂ້ານ້ອຍ​ກໍ​ສັ້ນ ແລະ ຍາກລຳບາກ, ແລະ ບໍ່​ຍືນຍາວ​ເໝືອນ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ຜູ້​ມີ​ຊີວິດ​ພະເນຈອນ​ເໝືອນ​ກັນ”. 10ແລ້ວ​ຢາໂຄບ​ກໍ​ອວຍພອນ#47:10 ຫລື ກ່າວ​ຄຳ​ອຳລາ​ຟາໂຣ ແລະ ອອກ​ໄປ​ຈາກ​ເພິ່ນ.
11ໂຢເຊັບ​ຈຶ່ງ​ໃຫ້​ພໍ່ ແລະ ອ້າຍ​ນ້ອງ​ຂອງ​ລາວ​ຕັ້ງຖິ່ນຖານ​ຢູ່​ໃນ​ເອຢິບ ແລະ ມອບ​ທີ່ດິນ​ໃຫ້​ພວກເຂົາ​ໃນ​ບ່ອນ​ທີ່​ດີ​ທີ່ສຸດ​ຂອງ​ດິນແດນ​ນີ້, ຄື​ເມືອງ​ຣາມາເຊັດ​ຕາມ​ຄຳສັ່ງ​ຂອງ​ຟາໂຣ. 12ໂຢເຊັບ​ຍັງ​ໄດ້​ຈັດຫາ​ອາຫານ​ໃຫ້​ພໍ່ ແລະ ອ້າຍ​ນ້ອງ​ຂອງ​ລາວ​ພ້ອມ​ທັງ​ທຸກຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂອງ​ລາວ​ຕາມ​ຈຳນວນ​ລູກຫລານ​ຂອງ​ພວກເຂົາ​ດ້ວຍ.
ໂຢເຊັບ ແລະ ການ​ອຶດຢາກ​ອາຫານ
13ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ມີ​ອາຫານ​ຢູ່​ໃນ​ທົ່ວ​ຂົງເຂດ​ນັ້ນ​ເພາະ​ວ່າ​ມີ​ການ​ອຶດຢາກ​ອາຫານ​ທີ່​ຮຸນແຮງ​ຫລາຍ, ຈຶ່ງ​ເຮັດ​ໃຫ້​ທັງ​ຊາວ​ເອຢິບ ແລະ ຊາວ​ການາອານ​ຕ່າງ​ກໍ​ພາກັນ​ອ່ອນເພຍ​ຍ້ອນ​ການ​ອຶດຢາກ​ອາຫານ. 14ໂຢເຊັບ​ໄດ້​ຮວບຮວມ​ເອົາ​ເງິນ​ທັງໝົດ​ທີ່​ຈະ​ຫາ​ໄດ້​ໃນ​ເອຢິບ ແລະ ການາອານ​ໃນ​ການ​ຈ່າຍ​ຄ່າ​ເຂົ້າ​ທີ່​ພວກເຂົາ​ໄດ້​ຊື້ ແລະ ໂຢເຊັບ​ໄດ້​ນຳ​ເງິນ​ນັ້ນ​ໄປ​ທີ່​ວັງ​ຂອງ​ຟາໂຣ. 15ເມື່ອ​ຊາວ​ເອຢິບ ແລະ ຊາວ​ການາອານ​ໝົດ​ເງິນ​ແລ້ວ, ຊາວເອຢິບ​ທັງໝົດ​ກໍ​ພາກັນ​ມາ​ຫາ​ໂຢເຊັບ​ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ອາຫານ​ແກ່​ພວກເຮົາ​ດ້ວຍ. ເປັນຫຍັງ​ພວກເຮົາ​ຕ້ອງ​ຕາຍ​ຕໍ່ໜ້າ​ຕໍ່ຕາ​ທ່ານ? ເງິນ​ຂອງ​ພວກເຮົາ​ໝົດ​ແລ້ວ”.
16ໂຢເຊັບ​ໄດ້​ຕອບ​ວ່າ, “ຖ້າ​ເຊັ່ນ​ນັ້ນ​ຈົ່ງ​ນຳ​ເອົາ​ສັດລ້ຽງ​ຂອງ​ພວກເຈົ້າ​ມາ. ເຮົາ​ຈະ​ຂາຍ​ອາຫານ​ໃຫ້​ພວກເຈົ້າ​ດ້ວຍ​ການ​ແລກປ່ຽນ​ກັບ​ສັດລ້ຽງ​ຂອງ​ພວກເຈົ້າ, ເພາະ​ວ່າ​ພວກເຈົ້າ​ໝົດ​ເງິນ​ແລ້ວ”. 17ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ນຳ​ເອົາ​ສັດລ້ຽງ​ຂອງ​ຕົນ​ມາ​ໃຫ້​ໂຢເຊັບ ແລະ ລາວ​ໄດ້​ເອົາ​ອາຫານ​ໃຫ້​ແກ່​ພວກເຂົາ​ເພື່ອ​ເປັນ​ການ​ແລກປ່ຽນ​ກັບ​ຝູງ​ມ້າ, ຝູງ​ແກະ ແລະ ຝູງ​ແບ້, ຝູງ​ງົວ ແລະ ຝູງ​ລໍ​ຂອງ​ພວກເຂົາ. ແລະ ຕະຫລອດ​ທັງ​ປີ​ນັ້ນ​ໂຢເຊັບ​ໄດ້​ແລກປ່ຽນ​ອາຫານ​ກັບ​ສັດລ້ຽງ​ທັງໝົດ​ຂອງ​ພວກເຂົາ.
18ເມື່ອ​ປີ​ນັ້ນ​ຜ່ານ​ໄປ, ປີ​ຕໍ່ມາ​ປະຊາຊົນ​ກໍ​ພາກັນ​ມາ​ຫາ​ໂຢເຊັບ​ອີກ ແລະ ເວົ້າ​ວ່າ, “ພວກເຮົາ​ບໍ່​ສາມາດ​ປິດບັງ​ຄວາມຈິງ​ກັບ​ນາຍ​ຂອງ​ພວກເຮົາ​ໄດ້​ອີກ​ແລ້ວ ເນື່ອງຈາກ​ວ່າ​ພວກເຮົາ​ບໍ່​ມີ​ເງິນ ແລະ ສັດລ້ຽງ​ກໍ​ຕົກ​ເປັນ​ຂອງ​ທ່ານ, ພວກເຮົາ​ບໍ່​ມີ​ສິ່ງໃດ​ເຫລືອ​ໃຫ້​ນາຍ​ອີກ ນອກ​ຈາກ​ຮ່າງກາຍ​ຂອງ​ພວກເຮົາ ແລະ ທີ່ດິນ​ຂອງ​ພວກເຮົາ​ເທົ່າ​ນັ້ນ. 19ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ຈິບຫາຍ​ໄປ​ຕໍ່ໜ້າ​ຕໍ່ຕາ​ທ່ານ ທັງ​ພວກເຮົາ ແລະ ທີ່ດິນ​ຂອງ​ພວກເຮົາ​ດ້ວຍ? ຂໍ​ໃຫ້​ຊື້​ພວກເຮົາ​ພ້ອມ​ກັບ​ທີ່ດິນ​ຂອງ​ພວກເຮົາ​ໄວ້​ເພື່ອ​ເປັນ​ການ​ແລກປ່ຽນ​ກັບ​ອາຫານ, ແລ້ວ​ພວກເຮົາ​ກັບ​ດິນແດນ​ຂອງ​ພວກເຮົາ​ກໍ​ຈະ​ຂ້າທາດ​ຂອງ​ກະສັດ​ຟາໂຣ. ຂໍ​ໂຜດ​ໃຫ້​ເມັດພັນ​ແກ່​ພວກເຮົາ​ດ້ວຍ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຊີວິດ​ຢູ່ ແລະ ບໍ່​ຕາຍ, ແລ້ວ​ແຜ່ນດິນ​ນັ້ນ​ຈຶ່ງ​ຈະ​ບໍ່​ກາຍເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ”.
20ດັ່ງນັ້ນ ໂຢເຊັບ​ຈຶ່ງ​ໄດ້​ຊື້​ທີ່ດິນ​ທັງໝົດ​ໃນ​ເອຢິບ​ໃຫ້​ຟາໂຣ. ຊາວເອຢິບ​ທຸກຄົນ​ໄດ້​ຂາຍ​ທີ່ດິນ​ຂອງ​ຕົນ, ເພາະ​ການ​ອຶດຢາກ​ອາຫານ​ນັ້ນ​ຮຸນແຮງ​ຫລາຍ​ສຳລັບ​ພວກເຂົາ. ທີ່ດິນ​ກໍ​ກາຍເປັນ​ຂອງ​ຟາໂຣ, 21ແລ້ວ​ໂຢເຊັບ​ກໍ​ໄດ້​ຫລຸດ​ຖານະ​ຂອງ​ປະຊາຊົນ​ໃຫ້​ຢູ່​ໃນ​ຖານະ​ຂ້າທາດ,#47:21 ເນື້ອໃນ​ພາສາ​ເຮັບເຣີ​ວ່າ, ແລະ ພວກເຂົາ​ອົບພະຍົບ​ປະຊາຊົນ​ເຂົ້າ​ມາ​ໃນ​ເມືອງ ຈາກ​ສົ້ນ​ສຸດ​ຂອງ​ເອຢິບ​ເບື້ອງ​ໜຶ່ງ​ໄປ​ເຖິງ​ອີກ​ເບື້ອງ​ອື່ນ. 22ເຖິງ​ຢ່າງ​ໃດ​ກໍ​ຕາມ ໂຢເຊັບ​ກໍ​ບໍ່​ໄດ້​ຊື້​ທີ່ດິນ​ຂອງ​ບັນດາ​ປະໂລຫິດ, ເພາະ​ພວກເຂົາ​ໄດ້​ຮັບ​ສ່ວນແບ່ງ​ປົກກະຕິ​ຈາກ​ຟາໂຣ ແລະ ມີ​ອາຫານ​ພຽງພໍ​ຈາກ​ສ່ວນແບ່ງ​ທີ່​ຟາໂຣ​ໄດ້​ມອບ​ໃຫ້​ພວກເຂົາ. ດ້ວຍ​ເຫດນັ້ນ ພວກເພິ່ນ​ຈຶ່ງ​ບໍ່​ໄດ້​ຂາຍ​ທີ່ດິນ​ຂອງ​ຕົນ.
23ໂຢເຊັບ​ເວົ້າ​ກັບ​ປະຊາຊົນ​ວ່າ, “ບັດນີ້ ເຮົາ​ໄດ້​ຊື້​ພວກເຈົ້າ ແລະ ທີ່ດິນ​ຂອງ​ພວກເຈົ້າ​ວັນ​ນີ້​ໃຫ້​ຟາໂຣ, ນີ້​ແມ່ນ​ເມັດພັນ​ສຳລັບ​ພວກເຈົ້າ​ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ປູກ​ໃສ່​ພື້ນດິນ​ນັ້ນ. 24ແຕ່​ເມື່ອ​ຮອດ​ຍາມ​ເກັບກ່ຽວ​ແລ້ວ, ຈົ່ງ​ເອົາ​ໜຶ່ງ​ສ່ວນ​ຫ້າ​ໃຫ້​ແກ່​ຟາໂຣ. ອີກ​ສີ່​ສ່ວນ​ຫ້າ​ນັ້ນ​ໃຫ້​ພວກເຈົ້າ​ເກັບ​ໄວ້​ເປັນ​ເມັດພັນ​ສຳລັບ​ປູກ​ໃສ່​ທົ່ງນາ ແລະ ເປັນ​ອາຫານ​ສຳລັບ​ພວກເຈົ້າ​ເອງ ແລະ ຄົວເຮືອນ​ຂອງ​ພວກເຈົ້າ ແລະ ລູກຫລານ​ຂອງ​ພວກເຈົ້າ”.
25ພວກເຂົາ​ເວົ້າ​ວ່າ, “ທ່ານ​ໄດ້​ຊ່ວຍ​ຊີວິດ​ຂອງ​ພວກເຮົາ​ໄວ້. ຂໍ​ໃຫ້​ນາຍ​ຂອງ​ພວກເຮົາ​ໄດ້​ກະລຸນາ​ພວກເຮົາ​ດ້ວຍ, ພວກເຮົາ​ຈະ​ເປັນ​ຂ້າທາດ​ຂອງ​ຟາໂຣ”.
26ໂຢເຊັບ​ຈຶ່ງ​ໄດ້​ຕັ້ງ​ເລື່ອງ​ນີ້​ເປັນ​ກົດໝາຍ​ກ່ຽວກັບ​ທີ່ດິນ​ໃນ​ປະເທດ​ເອຢິບ ເຊິ່ງ​ຍັງ​ຖືກ​ບັງຄັບ​ໃຊ້​ຢູ່​ຈົນ​ເຖິງ​ທຸກ​ວັນ​ນີ້​ຄື: ໜຶ່ງ​ສ່ວນ​ຫ້າ​ຂອງ​ຜົນຜະລິດ​ເປັນ​ຂອງ​ຟາໂຣ. ມີ​ພຽງແຕ່​ທີ່ດິນ​ຂອງ​ປະໂລຫິດ​ເທົ່ານັ້ນ​ທີ່​ບໍ່​ໄດ້​ກາຍເປັນ​ຂອງ​ຟາໂຣ.
27ບັດນີ້ ຊາວ​ອິດສະຣາເອນ​ໄດ້​ຕັ້ງຖິ່ນຖານ​ຢູ່​ໃນ​ດິນແດນ​ໂກເຊັນ​ທີ່​ເອຢິບ. ພວກເຂົາ​ໄດ້​ຄອບຄອງ​ກຳມະສິດ​ຢູ່​ທີ່​ນັ້ນ ແລະ ມີ​ລູກຫລານ​ເພີ່ມ​ຈຳນວນ​ຂຶ້ນ​ຢ່າງ​ຫລວງຫລາຍ.
28ຢາໂຄບ​ດຳເນີນຊີວິດ​ຢູ່​ໃນ​ເອຢິບ​ໄດ້ 17 ປີ ແລະ ເພິ່ນ​ມີ​ອາຍຸ​ລວມ​ໄດ້ 147 ປີ. 29ເມື່ອ​ເຖິງ​ເວລາ​ທີ່​ອິດສະຣາເອນ​ໃກ້​ຈະ​ຕາຍ, ເພິ່ນ​ໄດ້​ເອີ້ນ​ເອົາ​ໂຢເຊັບ​ລູກຊາຍ​ຂອງ​ເພິ່ນ​ເຂົ້າ​ມາ ແລະ ເວົ້າ​ຕໍ່​ເພິ່ນ​ວ່າ, “ຖ້າ​ລູກ​ຈະ​ກະລຸນາ​ພໍ່, ຈົ່ງ​ເອົາ​ມື​ຂອງ​ລູກ​ໄວ້​ທີ່​ກ້ອງ​ກົກຂາ​ຂອງ​ພໍ່ ແລະ ຈົ່ງ​ສັນຍາ​ວ່າ​ລູກ​ຈະ​ສະແດງ​ຄວາມເມດຕາ ແລະ ຄວາມຊື່ສັດ​ຕໍ່​ພໍ່. ຢ່າ​ຝັງ​ພໍ່​ໄວ້​ໃນ​ເອຢິບ. 30ແຕ່​ເມື່ອ​ພໍ່​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ພໍ່​ແລ້ວ, ຈົ່ງ​ນຳ​ເອົາ​ສົບ​ຂອງ​ພໍ່​ອອກ​ຈາກ​ເອຢິບ​ແລ້ວ​ໄປ​ຝັງ​ພໍ່​ໄວ້​ບ່ອນ​ດຽວ​ກັບ​ບັນພະບຸລຸດ​ຂອງ​ພໍ່”.
ໂຢເຊັບ​ຕອບ​ວ່າ, “ລູກ​ຈະ​ເຮັດ​ຕາມ​ທີ່​ພໍ່​ສັ່ງ”.
31ຢາໂຄບ​ໄດ້​ກ່າວ​ອີກ​ວ່າ, “ຈົ່ງ​ປະຕິຍານ​ຕໍ່​ພໍ່”. ແລ້ວ​ໂຢເຊັບ​ກໍ​ໄດ້​ປະຕິຍານ​ຕໍ່​ເພິ່ນ ແລະ ອິດສະຣາເອນ​ກໍ​ນະມັດສະການ​ຂະນະ​ທີ່​ເພິ່ນ​ເອື່ອຍ​ເທິງ​ໄມ້ເທົ້າ​ຂອງ​ເພິ່ນ.#47:31 ຫລື ອິດສະຣາເອນ​ກໍ​ໝູບລົງ​ລົງ​ທີ່​ຫົວ​ຕຽງ

Markering

Kopiëren

Vergelijk

Delen

None

Wil je jouw markerkingen op al je apparaten opslaan? Meld je aan of log in

Video voor ປະຖົມມະການ 47