ຮັກກາຍ 1:5-6

ຮັກກາຍ 1:5-6 ພຄພ

ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ພວກເຈົ້າ​ບໍ່​ເຫັນ​ຫລື​ວ່າ ແມ່ນ​ຫຍັງ​ກຳລັງ​ເກີດຂຶ້ນ​ກັບ​ພວກເຈົ້າ? ພວກເຈົ້າ​ຫວ່ານ​ເມັດພືດ​ຢ່າງ​ຫລວງຫລາຍ ແຕ່​ເກັບກ່ຽວ​ໄດ້​ໜ້ອຍດຽວ. ພວກເຈົ້າ​ມີ​ອາຫານ ແຕ່​ກໍ​ກິນ​ບໍ່​ພໍ​ອີ່ມ. ພວກເຈົ້າ​ມີ​ເຫຼົ້າ​ອະງຸ່ນ ແຕ່​ກໍ​ດື່ມ​ບໍ່​ພໍ​ເມົາ ພວກເຈົ້າ​ມີ​ເຄື່ອງນຸ່ງຫົ່ມ ແຕ່​ກໍ​ອົບອຸ່ນ​ບໍ່​ພຽງພໍ. ຄົນ​ເຮັດ​ວຽກ​ໜັກ​ກໍ​ລ້ຽງ​ຊີບ​ຕົນ​ບໍ່​ພໍ​ກຸ້ມ.