ມັດທາຍ 1

1
ລຳດັບ​ເຊື້ອສາຍ​ຂອງ​ພຣະເຢຊູເຈົ້າ
(ລກ 3:23-38; ນຣ 4:18-22; 1ຂຄ 3:10-17)
1ນີ້​ແມ່ນ​ເຊື້ອສາຍ#1:1 ຫລື ບັນຊີ​ລາຍຊື່​ຕາມ​ຕົ້ນ​ກຳເນີດ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ#1:1 ຫລື ພຣະເຢຊູຄຣິດເຈົ້າ. ໃນ​ພາສາ​ເຮັບເຣີ​ວ່າ ພຣະເມຊີອາ ແລະ ໃນ​ພາສາ​ກຣີກ​ວ່າ ພຣະຄຣິດເຈົ້າ, ທັງ​ສອງ​ມີ​ຄວາມໝາຍ​ວ່າ: ຜູ້​ທີ່​ໄດ້​ຮັບ​ການເຈີມ; ໃນ ຂໍ້ ທີ 18 ກໍ​ເໝືອນກັນ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ເຊິ່ງ​ມີ​ດັ່ງນີ້:
2ອັບຣາຮາມ​ເປັນ​ພໍ່​ຂອງ​ອີຊາກ,
ອີຊາກ​ເປັນ​ພໍ່​ຂອງ​ຢາໂຄບ,
ຢາໂຄບ​ເປັນ​ພໍ່​ຂອງ​ຢູດາ ແລະ ອ້າຍ​ນ້ອງ​ຂອງ​ລາວ,
3ຢູດາ​ເປັນ​ພໍ່​ຂອງ​ເປເຣັດ ແລະ ເຊຣາ ແມ່​ຂອງ​ພວກເຂົາ​ຊື່​ວ່າ​ຕາມາ,
ເປເຣັດ​ເປັນ​ພໍ່​ຂອງ​ເຮຊະໂຣນ,
ເຮຊະໂຣນ​ເປັນ​ພໍ່​ຂອງ​ຣາມ,
4ຣາມ​ເປັນ​ພໍ່​ຂອງ​ອໍາມີນາດາບ,
ອາມມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ,
ນາໂຊນ​ເປັນ​ພໍ່​ຂອງ​ຊັນໂມນ,
5ຊັນໂມນ​ເປັນ​ພໍ່​ຂອງ​ໂບອາດ ແມ່​ຂອງ​ລາວ​ຊື່​ວ່າ​ຣາຮາບ,
ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ ແມ່​ຂອງ​ລາວ​ຊື່​ວ່າ​ຣຸດ,
ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ,
6ແລະ ເຢຊີ​ເປັນ​ພໍ່​ຂອງ​ກະສັດ​ດາວິດ.
ດາວິດ​ເປັນ​ພໍ່​ຂອງ​ໂຊໂລໂມນ, ແມ່​ຂອງ​ໂຊໂລໂມນ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ​ມາ​ກ່ອນ,
7ໂຊໂລໂມນ​ເປັນ​ພໍ່​ຂອງ​ເຣໂຫໂບອາມ,
ເຣໂຫໂບອາມ​ເປັນ​ພໍ່​ຂອງ​ອາບີຢາ,
ອາບີຢາ​ເປັນ​ພໍ່​ຂອງ​ອາຊາ,
8ອາຊາ​ເປັນ​ພໍ່​ຂອງ​ເຢໂຮຊາຟັດ,
ເຢໂຮຊາຟັດ​ເປັນ​ພໍ່​ຂອງ​ເຢໂຮຣາມ,
ເຢໂຮຣາມ​ເປັນ​ພໍ່​ຂອງ​ອຸດສີຢາ,
9ອຸດສີຢາ​ເປັນ​ພໍ່​ຂອງ​ໂຢທາມ,
ໂຢທາມ​ເປັນ​ພໍ່​ຂອງ​ອາຮາດ,
ອາຮາດ​ເປັນ​ພໍ່​ຂອງ​ເຮເສກີຢາ,
10ເຮເສກີຢາ​ເປັນ​ພໍ່​ຂອງ​ມານາເຊ,
ມານາເຊ​ເປັນ​ພໍ່​ຂອງ​ອາໂມນ,
ອາໂມນ​ເປັນ​ພໍ່​ຂອງ​ໂຢຊີຢາ,
11ແລະ ໂຢຊີຢາ​ເປັນ​ພໍ່​ຂອງ​ເຢໂກນີຢາ#1:11 ຄື ເຢໂຮຍອາກິນ ເຊັ່ນ​ດຽວ​ກັບ​ຂໍ້ 12​ກັບ​ອ້າຍ​ນ້ອງ​ຂອງ​ລາວ​ເມື່ອ​ເວລາ​ທີ່​ຕົກ​ເປັນ​ຊະເລີຍ​ທີ່​ບາບີໂລນ.
12ຫລັງຈາກ​ຕົກ​ເປັນ​ຊະເລີຍ​ທີ່​ບາບີໂລນ​ມີ​ລາຍ​ຊື່​ດັ່ງນີ້:
ເຢໂຮຍອາກິນ​ເປັນ​ພໍ່​ຂອງ​ເຊອານຕີເອນ,
ເຊອານຕີເອນ​ເປັນ​ພໍ່​ຂອງ​ເຊຣຸບບາເບນ,
13ເຊຣຸບບາເບນ​ເປັນ​ພໍ່​ຂອງ​ອາບີອຸດ,
ອາບີອຸດ​ເປັນ​ພໍ່​ຂອງ​ເອລີອາກີມ,
ເອລີອາກີມ​ເປັນ​ພໍ່​ຂອງ​ອາເຊີ,
14ອາເຊີ​ເປັນ​ພໍ່​ຂອງ​ຊາດົກ,
ຊາດົກ​ເປັນ​ພໍ່​ຂອງ​ອາກີມ,
ອາກີມ​ເປັນ​ພໍ່​ຂອງ​ເອລີອຸດ,
15ເອລີອຸດ​ເປັນ​ພໍ່​ຂອງ​ເອເລອາຊາ,
ເອເລອາຊາ​ເປັນ​ພໍ່​ຂອງ​ມັດທານ,
ມັດທານ​ເປັນ​ພໍ່​ຂອງ​ຢາໂຄບ,
16ແລະ ຢາໂຄບ​ເປັນ​ພໍ່​ຂອງ​ໂຢເຊັບ​ຜົວ​ຂອງ​ມາຣີ​ຜູ້​ໃຫ້​ກຳເນີດ​ພຣະເຢຊູເຈົ້າ​ຜູ້​ທີ່​ມີ​ຊື່​ວ່າ: ພຣະຄຣິດເຈົ້າ.#1:16 ຫລື ພຣະເມຊີອາ ແລະ ຄຳ​ວ່າ: ພຣະຄຣິດ (ເປັນ​ຄຳ​ກຣີກ) ແລະ ພຣະເມຊີອາ (ເປັນ​ຄຳ​ເຮັບເຣີ) ແປ​ວ່າ: ຜູ້​ທີ່​ເຈີມ​ຕັ້ງ​ໄວ້.
17ດັ່ງນັ້ນ ຕັ້ງແຕ່​ອັບຣາຮາມ​ລົງ​ມາ​ຈົນ​ເຖິງ​ດາວິດ​ຈຶ່ງ​ມີ​ທັງໝົດ​ສິບສີ່​ຊົ່ວຄົນ, ຕັ້ງແຕ່​ດາວິດ​ມາ​ຈົນ​ເຖິງ​ເມື່ອ​ຄາວ​ທີ່​ຕົກ​ເປັນ​ຊະເລີຍ​ຢູ່​ທີ່​ບາບີໂລນ ມີ​ສິບສີ່​ຊົ່ວຄົນ ແລະ ຕັ້ງແຕ່​ຄາວ​ຕົກ​ເປັນ​ຊະເລີຍ​ຢູ່​ທີ່​ບາບີໂລນ​ຈົນ​ເຖິງ​ພຣະຄຣິດເຈົ້າ ມີ​ສິບສີ່​ຊົ່ວຄົນ.
ການເກີດ​ຂອງ​ພຣະເຢຊູຄຣິດເຈົ້າ
18ເລື່ອງລາວ​ການເກີດ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ​ມີ​ດັ່ງນີ້:#1:18 ຫລື ທີ່​ມາ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ​ມີ​ດັ່ງ​ນີ້ ມາຣີ​ແມ່​ຂອງ​ພຣະອົງ​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ແຕ່​ກ່ອນ​ທີ່​ທັງສອງ​ຈະ​ຢູ່​ກິນ​ຮ່ວມກັນ, ກໍ​ປາກົດ​ວ່າ​ມາຣີ​ໄດ້​ຖືພາ​ແລ້ວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ. 19ເນື່ອງຈາກວ່າ​ໂຢເຊັບ​ຄູ່ໝັ້ນ​ຂອງ​ນາງ​ເປັນ​ຄົນສັດຊື່​ຕໍ່​ກົດບັນຍັດ ແລະ ເຖິງ​ຢ່າງໃດ​ກໍ​ຕາມ#1:19 ຫລື ເພາະ​ລາວ​ເປັນ​ຄົນ​ຊອບທຳ ແລະ ລາວ​ບໍ່​ຕ້ອງການ​ຈະ​ເປີດເຜີຍ​ເລື່ອງ​ນີ້​ໃຫ້​ນາງ​ອັບອາຍ​ຕໍ່ໜ້າ​ມະຫາຊົນ, ລາວ​ຈຶ່ງ​ຄິດໃນໃຈ​ວ່າ​ຈະ​ຖອນໝັ້ນ​ນາງ​ຢ່າງ​ງຽບໆ.
20ແຕ່​ຫລັງຈາກ​ທີ່​ໂຢເຊັບ​ໄດ້​ພິຈາລະນາ​ເລື່ອງ​ນີ້​ແລ້ວ, ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ຕໍ່​ລາວ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ໂຢເຊັບ​ບຸດ​ດາວິດ​ເອີຍ, ຢ່າ​ຢ້ານ​ເລີຍ​ທີ່​ຈະ​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ເຈົ້າ, ເພາະວ່າ​ຜູ້​ທີ່​ປະຕິສົນທິ​ໃນ​ທ້ອງ​ຂອງ​ນາງ​ນັ້ນ​ແມ່ນ​ມາ​ຈາກ​ພຣະວິນຍານບໍລິສຸດເຈົ້າ. 21ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ ເຈົ້າ​ຈົ່ງ​ຕັ້ງ​ຊື່​ເດັກ​ນີ້​ວ່າ ເຢຊູ,#1:21 ເຢຊູ ເປັນ​ຮູບແບບ​ຂອງ​ພາສາ​ກຣີກ​ຂອງ​ຄຳ​ວ່າ ໂຢຊວຍ, ເຊິ່ງ​ມີ​ຄວາມໝາຍ​ວ່າ ອົງພຣະຜູ້ເປັນເຈົ້າ​ຜູ້​ຊ່ວຍ​ໃຫ້​ພົ້ນ ເພາະວ່າ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມບາບ​ທັງຫລາຍ​ຂອງ​ພວກເຂົາ”.
22ເລື່ອງ​ທັງໝົດ​ທີ່​ເກີດຂຶ້ນ​ນີ້ ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ: 23“ສາວບໍລິສຸດ​ຄົນ​ໜຶ່ງ​ຈະ​ຖືພາ​ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ພວກເຂົາ​ຈະ​ເອີ້ນ​ທ່ານ​ວ່າ​ເອມານູເອນ”#1:23 ອຊຢ 7:14 (ເຊິ່ງ​ມີ​ຄວາມໝາຍ​ວ່າ “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”).
24ເມື່ອ​ໂຢເຊັບ​ຕື່ນ​ຂຶ້ນ, ລາວ​ຈຶ່ງ​ປະຕິບັດ​ຕາມ​ທີ່​ເທວະດາ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ລາວ​ໄວ້, ຄື​ຮັບ​ເອົາ​ມາຣີ​ມາ​ເປັນ​ເມຍ​ຂອງ​ຕົນ 25ແຕ່​ລາວ​ບໍ່​ໄດ້​ສົມສູ່​ກັບ​ນາງ​ຈົນກວ່າ​ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ໂຢເຊັບ​ຈຶ່ງ​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ, ເຢຊູ.

Terpilih Sekarang Ini:

ມັດທາຍ 1: LCV

Highlight

Kongsi

Salin

None

Ingin menyimpan sorotan merentas semua peranti anda? Mendaftar atau log masuk

YouVersion menggunakan kuki untuk memperibadikan pengalaman anda. Dengan menggunakan laman web kami, anda menerima penggunaan kuki kami seperti yang diterangkan dalam Polisi Privasi kami