1
ມາຣະໂກ 13:13
ພຣະຄຳພີສັກສິ
ພຄພ
ຄົນທັງຫລາຍຈະກຽດຊັງພວກເຈົ້າ ເພາະເຫັນແກ່ນາມຂອງເຮົາ, ແຕ່ຜູ້ໃດອົດທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ລອດພົ້ນ.”
比較
ມາຣະໂກ 13:13で検索
2
ມາຣະໂກ 13:33
ຈົ່ງເຝົ້າລະວັງຢູ່ ແລະພາວັນນາອະທິຖານຢູ່ສະເໝີ ເພາະເຈົ້າທັງຫລາຍບໍ່ຮູ້ວ່າ ເວລານັ້ນຈະມາເຖິງເມື່ອໃດ.
ມາຣະໂກ 13:33で検索
3
ມາຣະໂກ 13:11
ແຕ່ເມື່ອເຂົາມອບເຈົ້າໄວ້ນັ້ນ ພວກເຈົ້າຢ່າເປັນທຸກຮ້ອນໃຈກ່ອນວ່າ ຈະເວົ້າຢ່າງໃດ, ແຕ່ຈົ່ງເວົ້າຕາມຖ້ອຍຄຳທີ່ພຣະເຈົ້າໂຜດໃຫ້ເຈົ້າເວົ້າ ເພາະວ່າບໍ່ແມ່ນເຈົ້າເອງເປັນຜູ້ເວົ້າ ແຕ່ແມ່ນພຣະວິນຍານບໍຣິສຸດເຈົ້າ ທີ່ເປັນຜູ້ນຳພາໃຫ້ເວົ້າ.
ມາຣະໂກ 13:11で検索
4
ມາຣະໂກ 13:31
ຟ້າແລະດິນຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.”
ມາຣະໂກ 13:31で検索
5
ມາຣະໂກ 13:32
“ແຕ່ເລື່ອງວັນກຳນົດ ຫລືເວລາກຳນົດນັ້ນບໍ່ມີຜູ້ໃດຮູ້ ແມ່ນແຕ່ເທວະດາໃນສະຫວັນ ແລະພຣະບຸດກໍບໍ່ຮູ້, ຮູ້ແຕ່ພຣະບິດາເຈົ້າອົງດຽວເທົ່ານັ້ນ.
ມາຣະໂກ 13:32で検索
6
ມາຣະໂກ 13:7
ເມື່ອພວກເຈົ້າໄດ້ຍິນເຖິງເລື່ອງການເສິກ ແລະ ຂ່າວເລົ່າລືເລື່ອງການເຮັດເສິກສົງຄາມນັ້ນ ຢ່າສະທ້ານຢ້ານກົວເລີຍ. ດ້ວຍວ່າ, ເຫດການເຊັ່ນນີ້ຈຳເປັນຕ້ອງເກີດຂຶ້ນ ແຕ່ວັນສຸດທ້າຍຍັງບໍ່ໄດ້ມາເຖິງ.
ມາຣະໂກ 13:7で検索
7
ມາຣະໂກ 13:35-37
ດັ່ງນັ້ນ ຈົ່ງເຝົ້າລະວັງຕຽມພ້ອມຢູ່ ເພາະເຈົ້າທັງຫລາຍບໍ່ຮູ້ວ່າ ເຈົ້າຂອງເຮືອນຈະກັບມາຍາມໃດ ຈະມາຫົວຄໍ່າ ຫລືທ່ຽງຄືນ ຫລືເວລາໄກ່ຂັນ ຫລືໃນຕອນເຊົ້າ. ຢ້ານວ່າຈະມາໃນທັນທີ ແລະພົບເຈົ້າທັງຫລາຍນອນຫລັບຢູ່. ຖ້ອຍຄຳທີ່ເຮົາໄດ້ກ່າວແກ່ພວກເຈົ້ານີ້ ເຮົາກໍກ່າວເຕືອນແກ່ທຸກຄົນເໝືອນກັນວ່າ ຈົ່ງເຝົ້າລະວັງຢູ່.”
ມາຣະໂກ 13:35-37で検索
8
ມາຣະໂກ 13:8
ດ້ວຍວ່າ, ປະເທດຕໍ່ປະເທດ ອານາຈັກຕໍ່ອານາຈັກຈະສູ້ຮົບກັນ, ທັງຈະເກີດແຜ່ນດິນໄຫວໃນບ່ອນຕ່າງໆ ແລະຈະເກີດການອຶດຢາກ, ເຫດການເຫຼົ່ານີ້ ຈະເປັນເໝືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກີດລູກ.
ມາຣະໂກ 13:8で検索
9
ມາຣະໂກ 13:10
ຂ່າວປະເສີດຈະຕ້ອງປະກາດໄປທົ່ວປະຊາຊາດທັງໝົດກ່ອນ.
ມາຣະໂກ 13:10で検索
10
ມາຣະໂກ 13:6
ດ້ວຍວ່າ, ຈະມີຫລາຍຄົນມາອ້າງນາມຂອງເຮົາວ່າ, ‘ຂ້ອຍນີ້ແຫຼະ ເປັນພຣະຄຣິດ’ ແລະຈະຫລອກລວງຫລາຍຄົນໃຫ້ຫລົງເສຍໄປ.
ມາຣະໂກ 13:6で検索
11
ມາຣະໂກ 13:9
ແຕ່ຈົ່ງລະວັງຕົວໃຫ້ດີ ພວກເຂົາຈະຈັບພວກເຈົ້າຂຶ້ນສານ ແລະຈະຖືກຂ້ຽນຕີໃນທຳມະສາລາ, ພວກເຂົາຈະໃຫ້ພວກເຈົ້າຢືນຢູ່ຕໍ່ໜ້າຜູ້ປົກຄອງ ແລະກະສັດເພາະເຫັນແກ່ເຮົາ ເພື່ອຈະໄດ້ເປັນພະຍານແກ່ພວກເຂົາ.
ມາຣະໂກ 13:9で検索
12
ມາຣະໂກ 13:22
ດ້ວຍວ່າ, ຈະມີພຣະຄຣິດປອມ ແລະໝໍທຳນວາຍຂີ້ໂລບຫລາຍຄົນເກີດຂຶ້ນ ພວກເຂົາຈະເຮັດການອັດສະຈັນ ແລະໝາຍສຳຄັນຫລາຍປະການ ຖ້າເປັນໄປໄດ້ຈະຫລອກລວງຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ໃຫ້ຫລົງເສຍໄປ.
ມາຣະໂກ 13:22で検索
13
ມາຣະໂກ 13:24-25
“ໃນວັນເຫຼົ່ານັ້ນ ຫລັງຈາກເວລາແຫ່ງຄວາມທຸກລຳບາກຜ່ານພົ້ນໄປແລ້ວ ດວງອາທິດຈະມືດໄປ ດວງຈັນຈະບໍ່ສ່ອງແສງ, ດວງດາວທັງຫລາຍຈະຕົກລົງຈາກສະຫວັນ ແລະ ບັນດາສິ່ງທີ່ມີອຳນາດໃນຟ້າສະຫວັນກໍຈະສັ່ນສະທ້ານຫວັ່ນໄຫວ.
ມາຣະໂກ 13:24-25で検索
ホーム
聖書
読書プラン
ビデオ