1
ໂຢຮັນ 1:12
ພຣະຄຳພີສັກສິ
ພຄພ
ແຕ່ສ່ວນບັນດາຜູ້ທີ່ຕ້ອນຮັບພຣະອົງ ຄືຜູ້ທີ່ເຊື່ອໃນພຣະນາມຂອງພຣະອົງ ພຣະອົງກໍຊົງປະທານສິດໃຫ້ກາຍເປັນບຸດຂອງພຣະເຈົ້າ.
Харьцуулах
ໂຢຮັນ 1:12 г судлах
2
ໂຢຮັນ 1:1
ເມື່ອຕົ້ນເດີມນັ້ນ ພຣະທຳຊົງເປັນຢູ່ແລ້ວ ພຣະທຳນັ້ນຊົງສະຖິດຢູ່ກັບພຣະເຈົ້າ ແລະພຣະທຳນັ້ນແຫຼະ ຊົງເປັນພຣະເຈົ້າ.
ໂຢຮັນ 1:1 г судлах
3
ໂຢຮັນ 1:5
ຄວາມສະຫວ່າງສ່ອງເຂົ້າມາໃນຄວາມມືດ ແລະຄວາມມືດນັ້ນ ກໍເອົາຊະນະຄວາມສະຫວ່າງບໍ່ໄດ້ຈັກເທື່ອ.
ໂຢຮັນ 1:5 г судлах
4
ໂຢຮັນ 1:14
ພຣະທຳໄດ້ຊົງບັງເກີດເປັນມະນຸດ ແລະອາໄສຢູ່ທ່າມກາງເຮົາທັງຫລາຍ ບໍຣິບູນດ້ວຍພຣະຄຸນແລະຄວາມຈິງ ເຮົາທັງຫລາຍໄດ້ເຫັນສະຫງ່າຣາສີຂອງພຣະອົງ ຄືສະຫງ່າຣາສີທີ່ພຣະອົງໄດ້ຮັບ ໃນຖານະທີ່ເປັນພຣະບຸດອົງດຽວຂອງພຣະບິດາເຈົ້າ.
ໂຢຮັນ 1:14 г судлах
5
ໂຢຮັນ 1:3-4
ພຣະເຈົ້າໄດ້ຊົງສ້າງທຸກສິ່ງຂຶ້ນໂດຍທາງພຣະທຳ ໃນບັນດາສິ່ງທີ່ເປັນມານັ້ນ ບໍ່ມີສິ່ງໜຶ່ງສິ່ງໃດທີ່ເປັນມາໂດຍນອກຈາກພຣະທຳ. ພຣະທຳນັ້ນ ຊົງມີຊີວິດຢູ່ໃນພຣະອົງເອງ ແລະຊີວິດນັ້ນເປັນຄວາມສະຫວ່າງຂອງມະນຸດ.
ໂຢຮັນ 1:3-4 г судлах
6
ໂຢຮັນ 1:29
ວັນຕໍ່ມາ ໂຢຮັນໄດ້ເຫັນພຣະເຢຊູເຈົ້າກຳລັງຍ່າງມາຫາຕົນ ຈຶ່ງກ່າວຂຶ້ນວ່າ, “ເບິ່ງແມ! ລູກແກະຂອງພຣະເຈົ້າຜູ້ຊົງຮັບເອົາບາບກຳຂອງມະນຸດສະໂລກໄປເສຍ
ໂຢຮັນ 1:29 г судлах
7
ໂຢຮັນ 1:10-11
ພຣະອົງໄດ້ສະຖິດຢູ່ໃນໂລກ, ຊຶ່ງພຣະເຈົ້າໄດ້ສ້າງຂຶ້ນໂດຍທາງພຣະອົງ ແຕ່ໂລກບໍ່ໄດ້ຮູ້ຈັກພຣະອົງ. ພຣະອົງໄດ້ມາສູ່ບ້ານເມືອງທີ່ເປັນຂອງພຣະອົງເອງ ແຕ່ຄົນໃນບ້ານເມືອງຂອງພຣະອົງບໍ່ໄດ້ຕ້ອນຮັບພຣະອົງ.
ໂຢຮັນ 1:10-11 г судлах
8
ໂຢຮັນ 1:9
ນີ້ແມ່ນຄວາມສະຫວ່າງອັນແທ້ຈິງ ຄືຄວາມສະຫວ່າງທີ່ເຂົ້າມາໃນໂລກ ແລະສ່ອງແກ່ຄົນທັງປວງ.
ໂຢຮັນ 1:9 г судлах
9
ໂຢຮັນ 1:17
ພຣະເຈົ້າໄດ້ໃຫ້ກົດບັນຍັດໂດຍທາງໂມເຊ ສ່ວນພຣະຄຸນແລະຄວາມຈິງນັ້ນ ໄດ້ມາໂດຍທາງພຣະເຢຊູຄຣິດເຈົ້າ.
ໂຢຮັນ 1:17 г судлах
Нүүр хуудас
Библи
Тѳлѳвлѳгѳѳнүүд
Бичлэгүүд