1
ມາຣະໂກ 5:34
ພຣະຄຳພີສັກສິ
ພຄພ
ພຣະເຢຊູເຈົ້າກ່າວແກ່ນາງວ່າ, “ລູກຍິງເອີຍ ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າດີແລ້ວ ຈົ່ງໄປເປັນສຸກ ແລະດີພະຍາດສາ.”
比較
ມາຣະໂກ 5:34で検索
2
ມາຣະໂກ 5:25-26
ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີແລ້ວ, ເຖິງວ່ານາງໄດ້ໄປໃຫ້ໝໍຫລາຍຄົນປິ່ນປົວ ແລະເສຍເງິນໄປຢ່າງຫລວງຫລາຍແລ້ວກໍຕາມ, ແຕ່ພະຍາດນີ້ກໍບໍ່ໄດ້ທຸເລົາລົງເລີຍ ກັບຮຸນແຮງຂຶ້ນກວ່າເກົ່າອີກ.
ມາຣະໂກ 5:25-26で検索
3
ມາຣະໂກ 5:29
ໃນຂະນະທີ່ນາງບາຍເຄື່ອງນຸ່ງຂອງພຣະອົງ ແລະພະຍາດເລືອດຕົກນັ້ນ ກໍຢຸດທັນທີ, ນາງຮູ້ສຶກໃນຕົວວ່າຕົນດີພະຍາດແລ້ວ.
ມາຣະໂກ 5:29で検索
4
ມາຣະໂກ 5:41
ພຣະອົງຈັບມືເດັກນ້ອຍນັ້ນ ແລະກ່າວແກ່ນາງວ່າ, “ຕາລີທາກຸມ” ໝາຍຄວາມວ່າ: ນາງນ້ອຍເອີຍ ຈົ່ງລຸກຂຶ້ນ.
ມາຣະໂກ 5:41で検索
5
ມາຣະໂກ 5:35-36
ໃນຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ ກໍມີຜູ້ນຳຂ່າວບາງຄົນແຕ່ເຮືອນຢາອີໂຣມາບອກວ່າ, “ລູກສາວຂອງເຈົ້າຕາຍແລ້ວ ຍັງລົບກວນອາຈານເຮັດຫຍັງ?” ແຕ່ພຣະເຢຊູເຈົ້າບໍ່ສົນໃຈນຳ ສິ່ງທີ່ພວກເຂົາໄດ້ເວົ້ານັ້ນ ແລະກ່າວແກ່ຢາອີໂຣວ່າ, “ຢ່າວິຕົກເລີຍ ຈົ່ງເຊື່ອເທົ່ານັ້ນ.”
ມາຣະໂກ 5:35-36で検索
6
ມາຣະໂກ 5:8-9
ມັນເວົ້າເຊັ່ນນີ້ກໍເພາະພຣະເຢຊູເຈົ້າໄດ້ບອກມັນວ່າ, “ຜີຊົ່ວຮ້າຍອອກຈາກຊາຍຄົນນີ້ແມ”) ພຣະເຢຊູເຈົ້າໄດ້ຖາມມັນວ່າ, “ມຶງຊື່ຫຍັງ?” ມັນຕອບວ່າ, “ຊື່ກອງທັບ ເພາະພວກຂ້ານ້ອຍມີຢູ່ດ້ວຍກັນຫລາຍໂຕ.”
ມາຣະໂກ 5:8-9で検索
ホーム
聖書
読書プラン
ビデオ