ປະຖົມມະການ 44

44
ຖ້ວຍ​ເງິນ​ໃນ​ກະສອບ
1ບັດນີ້ ໂຢເຊັບ​ໄດ້​ໃຫ້​ຄຳແນະນຳ​ເຫລົ່ານີ້​ແກ່​ຜູ້ດູແລ​ປະຈຳ​ເຮືອນ​ຂອງ​ລາວ​ວ່າ: “ຈົ່ງ​ເອົາ​ອາຫານ​ຍັດ​ໃສ່​ກະສອບ​ຂອງ​ຄົນ​ເຫລົ່ານີ້​ໃຫ້​ຫລາຍ​ເທົ່າ​ທີ່​ພວກເຂົາ​ສາມາດ​ຂົນ​ໄປ​ໄດ້ ແລະ ຈົ່ງ​ເອົາ​ເງິນ​ໃສ່​ປາກ​ກະສອບ​ຂອງ​ແຕ່​ລະ​ຄົນ​ດ້ວຍ. 2ຫລັງ​ຈາກ​ນັ້ນ ຈົ່ງ​ເອົາ​ຈອກ​ຂອງ​ເຮົາ​ທີ່​ເປັນ​ຈອກ​ເງິນ​ນັ້ນ ໃສ່​ໄວ້​ໃນ​ປາກ​ກະສອບ​ຂອງ​ນ້ອງຊາຍ​ຫລ້າ ພ້ອມ​ກັບ​ເງິນ​ຄ່າ​ເຂົ້າ​ຂອງ​ລາວ”. ແລ້ວ​ຜູ້ດູແລ​ນັ້ນ​ກໍ​ໄດ້​ເຮັດ​ຕາມ​ທີ່​ໂຢເຊັບ​ໄດ້​ບອກ.
3ພໍ​ຮຸ່ງ​ເຊົ້າ​ມາ, ຄົນ​ເຫລົ່ານັ້ນ​ກໍ​ໄດ້​ຖືກ​ສົ່ງ​ອອກ​ເດີນທາງ​ໄປ​ພ້ອມ​ກັບ​ຝູງ​ລໍ​ຂອງ​ພວກເຂົາ. 4ເມື່ອ​ພວກເຂົາ​ເດີນທາງ​ໄປ​ໄດ້​ບໍ່​ໄກ​ຈາກ​ເມືອງ​ເທົ່າໃດ, ໂຢເຊັບ​ກໍ​ບອກ​ຜູ້ດູແລ​ຂອງ​ຕົນ​ວ່າ, “ຈົ່ງ​ຕາມ​ຄົນ​ເຫລົ່ານັ້ນ​ໄປ​ທັນທີ ແລະ ເມື່ອ​ເຈົ້າ​ຕາມ​ໄປ​ທັນ​ພວກເຂົາ​ແລ້ວ, ຈົ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, ‘ເປັນຫຍັງ​ພວກທ່ານ​ຈຶ່ງ​ຕອບແທນ​ຄວາມດີ​ດ້ວຍ​ຄວາມຊົ່ວ? 5ນີ້​ແມ່ນ​ຈອກ​ທີ່​ນາຍ​ຂອງ​ເຮົາ​ໃຊ້​ດື່ມ ແລະ ໃຊ້​ທຳນວາຍ​ບໍ່​ແມ່ນ​ບໍ? ສິ່ງ​ທີ່​ພວກທ່ານ​ໄດ້​ເຮັດ​ນີ້​ເປັນ​ສິ່ງ​ຊົ່ວຊ້າ’ ”.
6ເມື່ອ​ລາວ​ໄດ້​ໄລ່​ຕາມ​ພວກເຂົາ​ທັນ​ແລ້ວ, ລາວ​ກໍ​ເວົ້າ​ຕາມ​ຄຳເວົ້າ​ເຫລົ່ານີ້​ກັບ​ພວກເຂົາ. 7ແຕ່​ພວກເຂົາ​ໄດ້​ເວົ້າ​ຕໍ່​ລາວ​ວ່າ, “ເປັນຫຍັງ​ນາຍ​ຂອງ​ພວກເຮົາ​ຈຶ່ງ​ເວົ້າ​ຢ່າງ​ນີ້? ບໍ່​ມີ​ທາງ​ທີ່​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ເຮັດ​ຢ່າງ​ນັ້ນ! 8ພວກເຮົາ​ຍັງ​ໄດ້​ນຳເອົາ​ເງິນ​ຈາກ​ດິນແດນ​ການາອານ​ທີ່​ພົບ​ໃນ​ປາກ​ກະສອບ​ຂອງ​ພວກເຮົາ​ມາ​ຄືນ​ໃຫ້​ທ່ານ. ດັ່ງນັ້ນ ເປັນຫຍັງ​ພວກເຮົາ​ຈຶ່ງ​ຕ້ອງ​ລັກ​ເງິນ ຫລື ຄຳ​ຈາກ​ເຮືອນ​ຂອງ​ນາຍ​ຂອງ​ທ່ານ​ດ້ວຍ? 9ຖ້າ​ຫາກ​ພົບ​ຈອກ​ເງິນ​ຢູ່​ນຳ​ຜູ້ຮັບໃຊ້​ຂອງ​ທ່ານ​ຄົນ​ໃດ ລາວ​ກໍ​ຈະ​ຕາຍ; ແລ້ວ​ພວກເຮົາ​ທີ່​ເຫລືອ​ທັງໝົດ​ຈະ​ຍອມ​ເປັນ​ຂ້າທາດ​ຂອງ​ນາຍ​ຂອງ​ຂ້ານ້ອຍ”.
10ລາວ​ຈຶ່ງ​ເວົ້າ​ວ່າ, “ດີ​ຫລາຍ, ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ທ່ານ​ເວົ້າ. ຖ້າ​ເຮົາ​ພົບ​ຈອກ​ນັ້ນ​ຢູ່​ກັບ​ຜູ້ໃດ, ຜູ້​ນັ້ນ​ຈະ​ກາຍເປັນ​ຂ້າທາດ​ຂອງ​ເຮົາ, ຄົນ​ທີ່​ເຫລືອ​ຈະ​ພົ້ນ​ຄວາມຜິດ”.
11ພວກເຂົາ​ແຕ່​ລະ​ຄົນ​ຈຶ່ງ​ຟ້າວ​ປົດ​ກະສອບ​ຂອງ​ຕົນ​ລົງ​ພື້ນ ແລະ ໄດ້​ເປີດ​ກະສອບ​ນັ້ນ​ອອກ. 12ແລ້ວ​ຜູ້ດູແລ​ຈຶ່ງ​ໄດ້​ດຳເນີນ​ການ​ຄົ້ນ​ຫາ, ໂດຍ​ເລີ່ມ​ຈາກ​ກະສອບ​ຂອງ​ອ້າຍ​ກົກ​ໄປ​ຈົນ​ເຖິງ​ນ້ອງຊາຍ​ຫລ້າ. ແລະ ໄດ້​ພົບ​ຈອກ​ນັ້ນ​ໃນ​ກະສອບ​ຂອງ​ເບັນຢາມິນ. 13ເມື່ອ​ເຫັນ​ດັ່ງນັ້ນ​ແລ້ວ, ພວກເຂົາ​ຈຶ່ງ​ໄດ້​ຈີກ​ເຄື່ອງນຸ່ງ​ຂອງ​ຕົນ. ແລ້ວ​ພວກເຂົາ​ກໍ​ໄດ້​ເອົາ​ສິ່ງຂອງ​ທັງໝົດ​ຂຶ້ນ​ຫລັງ​ລໍ​ແລ້ວ​ໄດ້​ກັບ​ຄືນ​ເຂົ້າ​ມາ​ໃນ​ເມືອງ​ອີກ.
14ໂຢເຊັບ​ຍັງ​ຢູ່​ທີ່​ເຮືອນ​ເມື່ອ​ເວລາ​ທີ່​ຢູດາ ແລະ ພວກ​ອ້າຍ​ນ້ອງ​ຂອງ​ລາວ​ມາ​ຮອດ, ແລ້ວ​ພວກເຂົາ​ໄດ້​ຖິ້ມ​ຕົນ​ເອງ​ລົງ​ທີ່​ພື້ນ​ຕໍ່ໜ້າ​ໂຢເຊັບ. 15ໂຢເຊັບ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເຮັດ​ຫຍັງ​ເຊັ່ນ​ນີ້? ພວກເຈົ້າ​ບໍ່​ຮູ້​ວ່າ​ຄົນ​ຄື​ເຮົາ​ສາມາດ​ຊອກ​ຮູ້​ເລື່ອງ​ຕ່າງໆ​ໄດ້​ໂດຍ​ການ​ທຳນວາຍ​ບໍ?”
16ຢູດາ​ໄດ້​ຕອບ​ວ່າ, “ພວກເຮົາ​ຈະ​ເວົ້າ​ຫຍັງ​ຕໍ່​ນາຍ​ຂອງ​ຂ້ານ້ອຍ​ໄດ້? ພວກເຮົາ​ຈະ​ເວົ້າ​ແນວໃດ? ພວກເຮົາ​ຈະ​ພິສູດ​ຄວາມບໍລິສຸດ​ຂອງ​ພວກເຮົາ​ໄດ້​ໃດ? ພຣະເຈົ້າ​ໄດ້​ເປີດເຜີຍ​ຄວາມຜິດ​ຂອງ​ຜູ້ຮັບໃຊ້​ຂອງ​ທ່ານ​ແລ້ວ. ບັດນີ້ ພວກເຮົາ​ໄດ້​ເປັນທາດ​ຂອງ​ນາຍ​ຂອງ​ຂ້ານ້ອຍ​ແລ້ວ, ຄື​ພວກເຮົາ​ເອງ ແລະ ຄົນ​ທີ່​ຖືກ​ຈັບ​ໄດ້​ວ່າ​ມີ​ຈອກ​ເງິນ​ຢູ່​ນຳ”.
17ແຕ່​ໂຢເຊັບ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ເຮັດ​ເຊັ່ນ​ນັ້ນ! ຄົນ​ທີ່​ຖືກ​ຈັບ​ໄດ້​ວ່າ​ມີ​ຈອກ​ຢູ່​ນຳ​ເທົ່ານັ້ນ​ຈະ​ຕ້ອງ​ເປັນ​ຂ້າທາດ​ຂອງ​ເຮົາ. ສ່ວນ​ພວກເຈົ້າ​ທີ່​ເຫລືອ, ຈົ່ງ​ກັບ​ໄປ​ຫາ​ພໍ່​ຂອງ​ພວກເຈົ້າ​ດ້ວຍ​ສັນຕິສຸກ”.
18ແລ້ວ​ຢູດາ​ຈຶ່ງ​ເຂົ້າ​ໄປ​ໃກ້​ໂຢເຊັບ ແລະ ເວົ້າ​ວ່າ: “ຂໍ​ຈົ່ງ​ຍົກໂທດ​ໃຫ້​ແກ່​ຜູ້ຮັບໃຊ້​ຂອງ​ທ່ານ​ດ້ວຍ, ນາຍ​ຂອງ​ຂ້ານ້ອຍ​ເອີຍ, ຂໍ​ອະນຸຍາດ​ໃຫ້​ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ເວົ້າ​ຄຳ​ໜຶ່ງ​ກັບ​ນາຍ​ຂອງ​ຂ້ານ້ອຍ​ດ້ວຍ. ຂໍ​ຢ່າ​ໄດ້​ໃຈຮ້າຍ​ໃຫ້​ຜູ້ຮັບໃຊ້​ຂອງ​ທ່ານ​ເລີຍ, ເຖິງ​ແມ່ນ​ວ່າ​ທ່ານ​ທຽບເທົ່າ​ກັບ​ຟາໂຣ​ກໍ​ຕາມ. 19ນາຍ​ຂອງ​ຂ້ານ້ອຍ​ໄດ້​ຖາມ​ຜູ້ຮັບໃຊ້​ຂອງ​ທ່ານ​ວ່າ, ‘ພວກເຈົ້າ​ມີ​ພໍ່ ຫລື ນ້ອງຊາຍ​ບໍ?’ 20ແລະ ພວກຂ້ານ້ອຍ​ກໍ​ໄດ້​ຕອບ​ວ່າ, ‘ພວກຂ້ານ້ອຍ​ມີ​ພໍ່​ທີ່​ເຖົ້າແກ່​ແລ້ວ ແລະ ມີ​ນ້ອງຊາຍ​ຫລ້າ​ຄົນ​ໜຶ່ງ​ທີ່​ເກີດ​ໃຫ້​ແກ່​ເພິ່ນ​ເມື່ອ​ເພິ່ນ​ມີ​ອາຍຸ​ແກ່​ແລ້ວ. ອ້າຍ​ຂອງ​ລາວ​ກໍ​ໄດ້​ຕາຍ​ໄປ​ແລ້ວ, ລາວ​ເປັນ​ລູກ​ທີ່​ເຫລືອ​ຢູ່​ພຽງ​ຄົນ​ດຽວ​ຂອງ​ແມ່​ລາວ, ແລະ ພໍ່​ຂອງ​ລາວ​ກໍ​ຮັກ​ລາວ​ຫລາຍ’.
21“ແລ້ວ​ທ່ານ​ກໍ​ໄດ້​ສັ່ງ​ຜູ້ຮັບໃຊ້​ຂອງ​ທ່ານ​ວ່າ, ‘ຈົ່ງ​ພາ​ລາວ​ລົງ​ມາ​ຫາ​ເຮົາ​ເພື່ອ​ເຮົາ​ຈະ​ໄດ້​ເຫັນ​ລາວ​ດ້ວຍ​ຕົວ​ເຮົາ​ເອງ’. 22ແລະ ພວກຂ້ານ້ອຍ​ກໍ​ໄດ້​ເວົ້າ​ກັບ​ນາຍ​ຂອງ​ຂ້ານ້ອຍ​ວ່າ, ‘ເດັກນ້ອຍ​ຄົນ​ນັ້ນ​ອອກ​ຈາກ​ພໍ່​ຂອງ​ລາວ​ມາ​ບໍ່​ໄດ້; ຖ້າ​ລາວ​ອອກ​ຈາກ​ເພິ່ນ​ມາ, ພໍ່​ຂອງ​ລາວ​ກໍ​ຈະ​ຕາຍ’. 23ແຕ່​ທ່ານ​ໄດ້​ບອກ​ຜູ້ຮັບໃຊ້​ຂອງ​ທ່ານ​ວ່າ, ‘ພວກເຈົ້າ​ຈະ​ບໍ່​ໄດ້​ມາ​ເຫັນ​ໜ້າ​ຂອງ​ເຮົາ​ອີກ, ຖ້າ​ພວກເຈົ້າ​ບໍ່​ພາ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ລົງ​ມາ​ນຳ’. 24ເມື່ອ​ພວກຂ້ານ້ອຍ​ໄດ້​ກັບ​ໄປ​ຫາ​ພໍ່​ຂອງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ນັ້ນ, ພວກຂ້ານ້ອຍ​ກໍ​ໄດ້​ເລົ່າ​ໃຫ້​ເພິ່ນ​ຟັງ​ເຖິງ​ສິ່ງ​ທີ່​ນາຍ​ຂອງ​ຂ້ານ້ອຍ​ໄດ້​ເວົ້າ.
25“ຫລັງຈາກນັ້ນ ພໍ່​ຂອງ​ພວກຂ້ານ້ອຍ​ກໍ​ໄດ້​ເວົ້າ​ວ່າ, ‘ຈົ່ງ​ກັບ​ໄປ​ຊື້​ອາຫານ​ມາ​ຕື່ມ​ອີກ​ໜ້ອຍ​ໜຶ່ງ’. 26ແຕ່​ພວກຂ້ານ້ອຍ​ໄດ້​ເວົ້າ​ວ່າ, ‘ພວກເຮົາ​ລົງ​ໄປ​ບໍ່​ໄດ້. ນອກຈາກ​ນ້ອງຊາຍ​ຫລ້າ​ຈະ​ໄປ​ກັບ​ພວກເຮົາ ແລ້ວ​ພວກເຮົາ​ຈຶ່ງ​ຈະ​ໄປ. ພວກເຮົາ​ບໍ່​ສາມາດ​ໄປ​ພົບ​ໜ້າ​ຊາຍ​ນັ້ນ​ໄດ້​ຖ້າ​ນ້ອງຊາຍ​ຫລ້າ​ຂອງ​ພວກເຮົາ​ບໍ່​ໄດ້​ໄປ​ກັບ​ພວກເຮົາ’.
27“ແລ້ວ​ພໍ່​ຂອງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກຂ້ານ້ອຍ​ວ່າ, ‘ເຈົ້າ​ກໍ​ຮູ້​ວ່າ​ເມຍ​ຄົນ​ນີ້​ຂອງ​ພໍ່​ມີ​ລູກຊາຍ​ໃຫ້​ພໍ່​ສອງ​ຄົນ. 28ຄົນ​ໜຶ່ງ​ກໍ​ຈາກ​ເຮົາ​ໄປ​ແລ້ວ ແລະ ຂ້ານ້ອຍ​ໄດ້​ເວົ້າ​ວ່າ, “ລາວ​ໄດ້​ຖືກ​ສັດຮ້າຍ​ຈີກ​ກິນ​ເປັນ​ຕ່ອນໆ​ຢ່າງ​ແນ່ນອນ”. ແລະ ຕັ້ງແຕ່​ນັ້ນ​ມາ​ພໍ່​ກໍ​ບໍ່​ໄດ້​ເຫັນ​ໜ້າ​ລາວ​ອີກ​ເລີຍ. 29ຖ້າ​ເຈົ້າ​ເອົາ​ລູກ​ຄົນ​ນີ້​ໄປ​ຈາກ​ພໍ່​ອີກ ແລະ ຖ້າ​ມີ​ອັນຕະລາຍ​ເກີດ​ຂຶ້ນ​ກັບ​ລາວ, ພວກເຈົ້າ​ກໍ​ຈະ​ພາ​ຫົວຫງອກ​ຂອງ​ພໍ່​ລົງ​ໄປ​ສູ່​ຂຸມຝັງສົບ​ດ້ວຍ​ຄວາມທຸກ’.
30“ດັ່ງນັ້ນ ບັດນີ້, ຖ້າ​ເດັກຊາຍ​ບໍ່​ໄດ້​ຢູ່​ກັບ​ພວກຂ້ານ້ອຍ​ເມື່ອ​ຂ້ານ້ອຍ​ກັບຄືນ​ໄປ​ຫາ​ພໍ່​ຂອງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ ແລະ ຖ້າ​ພໍ່​ຂອງ​ຂ້ານ້ອຍ ຜູ້​ທີ່​ຊີວິດ​ຂອງ​ເພິ່ນ​ຜູກພັນ​ກັບ​ຊີວິດ​ຂອງ​ເດັກຊາຍ​ຄົນ​ນີ້​ຢ່າງ​ໃກ້ຊິດ, 31ເຫັນ​ວ່າ​ເດັກຊາຍ​ບໍ່​ໄດ້​ກັບ​ໄປ, ເພິ່ນ​ກໍ​ຈະ​ຕາຍ. ຜູ້ຮັບໃຊ້​ຂອງ​ທ່ານ​ກໍ​ຈະ​ເຮັດ​ໃຫ້​ພໍ່​ຂອງ​ພວກຂ້ານ້ອຍ​ຜູ້​ຜົມຫງອກ​ແລ້ວ​ລົງ​ສູ່​ຂຸມຝັງສົບ​ດ້ວຍ​ຄວາມ​ໂສກເສົ້າ. 32ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ຮັບປະກັນ​ຄວາມປອດໄພ​ຂອງ​ນ້ອງຊາຍ​ຕໍ່​ພໍ່​ຂອງ​ຂ້ານ້ອຍ​ແລ້ວ. ຂ້ານ້ອຍ​ໄດ້​ເວົ້າ​ວ່າ, ‘ພໍ່​ເອີຍ, ຖ້າ​ລູກ​ບໍ່​ສາມາດ​ນຳ​ເອົາ​ລາວ​ກັບ​ຄືນ​ມາ​ຫາ​ພໍ່​ໄດ້, ລູກ​ກໍ​ຂໍ​ແບກ​ຮັບ​ເອົາ​ຄວາມຜິດ​ຕໍ່ໜ້າ​ພໍ່​ຕະຫລອດ​ຊີວິດ​ຂອງ​ລູກ!’
33“ແລ້ວ​ບັດນີ້, ຂໍ​ກະລຸນາ​ໃຫ້​ຜູ້ຮັບໃຊ້​ຂອງ​ທ່ານ​ຍັງ​ຢູ່​ທີ່​ນີ້​ເປັນ​ຂ້າທາດ​ຂອງ​ນາຍ​ຂອງ​ຂ້ານ້ອຍ​ແທນ​ເດັກຊາຍ​ນັ້ນ​ດ້ວຍ ແລະ ຂໍ​ກະລຸນາ​ໃຫ້​ເດັກຊາຍ​ຄົນ​ນີ້​ໄດ້​ກັບ​ຄືນ​ເມືອ​ພ້ອມ​ກັບ​ພວກອ້າຍ​ຂອງ​ລາວ. 34ຂ້ານ້ອຍ​ຈະ​ກັບ​ຄືນ​ໄປ​ພົບ​ພໍ່​ຂອງ​ຂ້ານ້ອຍ​ໄດ້​ຢ່າງໃດ ຖ້າ​ເດັກຊາຍ​ຄົນ​ນີ້​ບໍ່​ໄດ້​ໄປ​ກັບ​ຂ້ານ້ອຍ? ຢ່າ​ເລີຍ! ຢ່າ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ຄວາມທຸກທໍລະມານ​ທີ່​ຈະ​ເກີດ​ກັບ​ພໍ່​ຂອງ​ຂ້ານ້ອຍ​ເລີຍ”.

Markering

Kopiëren

Vergelijk

Delen

None

Wil je jouw markerkingen op al je apparaten opslaan? Meld je aan of log in

Video voor ປະຖົມມະການ 44