1
ໂຣມ 7:25
ພຣະຄຳພີລາວສະບັບສະໄໝໃໝ່
LCV
ຂອບພຣະຄຸນພຣະເຈົ້າ ຜູ້ຊ່ວຍໃຫ້ເຮົາລອດພົ້ນໄດ້ໂດຍຜ່ານທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ! ເຫດສະນັ້ນ ທາງດ້ານຈິດໃຈຂອງເຮົາ ເຮົາກໍເປັນຂ້າທາດຂອງກົດບັນຍັດຂອງພຣະເຈົ້າ ແຕ່ໃນດ້ານທຳມະຊາດບາບ ເຮົາກໍເປັນຂ້າທາດຂອງກົດແຫ່ງຄວາມບາບ.
Vergelijk
Ontdek ໂຣມ 7:25
2
ໂຣມ 7:18
ເພາະເຮົາຮູ້ວ່າບໍ່ມີສິ່ງດີອັນໃດຢູ່ໃນໂຕເຮົາ, ນັ້ນກໍຄື ທຳມະຊາດບາບຂອງເຮົາທີ່ຢູ່ໃນ. ເພາະວ່າເຮົາປາຖະໜາຈະເຮັດສິ່ງທີ່ດີ ແຕ່ເຮົາເຮັດບໍ່ໄດ້.
Ontdek ໂຣມ 7:18
3
ໂຣມ 7:19
ດ້ວຍວ່າ ເຮົາບໍ່ໄດ້ເຮັດສິ່ງດີທີ່ເຮົາຢາກເຮັດ ແຕ່ສິ່ງທີ່ຊົ່ວທີ່ເຮົາບໍ່ຢາກເຮັດເຮົາກໍຍັງເຮັດຢູ່.
Ontdek ໂຣມ 7:19
4
ໂຣມ 7:20
ຖ້າເຮົາເຮັດສິ່ງທີ່ເຮົາເອງບໍ່ຢາກເຮັດກໍບໍ່ແມ່ນໂຕເຮົາເອງເປັນຜູ້ເຮັດ ແຕ່ແມ່ນຄວາມບາບທີ່ຢູ່ໃນໂຕເຮົາເປັນຜູ້ເຮັດ.
Ontdek ໂຣມ 7:20
5
ໂຣມ 7:21-22
ດັ່ງນັ້ນ ເຮົາຈຶ່ງພົບວ່າມີກົດນີ້ຢູ່ຄື: ເມື່ອເຮົາຢາກເຮັດສິ່ງທີ່ດີ ຄວາມຊົ່ວກໍຢູ່ທີ່ນັ້ນກັບເຮົາແລ້ວ. ເພາະວ່າສ່ວນເລິກໃນຈິດໃຈຂອງເຮົາແລ້ວເຮົາປິຕິຍິນດີໃນກົດບັນຍັດຂອງພຣະເຈົ້າ
Ontdek ໂຣມ 7:21-22
6
ໂຣມ 7:16
ແລະ ຖ້າເຮົາເຮັດສິ່ງທີ່ເຮົາບໍ່ຢາກເຮັດນັ້ນ ເຮົາກໍເຫັນພ້ອມວ່າກົດບັນຍັດນັ້ນດີ.
Ontdek ໂຣມ 7:16