ຮາບາກຸກ 3:17-18
ຮາບາກຸກ 3:17-18 ພຄພ
ເຖິງແມ່ນວ່າຕົ້ນໝາກເດື່ອນັ້ນບໍ່ມີໝາກກໍດີ ຕົ້ນອະງຸ່ນບໍ່ເກີດຜົນຕາມເຄືອກໍຕາມ. ເຖິງແມ່ນວ່າຕົ້ນໝາກກອກເທດບໍ່ເກີດຜົນກໍດີ ທົ່ງໄຮ່ທົ່ງນາບໍ່ຜະລິດຜົນຫຍັງກໍຕາມ. ເຖິງແມ່ນວ່າຝູງແກະນັ້ນລົ້ມຕາຍໄປຈົນໝົດກໍດີ ຄອກງົວທັງຫລາຍເປົ່າແປນກໍຕາມ. ແຕ່ຂ້ານ້ອຍກໍຍັງຈະສືບຕໍ່ຊົມຊື່ນຍິນດີໃນພຣະເຈົ້າຢາເວ ຂ້ານ້ອຍຈະຕື່ນເຕັ້ນຍິນດີໃນພຣະເຈົ້າພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ.






