1
ລູກາ 16:10
ພຣະຄຳພີສັກສິ
ພຄພ
ຄົນໃດທີ່ສັດຊື່ ໃນສິ່ງຂອງເລັກນ້ອຍ ກໍຈະສັດຊື່ໃນສິ່ງຂອງຫລາຍດ້ວຍ ຄົນໃດທີ່ບໍ່ສັດຊື່ ໃນສິ່ງຂອງເລັກນ້ອຍ ກໍຈະບໍ່ສັດຊື່ໃນສິ່ງຂອງຫລາຍເໝືອນກັນ.
比較
ລູກາ 16:10で検索
2
ລູກາ 16:13
“ບໍ່ຫ່ອນມີຜູ້ໃດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຮັກນາຍຜູ້ນີ້ ແລະຈະຊັງນາຍຜູ້ນັ້ນ ຫລືຈະຕິດພັນກັບນາຍຜູ້ນີ້ ແລະຈະໝິ່ນປະໝາດນາຍຜູ້ນັ້ນ ພວກເຈົ້າຈະຮັບໃຊ້ພຣະເຈົ້າ ແລະຮັບໃຊ້ເງິນຄຳພ້ອມກັນບໍ່ໄດ້.”
ລູກາ 16:13で検索
3
ລູກາ 16:11-12
ດ້ວຍເຫດນັ້ນ ຖ້າພວກເຈົ້າບໍ່ສັດຊື່ ໃນຊັບສິນອັນບໍ່ຍຸດຕິທຳນີ້ ໃຜຈະມອບຊັບສິນອັນແທ້ໃຫ້ແກ່ພວກເຈົ້າ? ແລະຖ້າພວກເຈົ້າບໍ່ສັດຊື່ ໃນສິ່ງຂອງທີ່ເປັນຂອງຄົນອື່ນ ຜູ້ໃດຈະມອບສິ່ງຂອງທີ່ເປັນຂອງພວກເຈົ້າໃຫ້ແກ່ພວກເຈົ້າ?”’
ລູກາ 16:11-12で検索
4
ລູກາ 16:31
ແຕ່ອັບຣາຮາມຕອບວ່າ, ‘ຖ້າພວກເຂົາບໍ່ເຊື່ອຟັງຖ້ອຍຄຳຂອງໂມເຊ ແລະຂອງພວກຜູ້ປະກາດພຣະທຳແລ້ວ ເຖິງຈະມີຄົນໜຶ່ງຄືນມາຈາກຕາຍ ພວກເຂົາກໍຍັງຈະບໍ່ຍອມເຊື່ອເໝືອນກັນ.”’
ລູກາ 16:31で検索
5
ລູກາ 16:18
“ບຸກຄົນໃດທີ່ຢ່າຮ້າງເມຍຂອງຕົນ ແລະໄປແຕ່ງງານກັບຍິງອື່ນກໍຜິດໃນຖານຫລິ້ນຊູ້ ແລະທຸກຄົນທີ່ແຕ່ງງານກັບຍິງແມ່ຮ້າງ ກໍຜິດໃນຖານຫລິ້ນຊູ້.”
ລູກາ 16:18で検索
ホーム
聖書
読書プラン
ビデオ