ປະຖົມມະການ 42

42
ພວກ​ອ້າຍ​ຂອງ​ໂຢເຊັບ​ໄປ​ທີ່​ເອຢິບ
1ເມື່ອ​ຢາໂຄບ​ໄດ້​ຮູ້​ວ່າ​ມີ​ເຂົ້າ​ຢູ່​ໃນ​ເອຢິບ, ເພິ່ນ​ຈຶ່ງ​ໄດ້​ເວົ້າ​ກັບ​ບັນດາ​ລູກຊາຍ​ຂອງ​ເພິ່ນ​ວ່າ, “ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ມີ​ແຕ່​ແນມເບິ່ງ​ໜ້າ​ກັນ​ຢູ່? 2ເພິ່ນ​ສືບຕໍ່​ເວົ້າ​ວ່າ, ພໍ່​ໄດ້​ຍິນ​ວ່າ​ທີ່​ເອຢິບ​ນັ້ນ​ມີ​ເຂົ້າ. ຈົ່ງ​ລົງ​ໄປ​ທີ່​ນັ້ນ ແລະ ຊື້​ເຂົ້າ​ມາ​ຈຳນວນ​ໜຶ່ງ​ສຳລັບ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ມີຊີວິດ​ຢູ່ ແລະ ບໍ່​ຕາຍ”.
3ແລ້ວ​ອ້າຍ​ທັງ​ສິບ​ຄົນ​ຂອງ​ໂຢເຊັບ​ຈຶ່ງ​ໄດ້​ເດີນທາງ​ລົງ​ໄປ​ເພື່ອ​ຊື້​ເຂົ້າ​ຈາກ​ເອຢິບ. 4ແຕ່​ຢາໂຄບ​ບໍ່​ໄດ້​ສົ່ງ​ເບັນຢາມິນ​ນ້ອງຊາຍ​ຂອງ​ໂຢເຊັບ​ໄປ​ກັບ​ຄົນ​ອື່ນໆ, ເພາະ​ເພິ່ນ​ຢ້ານ​ວ່າ​ຈະ​ເກີດ​ອັນຕະລາຍ​ກັບ​ລາວ. 5ດັ່ງນັ້ນ ບັນດາ​ລູກຊາຍ​ຂອງ​ອິດສະຣາເອນ​ຈຶ່ງ​ຮ່ວມ​ເດີນທາງ​ໄປ​ຊື້​ເຂົ້າ​ພ້ອມ​ກັບ​ຄົນ​ອື່ນໆ, ເພາະ​ຢູ່​ໃນ​ດິນແດນ​ການາອານ​ກໍ​ມີ​ການ​ອຶດຢາກ​ອາຫານ​ເໝືອນກັນ.
6ຂະນະ​ນັ້ນ​ໂຢເຊັບ​ເປັນ​ຜູ້ປົກຄອງ​ແຜ່ນດິນ, ລາວ​ເປັນ​ຜູ້​ທີ່​ຂາຍ​ເຂົ້າ​ໃຫ້​ປະຊາຊົນ​ທັງໝົດ​ໃນ​ແຜ່ນດິນ​ນັ້ນ. ດັ່ງນັ້ນ ເມື່ອ​ບັນດາ​ອ້າຍ​ຂອງ​ໂຢເຊັບ​ໄດ້​ມາ​ຮອດ, ພວກເຂົາ​ຈຶ່ງ​ກົ້ມ​ຄຳນັບ​ໂຢເຊັບ​ໂດຍ​ໝູບໜ້າ​ຂອງ​ຕົນ​ລົງ​ທີ່​ພື້ນ. 7ທັນທີ​ທີ່​ໂຢເຊັບ​ໄດ້​ເຫັນ​ບັນດາ​ອ້າຍ​ຂອງ​ລາວ, ລາວ​ກໍ​ຈື່​ພວກເຂົາ​ໄດ້, ແຕ່​ລາວ​ໄດ້​ຄື​ວ່າ​ບໍ່​ຮູ້ຈັກ ແລະ ໄດ້​ເວົ້າ​ແຮງ​ຕໍ່​ພວກເຂົາ. ເພິ່ນ​ໄດ້​ຖາມ​ວ່າ, “ພວກເຈົ້າ​ມາ​ຈາກ​ໃສ?”
ພວກເຂົາ​ໄດ້​ຕອບ​ວ່າ, “ມາ​ຈາກ​ດິນແດນ​ການາອານ ເພື່ອ​ຊື້​ເຂົ້າ”.
8ເຖິງ​ແມ່ນ​ວ່າ​ໂຢເຊັບ​ຈື່​ບັນດາ​ອ້າຍ​ຂອງ​ຕົນ​ໄດ້ ແຕ່​ພວກເຂົາ​ກໍ​ຈື່​ລາວ​ບໍ່​ໄດ້. 9ແລ້ວ​ໂຢເຊັບ​ກໍ​ນຶກ​ເຖິງ​ຄວາມຝັນ​ຂອງ​ຕົນ​ກ່ຽວກັບ​ພວກເຂົາ ແລະ ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ນັກສືບ! ພວກເຈົ້າ​ມາ​ເພື່ອ​ເບິ່ງ​ດິນແດນ​ຂອງ​ພວກເຮົາ​ວ່າ​ບ່ອນໃດ​ທີ່​ບໍ່​ໄດ້​ມີ​ການ​ປ້ອງກັນ”.
10ພວກເຂົາ​ໄດ້​ຕອບ​ວ່າ, “ບໍ່​ແມ່ນ, ນາຍ​ຂອງ​ພວກຂ້ານ້ອຍ​ເອີຍ, ຜູ້ຮັບໃຊ້​ຂອງ​ທ່ານ​ມາ​ເພື່ອ​ຂໍ​ຊື້​ອາຫານ. 11ພວກຂ້ານ້ອຍ​ທັງໝົດ​ເປັນ​ລູກຊາຍ​ຂອງ​ພໍ່​ດຽວ​ກັນ. ຜູ້ຮັບໃຊ້​ຂອງ​ທ່ານ​ເປັນ​ຄົນ​ສັດຊື່, ບໍ່​ແມ່ນ​ນັກສືບ”.
12ໂຢເຊັບ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ບໍ່! ພວກເຈົ້າ​ໄດ້​ມາ​ເພື່ອ​ເບິ່ງ​ດິນແດນ​ຂອງ​ພວກເຮົາ​ວ່າ​ບ່ອນໃດ​ທີ່​ບໍ່​ມີ​ການ​ປ້ອງກັນ”.
13ແຕ່​ພວກເຂົາ​ໄດ້​ຕອບ​ວ່າ, “ບັນດາ​ຜູ້ຮັບໃຊ້​ຂອງ​ທ່ານ​ມີ​ອ້າຍນ້ອງ​ນຳ​ກັນ​ສິບສອງ​ຄົນ, ເປັນ​ລູກຊາຍ​ຂອງ​ພໍ່​ດຽວ​ກັນ, ເພິ່ນ​ຢູ່​ທີ່​ດິນແດນ​ການາອານ. ເວລາ​ນີ້​ນ້ອງຊາຍ​ຫລ້າ​ກໍ​ຢູ່​ກັບ​ພໍ່​ຂອງ​ພວກເຮົາ ແລະ ນ້ອງ​ຄົນ​ໜຶ່ງ​ໄດ້​ຈາກ​ໄປ​ແລ້ວ”.
14ໂຢເຊັບ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ກໍ​ເປັນ​ດັ່ງ​ທີ່​ເຮົາ​ບອກ​ພວກເຈົ້າ​ນັ້ນ​ວ່າ: ພວກເຈົ້າ​ເປັນ​ນັກສືບ! 15ແລະ ນີ້​ເປັນ​ວິທີ​ທີ່​ຈະ​ຕ້ອງ​ໄດ້​ທົດສອບ​ພວກເຈົ້າ​ຄື: ຟາໂຣ​ຍັງ​ມີ​ຊີວິດ​ຢູ່​ຢ່າງໃດ, ພວກເຈົ້າ​ກໍ​ຈະ​ອອກ​ໄປ​ຈາກ​ບ່ອນນີ້​ບໍ່​ໄດ້​ຢ່າງ​ແນ່ນອນ​ຈົນ​ກວ່າ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ຈະ​ມາ​ບ່ອນ​ນີ້. 16ຈົ່ງ​ສົ່ງ​ຄົນ​ໜຶ່ງ​ໃນ​ຈຳນວນ​ພວກເຈົ້າ​ກັບ​ໄປ​ເອົາ​ນ້ອງຊາຍ​ຂອງ​ພວກເຈົ້າ​ມາ; ສ່ວນ​ພວກເຈົ້າ​ທີ່​ຍັງ​ເຫລືອ​ຈະ​ຖືກ​ກັກ​ໄວ້​ໃນ​ຄຸກ, ເພື່ອ​ພິສູດ​ໃຫ້​ເຫັນ​ວ່າ​ເລື່ອງ​ທີ່​ພວກເຈົ້າ​ເວົ້າ​ມາ​ນີ້​ເປັນ​ຄວາມຈິງ. ຖ້າ​ພວກເຈົ້າ​ບໍ່​ໄດ້​ເວົ້າ​ຄວາມຈິງ, ແລ້ວ​ຟາໂຣ​ມີ​ຊີວິດ​ຢູ່​ແທ້​ຢ່າງ​ໃດ, ພວກເຈົ້າ​ກໍ​ເປັນ​ນັກສືບ​ຢ່າງ​ນັ້ນ!” 17ແລ້ວ​ລາວ​ກໍ​ໄດ້​ເອົາ​ພວກເຂົາ​ທັງໝົດ​ໄປ​ໄວ້​ໃນ​ບ່ອນ​ຄຸມຂັງ​ເປັນ​ເວລາ​ສາມ​ວັນ.
18ໃນ​ມື້​ທີ​ສາມ, ໂຢເຊັບ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ເຮັດ​ຕາມ​ນີ້​ແລ້ວ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່, ເພາະ​ເຮົາ​ຢຳເກງ​ພຣະເຈົ້າ: 19ຖ້າ​ພວກເຈົ້າ​ເປັນ​ຄົນ​ສັດຊື່, ຈົ່ງ​ປ່ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ອ້າຍນ້ອງ​ຂອງ​ພວກເຈົ້າ​ໄວ້​ຢູ່​ໃນ​ຄຸກ​ທີ່​ນີ້, ສ່ວນ​ພວກເຈົ້າ​ທີ່​ເຫລືອ​ໃຫ້​ນຳ​ເອົາ​ເຂົ້າ​ກັບ​ໄປ​ໃຫ້​ຄອບຄົວ​ຂອງ​ພວກເຈົ້າ​ທີ່​ກຳລັງ​ອຶດຢາກ​ຢູ່​ນັ້ນ. 20ແຕ່​ພວກເຈົ້າ​ຕ້ອງ​ນຳ​ເອົາ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ກັບ​ມາ​ຫາ​ເຮົາ, ເພື່ອ​ວ່າ​ຈະ​ໄດ້​ພິສູດ​ຄຳເວົ້າ​ຂອງ​ພວກເຈົ້າ ແລະ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕາຍ”. ພວກເຂົາ​ກໍ​ຍອມ​ເຮັດ​ຕາມ​ນັ້ນ.
21ພວກເຂົາ​ເວົ້າ​ຕໍ່​ກັນ​ວ່າ, “ພວກເຮົາ​ຖືກ​ລົງໂທດ​ກໍ​ເປັນ​ເພາະ​ນ້ອງຊາຍ​ຂອງ​ພວກເຮົາ​ແທ້ໆ. ພວກເຮົາ​ກໍ​ເຫັນ​ວ່າ​ລາວ​ທຸກໃຈ​ຂະໜາດ​ໃດ​ເມື່ອ​ລາວ​ຮ້ອງຂໍ​ຊີວິດ​ຂອງ​ລາວ​ກັບ​ພວກເຮົາ, ແຕ່​ພວກເຮົາ​ກໍ​ບໍ່​ຟັງ​ລາວເລີຍ; ດ້ວຍ​ເຫດ​ນີ້​ຄວາມທຸກ​ນີ້​ຈຶ່ງ​ມາ​ເຖິງ​ພວກເຮົາ”.
22ຣູເບັນ​ໄດ້​ຕອບ​ວ່າ, “ເຮົາ​ໄດ້​ຫ້າມ​ພວກເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ​ຢ່າ​ເຮັດ​ບາບ​ຕໍ່​ເດັກນ້ອຍ​ຄົນ​ນັ້ນ? ແຕ່​ພວກເຈົ້າ​ກໍ​ບໍ່​ຟັງ! ບັດນີ້ ພວກເຮົາ​ຈຶ່ງ​ຕ້ອງ​ຊົດໃຊ້​ບາບ​ທີ່​ຂ້າ​ນ້ອງ”. 23ພວກເຂົາ​ບໍ່​ໄດ້​ຮູ້​ວ່າ​ໂຢເຊັບ​ສາມາດ​ເຂົ້າ​ໃຈ​ພວກເຂົາ, ເນື່ອງຈາກ​ວ່າ​ລາວ​ກຳລັງ​ໃຊ້​ຜູ້​ແປ​ພາສາ​ຢູ່.
24ລາວ​ຈຶ່ງ​ໄດ້​ຫັນ​ອອກ​ໄປ​ຈາກ​ພວກເຂົາ ແລະ ເລີ່ມ​ຮ້ອງໄຫ້, ແຕ່​ຫລັງ​ຈາກ​ນັ້ນ​ກໍ​ກັບ​ເຂົ້າ​ມາ ແລະ ໄດ້​ເວົ້າ​ກັບ​ພວກເຂົາ​ອີກ. ລາວ​ໄດ້​ເອົາ​ຊີເມໂອນ​ຈາກ​ພວກເຂົາ ແລະ ໄດ້​ມັດ​ລາວ​ໄວ້​ຕໍ່ໜ້າ​ພວກເຂົາ.
25ໂຢເຊັບ​ໄດ້​ອອກ​ຄຳສັ່ງ​ໃຫ້​ເອົາ​ເຂົ້າ​ໃສ່​ເຕັມ​ກະສອບ​ຂອງ​ພວກເຂົາ, ໃຫ້​ເອົາ​ເງິນ​ໃສ່​ຄືນ​ໄວ້​ໃນ​ກະສອບ​ຂອງ​ແຕ່​ລະ​ຄົນ ແລະ ໃຫ້​ເອົາ​ອາຫານ​ໃຫ້​ພວກເຂົາ​ສຳລັບ​ການ​ເດີນທາງ​ຂອງ​ພວກເຂົາ​ດ້ວຍ. ຫລັງຈາກ​ເຮັດ​ສິ່ງ​ນີ້​ແກ່​ພວກເຂົາ​ສຳເລັດ​ແລ້ວ, 26ພວກເຂົາ​ຈຶ່ງ​ໄດ້​ເອົາ​ກະສອບ​ເຂົ້າ​ບັນທຸກ​ໃສ່​ຫລັງ​ລໍ​ຂອງ​ພວກເຂົາ​ແລ້ວ​ກໍ​ພາກັນ​ອອກ​ເດີນທາງ​ໄປ.
27ເມື່ອ​ໄປ​ເຖິງ​ບ່ອນ​ທີ່​ພວກເຂົາ​ໄດ້​ຢຸດພັກ​ເພື່ອ​ຄ້າງຄືນ​ນັ້ນ ມີ​ຄົນ​ໜຶ່ງ​ໃນ​ພວກເຂົາ​ໄດ້​ເປີດ​ກະສອບ​ຂອງ​ຕົນ​ອອກ​ເພື່ອ​ຈະ​ເອົາ​ອາຫານ​ໃຫ້​ລໍ​ຂອງ​ລາວ​ກິນ ແລະ ລາວ​ກໍ​ໄດ້​ເຫັນ​ເງິນ​ຂອງ​ລາວ​ຢູ່​ທີ່​ປາກ​ກະສອບ​ຂອງ​ຕົນ. 28ລາວ​ຈຶ່ງ​ໄດ້​ເວົ້າ​ຕໍ່​ພວກ​ອ້າຍ​ນ້ອງ​ຂອງ​ຕົນ​ວ່າ, “ມີ​ຄົນ​ໄດ້​ຄືນ​ເງິນ​ຂອງ​ຂ້ອຍ, ນີ້​ແມ່ນ​ເງິນ​ທີ່​ຢູ່​ໃນ​ກະສອບ​ຂອງ​ຂ້ອຍ”.
ຫົວໃຈ​ຂອງ​ພວກເຂົາ​ກໍ​ຕົກ​ວາບ ແລະ ພວກເຂົາ​ຫັນ​ໄປ​ເວົ້າ​ຕໍ່​ກັນ​ດ້ວຍ​ຄວາມ​ສັ່ນ​ວ່າ, “ພຣະເຈົ້າ​ໄດ້​ຫຍັງ​ກັບ​ພວກເຮົາ​ຢ່າງ​ນີ້?”
29ເມື່ອ​ພວກເຂົາ​ກັບ​ມາ​ເຖິງ​ຢາໂຄບ​ພໍ່​ຂອງ​ພວກເຂົາ​ໃນ​ດິນແດນ​ການາອານ, ພວກເຂົາ​ກໍ​ໄດ້​ເລົ່າ​ເລື່ອງ​ທີ່​ເກີດ​ຂຶ້ນ​ທັງໝົດ​ກັບ​ພວກເຂົາ​ໃຫ້​ເພິ່ນ​ຟັງ. ພວກເຂົາ​ໄດ້​ເວົ້າ​ວ່າ, 30“ຊາຍ​ຜູ້​ທີ່​ເປັນ​ນາຍ​ເໜືອ​ແຜ່ນດິນ​ໄດ້​ເວົ້າ​ແຮງ​ຕໍ່​ພວກເຮົາ ແລະ ຂົ່ມຂູ່​ພວກເຮົາ​ເໝືອນ​ກັບ​ວ່າ​ພວກເຮົາ​ກຳລັງ​ໄປ​ສອດແນມ​ແຜ່ນດິນ​ນັ້ນ. 31ແຕ່​ພວກເຮົາ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, ‘ພວກເຮົາ​ເປັນ​ຄົນ​ສັດຊື່; ພວກເຮົາ​ບໍ່​ແມ່ນ​ນັກສືບ. 32ພວກເຮົາ​ມີ​ອ້າຍນ້ອງ​ນຳກັນ​ສິບສອງ​ຄົນ, ເປັນ​ລູກຊາຍ​ຂອງ​ພໍ່​ດຽວ​ກັນ. ຄົນ​ໜຶ່ງ​ໄດ້​ຈາກ​ໄປ​ແລ້ວ ແລະ ເວລາ​ນີ້​ນ້ອງຊາຍ​ຫລ້າ​ຍັງ​ຢູ່​ກັບ​ພໍ່​ຂອງ​ພວກເຮົາ​ຢູ່​ທີ່​ການາອານ’.
33“ແລ້ວ​ຊາຍ​ທີ່​ເປັນ​ນາຍ​ເໜືອ​ແຜ່ນດິນ​ນັ້ນ​ໄດ້​ເວົ້າ​ກັບ​ພວກເຮົາ​ວ່າ, ‘ນີ້​ແມ່ນ​ວິທີ​ທີ່​ຈະ​ໃຫ້​ຮູ້​ວ່າ​ພວກເຈົ້າ​ເປັນ​ຄົນ​ສັດຊື່​ຄື: ຈົ່ງ​ປະ​ຄົນ​ໜຶ່ງ​ໃນ​ບັນດາ​ອ້າຍນ້ອງ​ຂອງ​ພວກເຈົ້າ​ໄວ້​ກັບ​ເຮົາ​ຢູ່​ທີ່​ນີ້ ແລະ ນຳ​ເອົາ​ອາຫານ​ໄປ​ໃຫ້​ຄົວເຮືອນ​ຂອງ​ພວກເຈົ້າ​ທີ່​ກຳລັງ​ອຶດຢາກ​ຢູ່ ແລະ ກັບ​ໄປ. 34ແຕ່​ຈົ່ງ​ນຳ​ເອົາ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ມາ​ຫາ​ເຮົາ ເພື່ອ​ເຮົາ​ຈະ​ໄດ້​ຮູ້​ວ່າ​ພວກເຈົ້າ​ບໍ່​ແມ່ນ​ນັກສືບ ແຕ່​ເປັນ​ຄົນ​ສັດຊື່. ແລ້ວ​ເຮົາ​ຈະ​ຄືນ​ອ້າຍນ້ອງ​ຂອງ​ເຈົ້າ​ທີ່​ຖືກ​ຂັງ​ໄວ້​ໃຫ້​ແກ່​ພວກເຈົ້າ ແລະ ພວກເຈົ້າ​ສາມາດ​ຕິດຕໍ່​ຄ້າຂາຍ#42:34 ຫລື ໄປ​ມາ​ຢ່າງ​ເສລີ​ໃນ​ດິນແດນ​ນີ້​ໄດ້’ ”.
35ໃນ​ຂະນະ​ທີ່​ພວກເຂົາ​ກຳລັງ​ເທ​ເຂົ້າ​ອອກ​ຈາກ​ກະສອບ​ຂອງ​ຕົນ​ນັ້ນ, ແຕ່​ລະ​ຄົນ​ກໍ​ພົບ​ຖົງ​ເງິນ​ຢູ່​ໃນ​ກະສອບ​ຂອງ​ຕົນ! ເມື່ອ​ພວກເຂົາ ແລະ ພໍ່​ຂອງ​ພວກເຂົາ​ເຫັນ​ຖົງ​ເງິນ​ເຫລົ່ານັ້ນ​ແລ້ວ, ພວກເຂົາ​ກໍ​ໄດ້​ພາກັນ​ຕົກໃຈ​ຢ້ານ. 36ຢາໂຄບ​ພໍ່​ຂອງ​ພວກເຂົາ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກເຈົ້າ​ຄື​ມາ​ພາກ​ພໍ່​ພາກ​ລູກ​ແທ້. ໂຢເຊັບ​ກໍ​ໄດ້​ຈາກ​ໄປ​ແລ້ວ ແລະ ຊີເມໂອນ​ກໍ​ຈາກ​ໄປ​ແລ້ວ ແລະ ບັດນີ້ ພວກເຈົ້າ​ຍັງ​ຕ້ອງການ​ຈະ​ເອົາ​ເບັນຢາມິນ​ໄປ​ອີກ. ທຸກສິ່ງ​ເປັນ​ການ​ຕໍ່ສູ້​ພໍ່!”
37ແລ້ວ​ຣູເບັນ​ຈຶ່ງ​ໄດ້​ເວົ້າ​ຕໍ່​ພໍ່​ຂອງ​ຕົນ​ວ່າ, “ຖ້າ​ລູກ​ບໍ່​ໄດ້​ນຳເອົາ​ເບັນຢາມິນ​ກັບ​ມາ​ຫາ​ພໍ່ ກໍ​ໃຫ້​ພໍ່​ຂ້າ​ລູກຊາຍ​ທັງ​ສອງ​ຂອງ​ລູກ​ໄດ້​ເລີຍ. ຂໍ​ຈົ່ງ​ມອບ​ລາວ​ໄວ້​ໃນ​ຄວາມ​ດູແລ​ຂອງ​ລູກ ແລະ ລູກ​ຈະ​ນຳ​ເອົາ​ລາວ​ກັບ​ຄືນ​ມາ”.
38ແຕ່​ຢາໂຄບ​ໄດ້​ເວົ້າ​ວ່າ, “ລູກຊາຍ​ຂອງ​ພໍ່​ຈະ​ບໍ່​ລົງ​ໄປ​ທີ່​ນັ້ນ​ກັບ​ພວກເຈົ້າ; ອ້າຍ​ຂອງ​ລາວ​ກໍ​ຕາຍ​ໄປ​ແລ້ວ ແລະ ຍັງ​ແຕ່​ລາວ​ຄົນ​ດຽວ​ທີ່​ເຫລືອ​ຢູ່. ຖ້າ​ມີ​ອັນຕະລາຍ​ເກີດ​ຂຶ້ນ​ກັບ​ລາວ​ລະຫວ່າງ​ທາງ​ທີ່​ພວກເຈົ້າ​ກຳລັງ​ນຳ​ເອົາ​ລາວ​ໄປ​ນັ້ນ, ພວກເຈົ້າ​ຈະ​ພາ​ຫົວຫງອກ​ຂອງ​ພໍ່​ລົງ​ໄປ​ສູ່​ຂຸມຝັງສົບ​ດ້ວຍ​ຄວາມ​ໂສກເສົ້າ”.

Markering

Kopiëren

Vergelijk

Delen

None

Wil je jouw markerkingen op al je apparaten opslaan? Meld je aan of log in

Video voor ປະຖົມມະການ 42