ມັດທາຍ 2:1-2
ມັດທາຍ 2:1-2 ພຄພ
ພຣະເຢຊູເຈົ້າໄດ້ເກີດທີ່ເມືອງເບັດເລເຮັມ ແຂວງຢູດາຍໃນສະໄໝທີ່ເຮໂຣດເປັນກະສັດ. ເບິ່ງແມ! ມີພວກໂຫຣາຈານໄດ້ມາຈາກທິດຕາເວັນອອກໄປທີ່ນະຄອນເຢຣູຊາເລັມ. ແລະຖາມວ່າ, “ເດັກທີ່ຫາກໍເກີດມາເປັນກະສັດຂອງຊາວຢິວນັ້ນຢູ່ໃສ? ພວກເຮົາໄດ້ເຫັນດາວຂອງເພິ່ນປາກົດຂຶ້ນທາງທິດຕາເວັນອອກ ແລະພວກເຮົາໄດ້ມາເພື່ອຂາບໄຫວ້ນະມັດສະການເພິ່ນ.”






