1
ໂຣມ 6:23
ພຣະຄຳພີລາວສະບັບສະໄໝໃໝ່
LCV
ເພາະຄ່າຕອບແທນຂອງຄວາມບາບກໍຄືຄວາມຕາຍ, ແຕ່ຂອງປະທານທີ່ມາຈາກພຣະເຈົ້າກໍຄືຊີວິດນິລັນດອນໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
Vergelijk
Ontdek ໂຣມ 6:23
2
ໂຣມ 6:14
ເພາະຄວາມບາບຈະບໍ່ເປັນນາຍຂອງພວກເຈົ້າອີກຕໍ່ໄປ, ເພາະວ່າພວກເຈົ້າບໍ່ໄດ້ຢູ່ພາຍໃຕ້ກົດບັນຍັດ, ແຕ່ຢູ່ພາຍໃຕ້ພຣະຄຸນ.
Ontdek ໂຣມ 6:14
3
ໂຣມ 6:4
ເຫດສະນັ້ນ, ພວກເຮົາຈຶ່ງຖືກຝັງໄວ້ກັບພຣະອົງແລ້ວ ໂດຍການຮັບບັບຕິສະມາເຂົ້າໃນຄວາມຕາຍຂອງພຣະອົງ ເພື່ອວ່າພວກເຮົາເອງກໍຈະໄດ້ມີຊີວິດໃໝ່ ເໝືອນດັ່ງທີ່ພຣະຄຣິດເຈົ້າໄດ້ຖືກເຮັດໃຫ້ເປັນຄືນມາຈາກຕາຍດ້ວຍສະຫງ່າລາສີຂອງພຣະບິດາເຈົ້າ.
Ontdek ໂຣມ 6:4
4
ໂຣມ 6:13
ຢ່າມອບອະໄວຍະວະສ່ວນໃດໃນຮ່າງກາຍຂອງພວກເຈົ້າໃຫ້ແກ່ຄວາມບາບ ເພື່ອເປັນເຄື່ອງມືຂອງຄວາມຊົ່ວຮ້າຍ ແຕ່ຈົ່ງຖວາຍໂຕຂອງພວກເຈົ້າເອງແກ່ພຣະເຈົ້າໃນຖານະເປັນຜູ້ທີ່ຖືກບັນດານໃຫ້ເປັນຄືນມາຈາກຕາຍສູ່ຊີວິດ; ແລະ ຈົ່ງຖວາຍອະໄວຍະວະທຸກສ່ວນໃນຮ່າງກາຍຂອງພວກເຈົ້າແກ່ພຣະອົງ ເພື່ອເປັນເຄື່ອງມືຂອງຄວາມຊອບທຳ.
Ontdek ໂຣມ 6:13
5
ໂຣມ 6:6
ເພາະພວກເຮົາຮູ້ແລ້ວວ່າ ຊີວິດເກົ່າຂອງພວກເຮົາຖືກຄຶງໄວ້ກັບພຣະອົງແລ້ວ ເພື່ອວ່າກາຍທີ່ຖືກຄອບຄອງໂດຍບາບນັ້ນຈະຖືກກຳຈັດໄປ ເພື່ອພວກເຮົາຈະບໍ່ເປັນຂ້າທາດຂອງຄວາມບາບອີກຕໍ່ໄປ
Ontdek ໂຣມ 6:6
6
ໂຣມ 6:11
ໃນທຳນອງດຽວກັນ ຈົ່ງຖືວ່າພວກເຈົ້າເອງໄດ້ຕາຍຕໍ່ຄວາມບາບແລ້ວ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າໃນພຣະຄຣິດເຈົ້າເຢຊູ.
Ontdek ໂຣມ 6:11
7
ໂຣມ 6:1-2
ຖ້າເປັນຢ່າງນັ້ນແລ້ວພວກເຮົາຈະວ່າຢ່າງໃດ? ພວກເຮົາຄວນສືບຕໍ່ເຮັດບາບເພື່ອວ່າພຣະຄຸນຂອງພຣະເຈົ້າອາດເພີ່ມຂຶ້ນບໍ? ບໍ່ເປັນຢ່າງນັ້ນດອກ! ພວກເຮົາເປັນຜູ້ທີ່ໄດ້ຕາຍຕໍ່ບາບກຳນັ້ນແລ້ວ; ພວກເຮົາຈະດຳເນີນຊີວິດໃນຄວາມບາບນັ້ນຕໍ່ໄປໄດ້ຢ່າງໃດ?
Ontdek ໂຣມ 6:1-2
8
ໂຣມ 6:16
ພວກເຈົ້າບໍ່ຮູ້ບໍວ່າ ເມື່ອພວກເຈົ້າຍອມມອບພວກເຈົ້າເອງໃຫ້ເຊື່ອຟັງຢ່າງຂ້າທາດຕໍ່ຜູ້ໃດ ພວກເຈົ້າກໍເປັນຂ້າທາດຂອງຜູ້ທີ່ພວກເຈົ້າເຊື່ອຟັງນັ້ນ? ບໍ່ວ່າພວກເຈົ້າຈະເປັນຂ້າທາດຂອງຄວາມບາບ ເຊິ່ງນຳໄປສູ່ຄວາມຕາຍ ຫລື ເປັນຂ້າທາດຂອງການເຊື່ອຟັງ ເຊິ່ງນຳໄປສູ່ຄວາມຊອບທຳ.
Ontdek ໂຣມ 6:16
9
ໂຣມ 6:17-18
ແຕ່ຈົ່ງຂອບພຣະຄຸນພຣະເຈົ້າທີ່ເຖິງແມ່ນວ່າພວກເຈົ້າເຄີຍເປັນຂ້າທາດຂອງຄວາມບາບ ແຕ່ພວກເຈົ້າກໍໄດ້ເຊື່ອຟັງຄຳສອນທີ່ໄດ້ມອບໝາຍໃຫ້ແກ່ພວກເຈົ້ານັ້ນຢ່າງສຸດໃຈ. ພວກເຈົ້າໄດ້ຮັບການປົດປ່ອຍໃຫ້ເປັນອິດສະຫລະຈາກຄວາມບາບ ແລະ ໄດ້ກາຍເປັນຂ້າທາດຂອງຄວາມຊອບທຳແລ້ວ.
Ontdek ໂຣມ 6:17-18