ປະຖົມມະການ 43

43
ການເດິນທາງ​ໄປ​ເອຢິບ​ຄັ້ງ​ທີ​ສອງ
1ເວລາ​ນັ້ນ​ການ​ອຶດຢາກ​ອາຫານ​ຍັງ​ຮ້າຍແຮງ​ຢູ່​ໃນ​ແຜ່ນດິນ​ນັ້ນ. 2ດັ່ງນັ້ນ ເມື່ອ​ພວກເຂົາ​ໄດ້​ກິນ​ເຂົ້າ​ທີ່​ພວກເຂົາ​ໄດ້​ຊື້​ມາ​ຈາກ​ເອຢິບ​ໝົດ​ແລ້ວ, ພໍ່​ຂອງ​ພວກເຂົາ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ກັບ​ຄືນ​ໄປ ແລະ ຊື້​ອາຫານ​ເພື່ອ​ພວກເຮົາ​ຕື່ມ​ອີກ​ໜ້ອຍ​ໜຶ່ງ”.
3ແຕ່​ຢູດາ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ຊາຍ​ຄົນ​ນັ້ນ​ໄດ້​ເຕືອນ​ພວກເຮົາ​ຢ່າງ​ຈິງຈັງ​ວ່າ, ‘ພວກເຈົ້າ​ຈະ​ບໍ່​ໄດ້​ເຫັນ​ໜ້າ​ເຮົາ​ອີກ ຈົນ​ກວ່າ​ນ້ອງຊາຍ​ຂອງ​ພວກເຈົ້າ​ມາ​ກັບ​ພວກເຈົ້າ’. 4ຖ້າ​ພໍ່​ຍອມ​ສົ່ງ​ນ້ອງ​ໄປ​ກັບ​ພວກເຮົາ, ພວກເຮົາ​ຈຶ່ງ​ຈະ​ລົງ​ໄປ ແລະ ຊື້​ອາຫານ​ມາ​ໃຫ້​ພໍ່. 5ແຕ່​ຖ້າ​ພໍ່​ບໍ່​ສົ່ງ​ລາວ​ໄປ, ພວກເຮົາ​ກໍ​ຈະ​ບໍ່​ລົງ​ໄປ, ເພາະ​ຊາຍ​ຄົນ​ນັ້ນ​ໄດ້​ເວົ້າ​ຕໍ່​ພວກເຮົາ​ວ່າ, ‘ພວກເຈົ້າ​ຈະ​ບໍ່​ໄດ້​ເຫັນ​ໜ້າ​ເຮົາ​ອີກ ຈົນ​ກວ່າ​ນ້ອງຊາຍ​ຂອງ​ພວກເຈົ້າ​ມາ​ກັບ​ພວກເຈົ້າ’ ”.
6ອິດສະຣາເອນ​ໄດ້​ຖາມ​ວ່າ, “ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ນຳ​ເອົາ​ຄວາມເດືອນຮ້ອນ​ມາ​ໃສ່​ພໍ່​ໂດຍ​ບອກ​ຊາຍ​ນັ້ນ​ວ່າ​ພວກເຈົ້າ​ຍັງ​ມີ​ນ້ອງຊາຍ​ອີກ​ຄົນ​ໜຶ່ງ?”
7ພວກເຂົາ​ໄດ້​ຕອບ​ວ່າ, “ຊາຍ​ນັ້ນ​ຖາມ​ພວກເຮົາ​ຢ່າງ​ເຈາະຈົງ​ກ່ຽວກັບ​ພວກເຮົາ​ເອງ ແລະ ຄອບຄົວ​ຂອງ​ພວກເຮົາ. ເພິ່ນ​ໄດ້​ຖາມ​ພວກເຮົາ​ວ່າ, ‘ພໍ່​ຂອງ​ພວກເຈົ້າ​ຍັງ​ມີ​ຊີວິດ​ຢູ່​ບໍ? ພວກເຈົ້າ​ມີ​ນ້ອງ​ອີກ​ຄົນ​ໜຶ່ງ​ແມ່ນ​ບໍ?’ ພວກເຮົາ​ກໍ​ພຽງ​ແຕ່​ໄດ້​ຕອບ​ຕາມ​ຄຳຖາມ​ຂອງ​ເພິ່ນ. ພວກເຮົາ​ຈະ​ຮູ້​ໄດ້​ແນວໃດ​ວ່າ​ເພິ່ນ​ຈະ​ເວົ້າ​ວ່າ, ‘ຈົ່ງ​ນຳ​ເອົາ​ນ້ອງຊາຍ​ຂອງ​ພວກເຈົ້າ​ລົງ​ມາ​ທີ່​ນີ້’?”
8ແລ້ວ​ຢູດາ​ກໍ​ໄດ້​ເວົ້າ​ຕໍ່​ອິດສະຣາເອນ​ພໍ່​ຂອງ​ຕົນ​ວ່າ, “ຂໍ​ໃຫ້​ສົ່ງ​ນ້ອງຊາຍ​ໄປ​ກັບ​ພວກເຮົາ ແລະ ພວກເຮົາ​ຈະ​ໄດ້​ອອກ​ເດີນທາງ​ໃນ​ທັນທີ, ເພື່ອ​ວ່າ​ພວກເຮົາ​ກັບ​ພໍ່​ເອງ ແລະ ບັນດາ​ລູກ​ຂອງ​ພວກເຮົາ​ຈະ​ມີ​ຊີວິດ ແລະ ບໍ່​ຕາຍ. 9ລູກເອງ​ຈະ​ຮັບປະກັນ​ຄວາມ​ປອດໄພ​ຂອງ​ລາວ; ໃຫ້​ພໍ່​ຖື​ວ່າ​ລູກ​ເປັນ​ຜູ້​ຮັບຜິດຊອບ​ລາວ. ຖ້າ​ລູກ​ບໍ່​ພາ​ລາວ​ກັບ​ມາ​ຫາ​ພໍ່ ແລະ ມອບ​ລາວ​ໄວ້​ຢູ່​ຕໍ່ໜ້າ​ພໍ່​ທີ່​ນີ້, ລູກ​ກໍ​ຂໍ​ແບກ​ຮັບ​ເອົາ​ຄວາມຜິດ​ຕໍ່ໜ້າ​ພໍ່​ຕະຫລອດ​ຊີວິດ​ຂອງ​ລູກ. 10ຖ້າ​ພວກເຮົາ​ບໍ່​ຊັກຊ້າ​ຢູ່​ຢ່າງ​ນີ້, ປານ​ນີ້​ພວກເຮົາ​ຄົງ​ໄດ້​ໄປ ແລະ ໄດ້​ກັບ​ມາ​ສອງ​ເທື່ອ​ແລ້ວ”.
11ແລ້ວ​ອິດສະຣາເອນ​ພໍ່​ຂອງ​ພວກເຂົາ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ຖ້າ​ຕ້ອງ​ເປັນ​ເຊັ່ນ​ນີ້, ກໍ​ຈົ່ງ​ເຮັດ​ດັ່ງນີ້: ຈົ່ງ​ເອົາ​ຜົນຜະລິດ​ທີ່​ດີ​ທີ່ສຸດ​ໃນ​ດິນແດນ​ຂອງ​ພວກເຮົາ​ຈຳນວນ​ໜຶ່ງ​ໃສ່​ໃນ​ຖົງ​ຂອງ​ພວກເຈົ້າ ແລະ ເອົາ​ສິ່ງ​ເຫລົ່ານັ້ນ​ລົງ​ໄປ​ຫາ​ຊາຍ​ຄົນ​ນັ້ນ​ເພື່ອ​ເປັນ​ຂອງຝາກ​ເຊັ່ນ​ວ່າ: ຢາໝ່ອງ​ໜ້ອຍ​ໜຶ່ງ, ນ້ຳເຜິ້ງ​ໜ້ອຍໜຶ່ງ, ເຄື່ອງເທດ ແລະ ຢາງໄມ້ຫອມ​ຈຳນວນ​ໜຶ່ງ, ຖົ່ວ​ພິດທາຊິໂອ ແລະ ໝາກອັນມອນ​ຈຳນວນ​ໜຶ່ງ. 12ຈົ່ງ​ເອົາ​ເງິນ​ໄປ​ຈຳນວນ​ສອງເທົ່າ​ດ້ວຍ, ເພາະ​ພວກເຈົ້າ​ຕ້ອງ​ໄດ້​ສົ່ງ​ຄືນ​ເງິນ​ທີ່​ຕິດ​ມາ​ໃນ​ປາກ​ກະສອບ​ຂອງ​ພວກເຈົ້າ​ນັ້ນ. ບາງທີ​ສິ່ງ​ນີ້​ອາດ​ຈະ​ເປັນ​ເລື່ອງ​ຜິດພາດ​ກໍ​ໄດ້. 13ຈົ່ງ​ເອົາ​ນ້ອງຊາຍ​ຂອງ​ພວກເຈົ້າ​ໄປ​ນຳ​ດ້ວຍ ແລະ ກັບ​ຄືນ​ໄປ​ພົບ​ຊາຍ​ຜູ້​ນັ້ນ​ທັນທີ. 14ແລະ ຂໍ​ພຣະເຈົ້າ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່#43:14 ພາສາ​ເຮັບເຣີ​ວ່າ ແອວຊາດາຍ​ໃຫ້​ຄວາມເມດຕາ​ແກ່​ພວກເຈົ້າ​ເມື່ອ​ຢູ່​ຕໍ່ໜ້າ​ຊາຍ​ຜູ້​ນັ້ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ປ່ອຍ​ນ້ອງຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ພວກເຈົ້າ ແລະ ເບັນຢາມິນ​ກັບ​ມາ​ພ້ອມ​ກັບ​ພວກເຈົ້າ. ສ່ວນ​ພໍ່, ຖ້າ​ວ່າ​ພໍ່​ຈະ​ຕ້ອງ​ຖືກ​ສູນເສຍ, ພໍ່​ກໍ​ຍອມ​ເປັນ​ຜູ້​ສູນເສຍ”.
15ດັ່ງນັ້ນ ພວກເຂົາ​ຈຶ່ງ​ນຳ​ເອົາ​ຂອງຝາກ ແລະ ເງິນ​ຈຳນວນ​ສອງເທົ່າ ແລະ ເບັນຢາມິນ​ໄປ​ນຳ. ພວກເຂົາ​ໄດ້​ຟ້າວ​ລົງ​ໄປ​ທີ່​ເອຢິບ ແລະ ໄດ້​ເຂົ້າ​ພົບ​ໂຢເຊັບ​ດ້ວຍ​ຕົນ​ເອງ. 16ເມື່ອ​ໂຢເຊັບ​ເຫັນ​ເບັນຢາມິນ​ມາ​ກັບ​ພວກເຂົາ​ແລ້ວ, ລາວ​ຈຶ່ງ​ໄດ້​ເວົ້າ​ຕໍ່​ຜູ້ດູແລ​ເຮືອນ​ຂອງ​ເພິ່ນ​ວ່າ, “ຈົ່ງ​ພາ​ຄົນ​ເຫລົ່ານີ້​ໄປ​ທີ່​ເຮືອນ​ຂອງ​ເຮົາ, ຂ້າ​ສັດ​ໂຕ​ໜຶ່ງ​ແລ້ວ​ປຸງແຕ່ງ​ອາຫານ; ພວກເຂົາ​ຈະ​ກິນ​ອາຫານ​ຮ່ວມ​ກັບ​ເຮົາ​ໃນ​ຕອນທ່ຽງ”.
17ຊາຍ​ນັ້ນ​ກໍ​ໄດ້​ເຮັດ​ຕາມ​ທີ່​ໂຢເຊັບ​ໄດ້​ບອກ​ລາວ ແລະ ໄດ້​ພາ​ຄົນ​ເຫລົ່ານັ້ນ​ໄປ​ທີ່​ເຮືອນ​ຂອງ​ໂຢເຊັບ. 18ບັດນີ້ ຄົນ​ເຫລົ່ານັ້ນ​ພາກັນ​ຕົກໃຈ​ຢ້ານ​ເມື່ອ​ພວກເຂົາ​ໄດ້​ຖືກ​ນຳ​ມາ​ທີ່​ເຮືອນ​ຂອງ​ໂຢເຊັບ. ພວກເຂົາ​ຄິດ​ວ່າ, “ພວກເຮົາ​ໄດ້​ຖືກ​ນຳ​ມາ​ບ່ອນນີ້​ເພາະ​ເງິນ​ທີ່​ຖືກ​ໃສ່​ຄືນ​ໃຫ້​ພວກເຮົາ​ໃນ​ກະສອບ​ເມື່ອ​ມາ​ເທື່ອ​ທຳອິດ​ນັ້ນ. ເພິ່ນ​ຕ້ອງການ​ຈະ​ໂຈມຕີ​ພວກເຮົາ ແລະ ເອົາ​ຊະນະ​ພວກເຮົາ ແລ້ວ​ຈັບ​ພວກເຮົາ​ເປັນ​ຂ້າທາດ ແລະ ຢຶດ​ເອົາ​ລໍ​ຂອງ​ພວກເຮົາ”.
19ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຫາ​ຜູ້ດູແລ​ຂອງ​ໂຢເຊັບ ແລະ ເວົ້າ​ກັບ​ລາວ​ຢູ່​ທີ່​ທາງເຂົ້າ​ເຮືອນ. 20ພວກເຂົາ​ໄດ້​ເວົ້າ​ວ່າ, “ນາຍ​ເອີຍ, ພວກເຮົາ​ຂໍໂທດ​ນຳ​ທ່ານ​ດ້ວຍ, ຄື​ພວກເຮົາ​ໄດ້​ລົງ​ມາ​ທີ່​ນີ້​ເທື່ອ​ທຳອິດ​ເພື່ອ​ຊື້​ອາຫານ. 21ແຕ່​ເມື່ອ​ເຖິງ​ບ່ອນ​ທີ່​ພວກເຮົາ​ຢຸດພັກ​ເພື່ອ​ນອນ​ຄ້າງຄືນ​ນັ້ນ ພວກເຮົາ​ໄດ້​ເປີດ​ກະສອບ​ຂອງ​ພວກເຮົາ​ອອກ ແລະ ພວກເຮົາ​ແຕ່ລະ​ຄົນ​ກໍ​ໄດ້​ພົບ​ເງິນ​ຕາມ​ຈຳນວນ​ທີ່​ພວກເຮົາ​ຈ່າຍ​ໄປ​ພໍ​ດີ ເຊິ່ງ​ຢູ່​ໃນ​ປາກ​ກະສອບ​ເຂົ້າ​ຂອງ​ພວກເຮົາ. ດັ່ງນັ້ນ ພວກເຮົາ​ຈຶ່ງ​ໄດ້​ຖື​ເງິນ​ຈຳນວນ​ນັ້ນ​ຄືນ​ມາ​ກັບ​ພວກເຮົາ. 22ພວກເຮົາ​ຍັງ​ໄດ້​ຖື​ເງິນ​ມາ​ເພີ່ມ​ອີກ​ກັບ​ພວກເຮົາ​ເພື່ອ​ຊື້​ອາຫານ. ພວກເຮົາ​ບໍ່​ຮູ້​ວ່າ​ຜູ້ໃດ​ເອົາ​ເງິນ​ຂອງ​ພວກເຮົາ​ໃສ່​ເຂົ້າ​ໃນ​ບັນດາ​ກະສອບ​ຂອງ​ພວກເຮົາ”.
23ລາວ​ໄດ້​ຕອບ​ວ່າ, “ບໍ່​ເປັນ​ຫຍັງ, ຢ່າ​ຢ້ານ​ເລີຍ. ພຣະເຈົ້າ​ຂອງ​ພວກທ່ານ, ພຣະເຈົ້າ​ຂອງ​ພໍ່​ພວກທ່ານ​ໄດ້​ໃຫ້​ຊັບສິນ​ທີ່​ຢູ່​ໃນ​ກະສອບ​ເຫລົ່ານັ້ນ​ແກ່​ພວກທ່ານ. ເຮົາ​ໄດ້​ຮັບ​ເງິນ​ຈາກ​ພວກທ່ານ​ແລ້ວ”. ແລ້ວ​ລາວ​ກໍ​ໄດ້​ນຳ​ເອົາ​ຊີເມໂອນ​ອອກ​ມາ​ໃຫ້​ແກ່​ພວກເຂົາ.
24ຜູ້ດູແລ​ຄົນ​ນັ້ນ​ຈຶ່ງ​ໄດ້​ພາ​ຄົນ​ເຫລົ່ານັ້ນ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ໂຢເຊັບ, ເອົາ​ນ້ຳ​ມາ​ໃຫ້​ພວກເຂົາ​ລ້າງ​ຕີນ ແລະ ໄດ້​ຈັດຫາ​ອາຫານ​ໃຫ້​ບັນດາ​ລໍ​ຂອງ​ພວກເຂົາ. 25ພວກເຂົາ​ໄດ້​ຕຽມ​ຂອງຝາກ​ໄວ້​ເພື່ອ​ມອບ​ໃຫ້​ແກ່​ໂຢເຊັບ ເຊິ່ງ​ຈະ​ມາ​ຮອດ​ໃນ​ຕອນທ່ຽງ, ເພາະ​ພວກເຂົາ​ໄດ້​ຍິນ​ວ່າ​ພວກເຂົາ​ຈະ​ໄດ້​ກິນ​ອາຫານ​ຢູ່​ທີ່​ນັ້ນ.
26ເມື່ອ​ໂຢເຊັບ​ມາ​ຮອດ​ເຮືອນ​ແລ້ວ, ພວກເຂົາ​ກໍ​ໄດ້​ມອບ​ຂອງຝາກ​ທີ່​ພວກເຂົາ​ໄດ້​ຖື​ເຂົ້າ​ມາ​ໃນ​ເຮືອນ​ໃຫ້​ລາວ ແລະ ພວກເຂົາ​ໄດ້​ພາກັນ​ກາບ​ລົງ​ທີ່​ພື້ນ​ຕໍ່ໜ້າ​ລາວ. 27ລາວ​ໄດ້​ຖາມ​ພວກເຂົາ​ວ່າ​ພວກເຂົາ​ເປັນ​ຢ່າງ​ໃດ ແລະ ຫລັງຈາກນັ້ນ​ລາວ​ຈຶ່ງ​ໄດ້​ເວົ້າ​ວ່າ, “ພໍ່​ທີ່​ເຖົ້າແກ່​ທີ່​ພວກເຈົ້າ​ເວົ້າ​ໃຫ້​ເຮົາ​ຟັງ​ນັ້ນ​ເປັນ​ແນວໃດ? ເພິ່ນ​ຍັງ​ມີ​ຊີວິດ​ຢູ່​ບໍ?”
28ພວກເຂົາ​ໄດ້​ຕອບ​ວ່າ, “ພໍ່​ຂອງ​ພວກ​ຜູ້ຮັບໃຊ້​ຂອງ​ທ່ານ​ຍັງ​ມີ​ຊີວິດ​ຢູ່ ແລະ ສະບາຍ​ດີ”. ແລະ ພວກເຂົາ​ກໍ​ໄດ້​ກົ້ມ​ລົງ, ໂດຍ​ພາກັນ​ໝອບ​ຄານ​ຕໍ່ໜ້າ​ເພິ່ນ.
29ຂະນະ​ທີ່​ໂຢເຊັບ​ຫລຽວ​ໄປ​ເບິ່ງ ລາວ​ກໍ​ເຫັນ​ເບັນຢາມິນ​ນ້ອງຊາຍ​ຂອງ​ຕົນ, ເຊິ່ງ​ເປັນ​ລູກຊາຍ​ຂອງ​ແມ່​ລາວ​ເອງ, ລາວ​ຈຶ່ງ​ໄດ້​ຖາມ​ວ່າ, “ຄົນ​ນີ້​ບໍ​ຄື​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ທີ່​ພວກເຈົ້າ​ເວົ້າ​ໃຫ້​ເຮົາ​ຟັງ?” ແລະ ລາວ​ກໍ​ໄດ້​ເວົ້າ​ກັບ​ເບັນຢາມິນ​ວ່າ, “ລູກ​ເອີຍ, ຂໍ​ພຣະເຈົ້າ​ໄດ້​ເມດຕາ​ເຈົ້າ”. 30ໂຢເຊັບ​ຕື້ນຕັນໃຈ​ຫລາຍ​ທີ່​ໄດ້​ເຫັນ​ໜ້າ​ນ້ອງຊາຍ​ຂອງ​ຕົນ, ລາວ​ຈຶ່ງ​ຟ້າວ​ອອກ​ໄປ ແລະ ຊອກຫາ​ບ່ອນ​ເພື່ອ​ໄປ​ຮ້ອງໄຫ້. ລາວ​ໄດ້​ເຂົ້າໄປ​ໃນ​ຫ້ອງ​ສ່ວນຕົວ​ຂອງ​ຕົນ ແລະ ຮ້ອງໄຫ້​ຢູ່​ໃນ​ທີ່​ນັ້ນ.
31ຫລັງຈາກ​ທີ່​ລາວ​ໄດ້​ລ້າງ​ໜ້າ​ຂອງ​ຕົນ​ແລ້ວ, ລາວ​ຈຶ່ງ​ອອກ​ມາ​ແລ້ວ​ຄວບຄຸມ​ຕົນ​ເອງ ແລະ ໄດ້​ເວົ້າ​ວ່າ, “ຈົ່ງ​ເສີບ​ອາຫານ”.
32ພວກເຂົາ​ໄດ້​ເສີບ​ອາຫານ​ໃຫ້​ລາວ​ກິນ​ຜູ້​ດຽວ, ໂຕະ​ຂອງ​ພວກອ້າຍນ້ອງ​ຂອງ​ລາວ​ແມ່ນ​ແຍກ​ຕ່າງ​ຫາກ ແລະ ຊາວເອຢິບ​ທີ່​ຮ່ວມ​ກິນ​ອາຫານ​ກັບ​ລາວ​ກໍ​ຢູ່​ອີກ​ໂຕະ​ໜຶ່ງ, ເພາະ​ຊາວ​ເອຢິບ​ບໍ່​ສາມາດ​ກິນ​ຮ່ວມ​ໂຕະ​ກັບ​ຊາວ​ເຮັບເຣີ​ໄດ້, ເພາະ​ຖື​ວ່າ​ເປັນ​ສິ່ງ​ທີ່​ໜ້າລັງກຽດ​ສຳລັບ​ຊາວເອຢິບ. 33ຄົນ​ເຫລົ່ານັ້ນ​ໄດ້​ພາກັນ​ນັ່ງ​ຕໍ່ໜ້າ​ລາວ​ຕາມ​ລຳດັບ​ອາຍຸ​ຂອງ​ພວກເຂົາ, ເລີ່ມ​ຈາກ​ລູກ​ກົກ​ໄປ​ຈົນ​ເຖິງ​ລູກ​ຫລ້າ; ແລະ ພວກເຂົາ​ໄດ້​ຫລຽວເບິ່ງ​ໜ້າ​ກັນ​ດ້ວຍ​ຄວາມປະຫລາດໃຈ. 34ເມື່ອ​ອາຫານ​ສ່ວນ​ທີ່​ເສີບ​ໃຫ້​ພວກເຂົາ​ມາ​ຈາກ​ໂຕະ​ຂອງ​ໂຢເຊັບ​ນັ້ນ, ສ່ວນ​ຂອງ​ເບັນຢາມິນ​ແມ່ນ​ໄດ້​ຫ້າ​ເທົ່າ​ຫລາຍ​ກວ່າ​ສ່ວນ​ຂອງ​ຄົນ​ອື່ນໆ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ກິນ ແລະ ດື່ມ​ຮ່ວມ​ກັບ​ໂຢເຊັບ​ຢ່າງ​ເປັນ​ກັນ​ເອງ.

Markering

Kopiëren

Vergelijk

Delen

None

Wil je jouw markerkingen op al je apparaten opslaan? Meld je aan of log in

Video voor ປະຖົມມະການ 43