1
ມັດທາຍ 12:36-37
ພຣະຄຳພີສັກສິ
ພຄພ
“ເຮົາບອກພວກເຈົ້າວ່າ, ຖ້ອຍຄຳເປົ່າໆທຸກຄຳທີ່ມະນຸດເວົ້າ ຈະຕ້ອງໃຫ້ການເພາະຄຳນັ້ນໃນວັນພິພາກສາ. ດ້ວຍເຫດທີ່ເຈົ້າຈະພົ້ນໂທດໄດ້ ຫລືຈະຕ້ອງຖືກໂທດນັ້ນ ກໍເພາະດ້ວຍຖ້ອຍຄຳຂອງຕົນ.”
比較
ມັດທາຍ 12:36-37で検索
2
ມັດທາຍ 12:34
ພວກຊາດງູຮ້າຍເອີຍ, ພວກເຈົ້າຈະເວົ້າຄວາມດີໄດ້ແນວໃດ ເມື່ອພວກເຈົ້າເປັນຄົນຊົ່ວ? ດ້ວຍວ່າ, ໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າສິ່ງນັ້ນອອກມາ.
ມັດທາຍ 12:34で検索
3
ມັດທາຍ 12:35
ຄົນດີກໍເອົາສິ່ງດີອອກມາຈາກຄັງແຫ່ງຄວາມດີຂອງຕົນ, ຄົນຊົ່ວກໍເອົາສິ່ງຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ.”
ມັດທາຍ 12:35で検索
4
ມັດທາຍ 12:31
ເພາະເຫດນີ້ ເຮົາຈຶ່ງບອກພວກເຈົ້າວ່າ ມະນຸດຈະໄດ້ຮັບການຍົກຜິດບາບທຸກປະການ ແລະຮັບການອະໄພໃນຄຳໝິ່ນປະໝາດທຸກຢ່າງ, ແຕ່ຄຳເວົ້າທີ່ໝິ່ນປະໝາດຕໍ່ສູ້ພຣະວິນຍານບໍຣິສຸດເຈົ້າ ຈະບໍ່ໄດ້ຮັບການອະໄພ.
ມັດທາຍ 12:31で検索
5
ມັດທາຍ 12:33
“ຕ້ອງມີຕົ້ນໄມ້ດີໝາກມັນຈຶ່ງຈະດີ ຖ້າຕົ້ນໄມ້ບໍ່ດີ ໝາກມັນກໍບໍ່ດີ ເພາະວ່າຈະໄດ້ຮູ້ຈັກຕົ້ນໄມ້ດ້ວຍໝາກຂອງມັນ.
ມັດທາຍ 12:33で検索
ホーム
聖書
読書プラン
ビデオ