ປະຖົມມະການ 45
45
ໂຢເຊັບເປີດເຜີຍຕົນເອງໃຫ້ເປັນທີ່ຮູ້ຈັກ
1ແລ້ວໂຢເຊັບບໍ່ສາມາດຄວບຄຸມຕົນເອງຕໍ່ໜ້າບັນດາຜູ້ຮັບໃຊ້ທັງໝົດຂອງລາວໄດ້ຕໍ່ໄປອີກ, ແລ້ວເພິ່ນຈຶ່ງຮ້ອງຂຶ້ນວ່າ, “ໃຫ້ທຸກຄົນອອກໄປໃຫ້ພົ້ນຈາກເຮົາ!” ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດຢູ່ກັບໂຢເຊັບເມື່ອລາວເປີດເຜີຍຕົນເອງໃຫ້ເປັນທີ່ຮູ້ຈັກແກ່ບັນດາອ້າຍນ້ອງຂອງລາວ. 2ແລ້ວລາວກໍຮ້ອງໄຫ້ສຽງດັງຈົນຊາວເອຢິບໄດ້ຍິນສຽງລາວ ແລະ ຄົວເຮືອນຂອງຟາໂຣກໍໄດ້ຍິນເລື່ອງນີ້.
3ໂຢເຊັບໄດ້ເວົ້າກັບບັນດາອ້າຍນ້ອງຂອງຕົນວ່າ, “ເຮົາແມ່ນໂຢເຊັບ! ພໍ່ຂອງເຮົາຍັງມີຊີວິດຢູ່ບໍ?” ແຕ່ພວກອ້າຍນ້ອງຂອງລາວກໍບໍ່ສາມາດຕອບເພິ່ນໄດ້, ເພາະພວກເຂົາຕົກໃຈຢ້ານທີ່ໄດ້ຢູ່ຊ້ອງໜ້າໂຢເຊັບ.
4ແລ້ວໂຢເຊັບຈຶ່ງເວົ້າກັບບັນດາອ້າຍນ້ອງຂອງລາວວ່າ, “ຈົ່ງເຂົ້າມາໃກ້ໆເຮົາ”. ເມື່ອພວກເຂົາຫຍັບເຂົ້າໄປໃກ້ໆລາວແລ້ວ, ລາວຈຶ່ງເວົ້າວ່າ, “ເຮົາຄືໂຢເຊັບນ້ອງຊາຍຂອງພວກເຈົ້າ, ຄົນທີ່ພວກອ້າຍໄດ້ຂາຍເຂົ້າມາໃນເອຢິບ! 5ແລະ ບັດນີ້ຢ່າເສຍໃຈ ແລະ ຢ່າໃຈຮ້າຍໃຫ້ຕົນເອງທີ່ໄດ້ຂາຍເຮົາມາທີ່ນີ້, ເພາະວ່າພຣະເຈົ້າໄດ້ສົ່ງເຮົາມາລ່ວງໜ້າພວກອ້າຍເພື່ອຊ່ວຍຊີວິດພວກເຮົາ. 6ບັດນີ້ ເປັນເວລາສອງປີແລ້ວທີ່ມີການອຶດຢາກອາຫານໃນແຜ່ນດິນນີ້, ແລ້ວອີກຫ້າປີຂ້າງໜ້າກໍຈະບໍ່ມີການຄາດໄຖ ແລະ ເກັບກ່ຽວ. 7ແຕ່ພຣະເຈົ້າສົ່ງເຮົາມາລ່ວງໜ້າພວກອ້າຍເພື່ອປົກປ້ອງຮັກສາຄົນທີ່ເຫລືອຢູ່ເທິງແຜ່ນດິນໂລກໄວ້ ແລະ ເພື່ອຊ່ວຍຊີວິດຂອງພວກອ້າຍໄວ້ດ້ວຍກອບກູ້ທີ່ຍິ່ງໃຫຍ່.#45:7 ຫລື ຊ່ວຍພວກເຈົ້າໄວ້ໃນຖານະກຸ່ມຜູ້ລອດຊີວິດທີ່ຍິ່ງໃຫຍ່
8“ດັ່ງນັ້ນ ຈຶ່ງບໍ່ແມ່ນພວກອ້າຍທີ່ສົ່ງເຮົາມາທີ່ນີ້, ແຕ່ແມ່ນພຣະເຈົ້າ. ພຣະອົງໄດ້ເຮັດໃຫ້ເຮົາເປັນເໝືອນບິດາຕໍ່ຟາໂຣ, ເປັນເຈົ້ານາຍໃນຄົວເຮືອນທັງໝົດຂອງເພິ່ນ ແລະ ເປັນຜູ້ປົກຄອງເອຢິບທັງໝົດ. 9ບັດນີ້ ຈົ່ງຟ້າວກັບເມືອຫາພໍ່ຂອງເຮົາ ແລະ ບອກເພິ່ນວ່າ, ‘ນີ້ແມ່ນສິ່ງທີ່ໂຢເຊັບລູກຊາຍຂອງພໍ່ກ່າວ: ພຣະເຈົ້າໄດ້ເຮັດໃຫ້ລູກເປັນເຈົ້ານາຍຂອງເອຢິບທັງໝົດ. ຂໍເຊີນພໍ່ລົງມາຫາລູກ, ຢ່າຊັກຊ້າເລີຍ. 10ພໍ່ຈະໄດ້ມາອາໄສຢູ່ໃນເຂດໂກເຊັນ ແລະ ຢູ່ໃກ້ໆລູກ ພໍ່ເອງ, ບັນດາລູກພ້ອມທັງບັນດາຫລານຂອງພໍ່, ຝູງແບ້, ຝູງແກະ ແລະ ຝູງງົວຂອງພໍ່, ພ້ອມທັງທຸກສິ່ງທີ່ພໍ່ມີ. 11ລູກຈະຈັດຫາໃຫ້ພໍ່ຢູ່ທີ່ນັ້ນ, ເພາະຍັງຈະມີການອຶດຢາກອາຫານຢູ່ອີກຫ້າປີ. ບໍ່ດັ່ງນັ້ນແລ້ວທັງພໍ່, ຄອບຄົວຂອງພໍ່ ແລະ ຄົນຂອງພໍ່ທຸກຄົນຈະເປັນຄົນຂາດແຄນ’.
12“ພວກອ້າຍເອງກໍເຫັນດ້ວຍຕົວເອງແລ້ວ ແລະ ເບັນຢາມິນນ້ອງຊາຍຂອງເຮົາກໍເຫັນເຊັ່ນດຽວກັນວ່າແມ່ນເຮົາແທ້ທີ່ກຳລັງເວົ້າກັບພວກທ່ານຢູ່. 13ຈົ່ງເລົ່າໃຫ້ພໍ່ຂອງເຮົາຟັງວ່າເຮົາໄດ້ຮັບກຽດຕິຍົດທັງໝົດໃນເອຢິບ ແລະ ຈົ່ງເລົ່າທຸກສິ່ງທີ່ພວກອ້າຍໄດ້ເຫັນ. ແລ້ວພາພໍ່ມາທີ່ນີ້ໂດຍໄວ”.
14ແລ້ວໂຢເຊັບກໍອ້າແຂນກອດເບັນຢາມິນນ້ອງຊາຍຂອງລາວ ແລະ ຮ້ອງໄຫ້, ແລ້ວເບັນຢາມິນກໍກອດໂຢເຊັບຮ້ອງໄຫ້. 15ແລະ ໂຢເຊັບກໍຈູບອ້າຍນ້ອງທຸກຄົນ ແລະ ຮ້ອງໄຫ້ນຳພວກເຂົາ. ຫລັງຈາກນັ້ນອ້າຍນ້ອງຂອງລາວກໍເວົ້າກັບໂຢເຊັບ.
16ເມື່ອຂ່າວໄປເຖິງວັງຂອງກະສັດຟາໂຣວ່າອ້າຍນ້ອງຂອງໂຢເຊັບໄດ້ມາ, ຟາໂຣກັບພະນັກງານທັງໝົດຂອງເພິ່ນກໍພາກັນຍິນດີ. 17ຟາໂຣເວົ້າກັບໂຢເຊັບວ່າ, “ຈົ່ງໄປບອກອ້າຍນ້ອງຂອງເຈົ້າວ່າ, ‘ຈົ່ງເຮັດຕາມນີ້ຄື: ນຳສັດບັນທຸກສິ່ງຂອງກັບໄປຍັງການາອານ, 18ແລ້ວນຳເອົາພໍ່ຂອງພວກເຈົ້າ ແລະ ທຸກຄົນໃນຄອບຄົວກັບມາຫາເຮົາ. ເຮົາຈະຍົກດິນແດນທີ່ດີທີ່ສຸດໃນເອຢິບໃຫ້ພວກເຈົ້າ ແລະ ພວກເຈົ້າຈະໄດ້ຊື່ນຊົມຍິນດີກັບຄວາມອຸດົມສົມບູນຂອງແຜ່ນດິນນີ້’.
19“ເຈົ້າຈົ່ງບອກພວກເຂົາດ້ວຍວ່າ, ‘ຈົ່ງເຮັດຕາມນີ້ຄື: ຈົ່ງນຳຂະບວນກວຽນຈາກເອຢິບໄປຮັບເອົາລູກຫລານຂອງພວກເຈົ້າ, ບັນດາເມຍ ແລະ ພໍ່ຂອງພວກເຈົ້າມາທີ່ນີ້. 20ຢ່າໄດ້ເປັນຫ່ວງເຖິງຊັບສົມບັດຂອງພວກເຈົ້າທີ່ຢູ່ທີ່ນັ້ນ, ເພາະພວກເຈົ້າຈະໄດ້ຮັບສິ່ງຂອງທີ່ດີທີ່ສຸດທັງໝົດທີ່ມີຢູ່ໃນເອຢິບ’ ”.
21ດັ່ງນັ້ນ ບັນດາລູກຊາຍຂອງອິດສະຣາເອນຈຶ່ງໄດ້ເຮັດຕາມນັ້ນ. ໂຢເຊັບຈຶ່ງໃຫ້ຂະບວນກວຽນໄປກັບພວກເຂົາຕາມຄຳສັ່ງຂອງຟາໂຣ, ແລະ ລາວຍັງໄດ້ໃຫ້ສະບຽງອາຫານໄປກິນຕາມທາງດ້ວຍ. 22ລາວໄດ້ໃຫ້ເຄື່ອງນຸ່ງໃໝ່ແກ່ອ້າຍນ້ອງທຸກຄົນ, ແຕ່ສ່ວນເບັນຢາມິນລາວໄດ້ໃຫ້ເງິນ 300 ເຊເຂວ#45:22 ຄື ຫລຽນເງິນໜັກປະມານ 7,5 ພາວ ຫລື ປະມານ 3,5 ກິໂລກຣາມ ແລະ ເຄື່ອງນຸ່ງຫ້າຊຸດ. 23ແລະ ໂຢເຊັບໄດ້ສົ່ງສິ່ງເຫລົ່ານີ້ໃຫ້ແກ່ພໍ່ຂອງລາວຄື: ລໍສິບໂຕພ້ອມກັບບັນທຸກສິ່ງຂອງທີ່ດີທີ່ສຸດທີ່ມີຢູ່ໃນເອຢິບ ແລະ ລໍແມ່ອີກສິບໂຕພ້ອມກັບບັນທຸກເຂົ້າ ແລະ ເຂົ້າຈີ່ພ້ອມທັງສະບຽງອາຫານອື່ນໆໃຫ້ພໍ່ເອົາໄວ້ກິນຕາມທາງ. 24ແລ້ວໂຢເຊັບຈຶ່ງສົ່ງພວກອ້າຍນ້ອງຂອງຕົນອອກເດີນທາງໄປ ແລະ ຂະນະທີ່ພວກເຂົາກຳລັງອອກໄປນັ້ນໂຢເຊັບໄດ້ເວົ້າກັບພວກເຂົາວ່າ, “ຢ່າຜິດຖຽງກັນຕາມທາງ!”
25ດັ່ງນັ້ນ ພວກເຂົາຈຶ່ງເດີນທາງອອກຈາກເອຢິບກັບໄປຫາຢາໂຄບຜູ້ເປັນພໍ່ຢູ່ທີ່ດິນແດນການາອານ. 26ພວກເຂົາໄດ້ເລົ່າໃຫ້ຢາໂຄບຟັງວ່າ, “ໂຢເຊັບຍັງມີຊີວິດຢູ່! ຄວາມຈິງແລ້ວ, ລາວໄດ້ເປັນຜູ້ປົກຄອງເອຢິບທັງໝົດ”. ຢາໂຄບຕົກໃຈ; ເພິ່ນບໍ່ເຊື່ອພວກເຂົາ. 27ແຕ່ເມື່ອພວກເຂົາໄດ້ເລົ່າທຸກສິ່ງທີ່ໂຢເຊັບໄດ້ເວົ້າກັບພວກເຂົາໃຫ້ພໍ່ຟັງແລ້ວ ແລະ ເມື່ອເພິ່ນເຫັນຂະບວນກວຽນທີ່ໂຢເຊັບໄດ້ສົ່ງມາຮັບເພິ່ນກັບໄປນັ້ນ, ຈິດໃຈຂອງຢາໂຄບຜູ້ເປັນພໍ່ຂອງພວກເຂົາກໍໄດ້ຟື້ນຂຶ້ນມາ. 28ແລ້ວອິດສະຣາເອນກໍເວົ້າວ່າ, “ພໍ່ໝັ້ນໃຈແລ້ວ! ໂຢເຊັບລູກຊາຍຂອງພໍ່ຍັງມີຊີວິດຢູ່. ພໍ່ຈະໄປພົບລາວກ່ອນພໍ່ຕາຍ”.
Nu geselecteerd:
ປະຖົມມະການ 45: LCV
Markering
Kopiëren
Vergelijk
Delen
Wil je jouw markerkingen op al je apparaten opslaan? Meld je aan of log in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.