ໂຣມ ຄຳນຳ

ຄຳນຳ
ຈົດໝາຍ​ສະບັບ​ນີ້​ໄດ້​ສົ່ງ​ເຖິງ​ຜູ້ທີ່ເຊື່ອ​ໃນ​ໂຣມ, ໂປໂລ​ໄດ້​ຂຽນ​ຈົດໝາຍ​ສວ່ນ​ຫລາຍ​ແມ່ນ​ເພື່ອ​ລະດົມ​ທຶນ​ຊ່ວຍເຫລືອ​ຜູ້​ທີ່​ເຮັດ​ງານ​ພັນທະກິດ. ຂຽນ​ເຖິງ​ບັນດາ​ຜູ້​ທີ່​ຕິດຕາມ​ພຣະເຢຊູເຈົ້າ​ທີ່​ດຳເນີນຊີວິດ​ຢູ່​ພາຍໃຕ້​ການ​ປົກຄອງ​ຂອງ​ກາຍຊາ, ເພິ່ນ​ຮຽກຮ້ອງ​ໃຫ້​ຊ່ວຍເຫລືອ​ໃນ​ການ​ນຳ​ເອົາ​ຂ່າວປະເສີດ​ໄປ​ທາງ​ພາກ​ຕາເວັນຕົກ​ຂອງ​ຈັກກະພົບ. ໂປໂລ​ໃນ​ຖານະ​ອັກຄະສາວົກ​ຜູ້​ໜຶ່ງ ໄດ້​ຖືກ​ແຍກ​ໄວ້​ເພື່ອ​ໃຫ້​ປະກາດ​ເຖິງ​ຄວາມ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພຣະເຢຊູເຈົ້າ. ແຜນການ​ຂອງ​ພຣະເຈົ້າ​ສຳລັບ​ໂລກ​ນີ້​ໄດ້​ຖືກ​ເປີດເຜີຍ​ຜ່ານທາງ​ເຊື້ອສາຍ​ຂອງ​ກະສັດ​ດາວິດ ຄື​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພຣະເມຊີອາ. ຂໍ້ຄວາມ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພຣະເຈົ້າ​ສັດຊື່​ຕໍ່​ພັນທະສັນຍາ​ຂອງ​ພຣະອົງ​ທີ່​ມີ​ກັບ​ອິດສະຣາເອນ.
ການ​ຮຽບຮຽງ​ຈົດໝາຍ​ແມ່ນ​ດຳເນີນ​ໄປ​ຕາມ​ຮູບແບບ​ການ​ຂຽນ​ເລື່ອງ​ຂອງ​ຊາວຢິວ​ຍຸກ​ບູຮານ​ກ່ຽວກັບ​ເລື່ອງ​ການ​ເປັນ​ຂ້າທາດ ແລະ ການ​ກອບກູ້. ມະນຸດ​ຖືກ​ເນລະເທດ​ເນື່ອງຈາກ​ຄວາມບາບ ແລະ ຄວາມ​ຕາຍ​ໄດ້​ເຂົ້າ​ມາ​ໃນ​ໂລກ​ນີ້. ແມ່ນ​ແຕ່​ກົດບັນຍັດ​ຂອງ​ຊາວຢິວ​ກໍ​ບໍ່​ສາມາດ​ເອົາ​ຊະນະ​ຄວາມ​ຕາຍ ແລະ ນຳ​ຊີວິດ​ມາ​ໃຫ້​ໄດ້. ແຕ່​ພຣະເຈົ້າ​ໄດ້​ມາ​ເພື່ອ​ກອບກູ້​ເອົາ​ທັງ​ຄົນຢິວ ແລະ ຄົນ​ທີ່​ບໍ່​ແມ່ນ​ຢິວ​ຜ່ານທາງ​ການ​ຕາຍ ແລະ ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ພຣະເຢຊູເຈົ້າ. ຄອບຄົວ​ໃໝ່​ຈຶ່ງ​ກຳລັງ​ຖືກ​ສ້າງ​ຂຶ້ນ​ທົ່ວໂລກ. ການ​ບັບຕິສະມາ​ເຂົ້າ​ໃນ​ພຣະເຢຊູເຈົ້າ​ໄດ້​ທຳລາຍ​ອຳນາດ​ຂອງ​ມານຮ້າຍ ແລະ ນຳ​ເອົາ​ເສລີພາບ​ມາ​ໃຫ້. ພຣະວິນຍານບໍລິສຸດເຈົ້າ​ໄດ້​ນຳ​ເຂົ້າ​ສູ່​ທາງ​ແຫ່ງ​ຊີວິດ​ໃໝ່​ນີ້ ເຊິ່ງ​ຈະ​ສົມບູນແບບ​ໃນ​ການສືບທອດ​ໃໝ່ ຄື​ສິ່ງ​ທີ່​ພຣະເຈົ້າ​ສ້າງ ເຊິ່ງ​ໄດ້​ຮັບ​ການໄຖ່​ແລ້ວ.
ເຖິງ​ແມ່ນ​ວ່າ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ໃນ​ອິດສະຣາເອນ​ບໍ່​ເຊື່ອ​ໃນ​ພຣະເມຊີອາ​ກໍ​ຕາມ, ສິ່ງ​ນີ້​ພັດ​ເປັນ​ຜົນ​ເຮັດ​ໃຫ້​ຄົນ​ທີ່​ເຫລືອ​ໃນ​ໂລກ​ນີ້​ໄດ້​ຮັບ​ຊີວິດ. ການ​ຖວາຍ​ຊີວິດ​ຜ່ານທາງ​ພຣະເຢຊູເຈົ້າ​ແມ່ນ​ຍັງ​ເປັນ​ຂອງ​ທຸກຄົນ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ທີ່ສຸດ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ​ກໍ​ຈະ​ມີ​ໄຊຊະນະ​ເໜືອ​ການ​ພິພາກສາ. ຢູ່​ໃນ​ຕອນທ້າຍ​ຂອງ​ຈົດໝາຍ​ແມ່ນ​ເນັ້ນ​ເຖິງ​ຮູບແບບ​ການ​ປະຕິບັດ​ຂອງ​ການ​ດຳເນີນຊີວິດ​ໃໝ່​ຂອງ​ມວນມະນຸດ​ທີ່​ໄດ້​ຮັບ​ການໄຖ່​ແລ້ວ.

Markering

Kopiëren

Vergelijk

Delen

None

Wil je jouw markerkingen op al je apparaten opslaan? Meld je aan of log in