ປະຖົມມະການ 41
41
ໂຢເຊັບແກ້ຄວາມຝັນຂອງກະສັດ
1ຫລັງຈາກນັ້ນມາສອງປີ ກະສັດເອຢິບກໍໄດ້ຝັນວ່າ ຕົນກຳລັງຢືນຢູ່ທີ່ແຄມແມ່ນໍ້ານິນ. 2ໃນຂະນະນັ້ນ ມີງົວແມ່ທີ່ຕຸ້ຍພີເຈັດໂຕຂຶ້ນມາຈາກແມ່ນໍ້າ ແລະກິນຫຍ້າທີ່ເທິງຝັ່ງ. 3ແລ້ວຕໍ່ມາ ກໍມີງົວແມ່ອີກເຈັດໂຕຂຶ້ນມາຈາກແມ່ນໍ້າ; ມັນເປັນງົວແມ່ທີ່ຈ່ອຍຜອມ ແລະເຫັນແຕ່ກະດູກ. ງົວເຫຼົ່ານີ້ຂຶ້ນມາຢືນຢູ່ກັບງົວແມ່ໂຕທີ່ຕຸ້ຍພີ 4ແລະງົວແມ່ໂຕທີ່ຈ່ອຍຜອມໄດ້ກືນກິນງົວແມ່ໂຕທີ່ຕຸ້ຍພີທັງເຈັດໂຕນັ້ນເສຍ. ແລ້ວກະສັດກໍຕື່ນຂຶ້ນທັນທີ. 5ເມື່ອເພິ່ນຫລັບໄປອີກກໍຝັນເທື່ອທີສອງຄື: ມີຮວງເຂົ້າທີ່ມີເມັດຕື່ງດີເຈັດຮວງເກີດຈາກຕົ້ນດຽວກັນ. 6ແລ້ວມີຮວງເຂົ້າເຈັດຮວງງອກອອກມາເປັນເມັດລີບແລະຫ່ຽວແຫ້ງ ເພາະຖືກລົມທະເລຊາຍພັດ 7ແລະຮວງເຂົ້າລີບເຈັດຮວງກໍກືນກິນຮວງເຂົ້າເມັດຕື່ງເຈັດຮວງນັ້ນ. ກະສັດຕື່ນຂຶ້ນ ແລ້ວກໍເຫັນວ່າຕົນກຳລັງຝັນໄປ. 8ໃນຕອນເຊົ້າຂອງມື້ນັ້ນ ເພິ່ນວຸ້ນວາຍໃຈຫລາຍ. ສະນັ້ນ ເພິ່ນຈຶ່ງສັ່ງຄົນໃຫ້ໄປເຊີນໝໍດູ ໝໍມໍ ແລະນັກປາດໃນປະເທດເອຢິບມາ. ກະສັດໄດ້ເລົ່າຄວາມຝັນໃຫ້ຄົນເຫຼົ່ານັ້ນຟັງ ແຕ່ບໍ່ມີຜູ້ໃດສາມາດແກ້ຄວາມຝັນໃຫ້ເພິ່ນໄດ້.
9ແລ້ວຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນກໍກ່າວຕໍ່ກະສັດວ່າ, “ຂ້ານ້ອຍຂໍຮັບສາລະພາບກັບທ່ານວ່າໄດ້ເຮັດຜິດໄປແລ້ວ. 10ຄາວເມື່ອທ່ານໃຈຮ້າຍໃຫ້ຫົວໜ້າພະນັກງານເຮັດເຂົ້າຈີ່ກັບຂ້ານ້ອຍນັ້ນ ທ່ານໄດ້ສັ່ງຂັງພວກຂ້ານ້ອຍຢູ່ໃນຄຸກຂອງນາຍທະຫານຮັກສາຣາຊວັງ. 11ໃນຄືນໜຶ່ງພວກຂ້ານ້ອຍທັງສອງຕ່າງກໍຝັນ ແລະຄວາມຝັນນັ້ນມີຄວາມໝາຍແຕກຕ່າງກັນ. 12ມີຊາຍໜຸ່ມຊາວເຮັບເຣີຜູ້ໜຶ່ງທີ່ຖືກຂັງຢູ່ນຳພວກຂ້ານ້ອຍ. ລາວເປັນຄົນຮັບໃຊ້ຂອງນາຍທະຫານຮັກສາຣາຊວັງ. ພວກຂ້ານ້ອຍໄດ້ເລົ່າຄວາມຝັນສູ່ລາວຟັງ ແລະລາວສາມາດແກ້ຄວາມຝັນໃຫ້ພວກຂ້ານ້ອຍໄດ້. 13ທຸກສິ່ງເປັນຈິງຕາມທີ່ລາວໄດ້ເວົ້າຄື: ທ່ານໃຫ້ຂ້ານ້ອຍມາຮັບໃຊ້ໃນຕຳແໜ່ງເດີມ ແລະຫົວໜ້າພະນັກງານເຮັດເຂົ້າຈີ່ຖືກປະຫານຊີວິດ.”
14ກະສັດຈຶ່ງສັ່ງໃຫ້ຄົນໄປນຳເອົາໂຢເຊັບມາ ແລະເຂົາໄດ້ນຳລາວອອກຈາກຄຸກທັນທີ. ຫລັງຈາກແຖໜວດ ແລະປ່ຽນເຄື່ອງນຸ່ງແລ້ວ ເຂົາໄດ້ນຳໂຢເຊັບມາຢືນຢູ່ຕໍ່ໜ້າກະສັດຟາໂຣ. 15ກະສັດກ່າວແກ່ໂຢເຊັບວ່າ, “ເຮົາຝັນ ແລະບໍ່ມີໃຜແກ້ຄວາມຝັນນັ້ນໄດ້. ເຮົາຮູ້ວ່າເຈົ້າສາມາດແກ້ຄວາມຝັນໄດ້.”
16ໂຢເຊັບຕອບວ່າ, “ຂ້ານ້ອຍແກ້ຄວາມຝັນບໍ່ໄດ້ດອກ ແຕ່ແມ່ນພຣະເຈົ້າຕ່າງຫາກທີ່ຈະແກ້ຄວາມຝັນຢ່າງດີໃຫ້ທ່ານໄດ້.”
17ກະສັດກ່າວວ່າ, “ເຮົາໄດ້ຝັນດັ່ງນີ້: ເຮົາກຳລັງຢືນຢູ່ທີ່ແຄມແມ່ນໍ້ານິນ. 18ໃນເວລານັ້ນ ມີງົວແມ່ທີ່ຕຸ້ຍພີເຈັດໂຕຂຶ້ນມາຈາກແມ່ນໍ້ານິນ ກິນຫຍ້າທີ່ເທິງຝັ່ງ. 19ຕໍ່ມາ ກໍມີງົວແມ່ຈ່ອຍຜອມ, ໜ້າຂີ້ດຽດ ແລະໜ້າຢ້ານອີກເຈັດໂຕ ຊຶ່ງເປັນງົວແມ່ທີ່ໜ້າສັງເວດທີ່ສຸດ ທີ່ເຮົາບໍ່ເຄີຍເຫັນມາກ່ອນໃນປະເທດເອຢິບ. 20ງົວຈ່ອຍຜອມເຫຼົ່ານີ້ໄດ້ກືນກິນງົວແມ່ໂຕທີ່ຕຸ້ຍພີ, 21ແຕ່ມັນກິນເວລາໃດບໍ່ມີໃຜຮູ້ເຫັນ ເພາະງົວເຫຼົ່ານັ້ນເບິ່ງແລ້ວແຮ່ງຈ່ອຍຜອມກວ່າເກົ່າ. ແລ້ວເຮົາກໍຕື່ນຂຶ້ນ. 22ເຮົາຍັງຝັນເຫັນຮວງເຂົ້າເມັດຕື່ງເຈັດຮວງຢູ່ໃນຕົ້ນດຽວກັນ. 23ແລ້ວກໍມີຮວງເຂົ້າເຈັດຮວງງອກອອກມາ ເປັນເມັດເຂົ້າລີບ ແລະຫ່ຽວແຫ້ງເພາະຖືກລົມທະເລຊາຍພັດ. 24ຮວງເຂົ້າເມັດລີບໄດ້ກືນກິນຮວງເຂົ້າເມັດຕື່ງ. ເຮົາໄດ້ເລົ່າຄວາມຝັນນີ້ໃຫ້ພວກໝໍມໍຟັງ ແຕ່ບໍ່ມີຜູ້ໃດສາມາດແກ້ຄວາມຝັນໃຫ້ເຮົາໄດ້.”
25ໂຢເຊັບຕອບກະສັດວ່າ, “ຄວາມຝັນສອງຢ່າງນັ້ນມີຄວາມໝາຍຢ່າງດຽວກັນ; ພຣະເຈົ້າໄດ້ບອກທ່ານໃຫ້ຮູ້ເຖິງສິ່ງທີ່ພຣະອົງຈະໃຫ້ບັງເກີດຂຶ້ນ. 26ງົວແມ່ທີ່ຕຸ້ຍພີເຈັດໂຕນັ້ນໝາຍເຖິງເຈັດປີ ແລະຮວງເຂົ້າເມັດຕື່ງເຈັດຮວງນັ້ນກໍໝາຍເຖິງເຈັດປີເຊັ່ນກັນ; ທັງສອງຢ່າງມີຄວາມໝາຍແບບດຽວກັນ. 27ງົວແມ່ທີ່ຈ່ອຍຜອມແລະເຫັນແຕ່ກະດູກທີ່ຂຶ້ນມາຈາກແມ່ນໍ້າທີຫລັງ ແລະຮວງເຂົ້າເມັດລີບເຈັດຮວງທີ່ຫ່ຽວແຫ້ງຍ້ອນລົມທະເລຊາຍພັດນັ້ນ ແມ່ນເວລາເຈັດປີທີ່ຈະປະສົບພົບພໍ້ກັບຄວາມອຶດຢາກ. 28ຄວາມຝັນຂອງທ່ານແມ່ນຕາມທີ່ຂ້ານ້ອຍເວົ້າມານີ້ແຫຼະ. ພຣະເຈົ້າສຳແດງໃຫ້ທ່ານຮູ້ເຖິງສິ່ງທີ່ພຣະອົງຈະໃຫ້ບັງເກີດຂຶ້ນ. 29ຢູ່ໃນທົ່ວດິນແດນຂອງປະເທດເອຢິບ ຈະມີຄວາມອຸດົມສົມບູນເປັນເວລາເຈັດປີ. 30ຫລັງຈາກນັ້ນ ຈະມີການອຶດຢາກເກີດຂຶ້ນເປັນເວລາເຈັດປີອີກ ແລະປີແຫ່ງຄວາມອຸດົມສົມບູນໃນປະເທດເອຢິບຈະຖືກລຶບໄປ ຍ້ອນວ່າຄວາມອຶດຢາກຈະທຳລາຍປະເທດ. 31ປີແຫ່ງຄວາມອຸດົມສົມບູນຈະຖືກລຶບໄປຢ່າງໝົດສິ້ນ ເພາະຄວາມອຶດຢາກທີ່ຈະຕາມມານັ້ນ ຮ້າຍແຮງທີ່ສຸດ. 32ສາເຫດທີ່ທ່ານຝັນສອງເທື່ອນັ້ນ ໝາຍຄວາມວ່າພຣະເຈົ້າໄດ້ກຳນົດການນີ້ໄວ້ແລ້ວ ແລະພຣະເຈົ້າຈະໃຫ້ສິ່ງນັ້ນເກີດຂຶ້ນໃນອະນາຄົດອັນໃກ້ໆນີ້.
33ບັດນີ້ ທ່ານຄວນຊອກຫາຄົນໜຶ່ງທີ່ສະຫລຽວສະຫລາດແລະມີປັນຍາ ແລະແຕ່ງຕັ້ງລາວໃຫ້ເປັນຜູ້ປົກຄອງປະເທດ. 34ທ່ານຕ້ອງແຕ່ງຕັ້ງຂ້າຣາຊການປົກຄອງເຂດຕ່າງໆເໝືອນກັນ ເພື່ອໃຫ້ເກັບເອົາຜົນລະປູກໜຶ່ງສ່ວນຫ້າ ໃນລະຫວ່າງເຈັດປີທີ່ອຸດົມສົມບູນນັ້ນໄວ້. 35ໃຫ້ພວກເຂົາຮິບໂຮມອາຫານທຸກຊະນິດໃນປີອຸດົມສົມບູນທີ່ຈະມາເຖິງໄວ້ ທັງໃຫ້ອຳນາດແກ່ພວກເຂົາຮິບໂຮມເຂົ້າໄວ້ໃນເມືອງຕ່າງໆ ແລະເກັບຮັກສາໄວ້. 36ອາຫານທີ່ເກັບໄວ້ນີ້ ຈະເປັນເຄື່ອງບັນເທົາທຸກເວລາອຶດຢາກ ໃນໄລຍະເຈັດປີຈະມາເຖິງ. ໂດຍວິທີນີ້ແຫຼະ ປະຊາຊົນຊາວເອຢິບຈະບໍ່ອຶດຕາຍ.”
ໂຢເຊັບຖືກແຕ່ງຕັ້ງໃຫ້ເປັນຜູ້ປົກຄອງປະເທດ
37ກະສັດກັບຂ້າຣາຊການຂອງເພິ່ນເຫັນພ້ອມໃນແຜນການນີ້ 38ແລະກະສັດກ່າວຕໍ່ບັນດາຂ້າຣາຊການວ່າ, “ພວກເຮົາຈະບໍ່ພົບຄົນດີກວ່າໂຢເຊັບເລີຍ ຄືຄົນທີ່ມີພຣະວິນຍານຂອງພຣະເຈົ້າສະຖິດຢູ່ນຳ.” 39ກະສັດກ່າວຕໍ່ໂຢເຊັບວ່າ, “ດ້ວຍວ່າ ພຣະເຈົ້າໄດ້ສຳແດງທຸກສິ່ງນັ້ນແກ່ເຈົ້າ; ສະນັ້ນ ຈຶ່ງເປັນການຈະແຈ້ງແລ້ວວ່າ ບໍ່ມີຜູ້ໃດທີ່ເຂົ້າໃຈ ແລະມີສະຕິປັນຍາເທົ່າກັບເຈົ້າ. 40ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງປະເທດ ແລະປະຊາຊົນທຸກໆຄົນຂອງເຮົາຈະຕ້ອງເຮັດຕາມຄຳສັ່ງຂອງເຈົ້າ. ເວັ້ນແຕ່ຝ່າຍພຣະທີ່ນັ່ງເທົ່ານັ້ນ ທີ່ເຮົາຈະເປັນໃຫຍ່ກວ່າເຈົ້າ ເພາະເຮົາເປັນກະສັດ. 41ບັດນີ້ ເຮົາຂໍແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງປະເທດເອຢິບ.” 42ແລ້ວກະສັດກໍຖອດແຫວນແຫ່ງອຳນາດອອກຈາກນິ້ວມືຂອງຕົນ ແລະສຸບໃສ່ນິ້ວມືຂອງໂຢເຊັບ. ເພິ່ນເອົາເສື້ອໂຕງາມທີ່ສຸດໃຫ້ໂຢເຊັບນຸ່ງ ແລະເອົາສາຍສ້ອຍຄຳຄ້ອງຄໍໃຫ້. 43ກະສັດໃຫ້ລາວຂີ່ລົດປະຈຳຕຳແໜ່ງຄັນຮອງມາຈາກເພິ່ນ ແລະທະຫານປ້ອງກັນຕົວກໍຮ້ອງປະກາດວ່າ, “ຫລີກທາງ! ຫລີກທາງ!” ນີ້ຄືໂຢເຊັບຜູ້ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ປົກຄອງປະເທດເອຢິບກໍເປັນດັ່ງນີ້. 44ກະສັດກ່າວຕໍ່ໂຢເຊັບວ່າ, “ເຮົາເປັນກະສັດກໍຈິງຢູ່, ແຕ່ໃນປະເທດເອຢິບນີ້ ຖ້າຜູ້ໃດຜູ້ໜຶ່ງບໍ່ໄດ້ຮັບອະນຸຍາດຈາກເຈົ້າ ຈະເຮັດຫຍັງບໍ່ໄດ້ເດັດຂາດ.” 45-46ເພິ່ນໃສ່ຊື່ເອຢິບໃຫ້ໂຢເຊັບວ່າ, “ຊາເຟນາດ ປາເນອາ” ແລະມອບນາງອາເສນາດລູກສາວປະໂຣຫິດໂປຕີເຟຣາແຫ່ງເມືອງເຮລີໂອໂປລີ ໃຫ້ເປັນເມຍຂອງໂຢເຊັບ.
ເມື່ອເຂົ້າຮັບໃຊ້ກະສັດແຫ່ງເອຢິບນັ້ນ ໂຢເຊັບມີອາຍຸ 30 ປີ. ເພິ່ນໄດ້ຮັບອຳນາດໃນການປົກຄອງທົ່ວປະເທດເອຢິບ. 47ໃນໄລຍະເຈັດປີທີ່ອຸດົມສົມບູນນັ້ນ ທີ່ດິນກໍຜະລິດຜົນລະປູກໄດ້ຢ່າງຫລວງຫລາຍ 48ໂຢເຊັບເກັບ ແລະຮິບໂຮມອາຫານທຸກໆຊະນິດໄວ້ຕາມເມືອງຕ່າງໆ. ໃນແຕ່ລະເມືອງນັ້ນ ເພິ່ນຮິບໂຮມເອົາເຂົ້າທີ່ເກັບກ່ຽວໄດ້ຈາກນາຢູ່ອ້ອມແອ້ມ. 49ເພິ່ນໄດ້ຮິບໂຮມເຂົ້າໄວ້ຢ່າງຫລວງຫລາຍ ດັ່ງເມັດດິນຊາຍທີ່ແຄມທະເລ ຈົນບໍ່ມີໃຜສາມາດຈະຊັ່ງຕວງໄດ້.
50ກ່ອນປີແຫ່ງການອຶດຢາກຈະມາເຖິງ ໂຢເຊັບມີລູກຊາຍສອງຄົນກັບນາງອາເສນາດລູກສາວປະໂຣຫິດໂປຕີເຟຣາແຫ່ງເມືອງເຮລີໂອໂປລີ. 51ເພິ່ນເວົ້າວ່າ, “ພຣະເຈົ້າໄດ້ເຮັດໃຫ້ຂ້ອຍລືມຄວາມເຈັບຊໍ້ານາໆປະການ ແລະລືມຄອບຄົວພໍ່ຂ້ອຍທັງໝົດ.” ດັ່ງນັ້ນ ເພິ່ນຈຶ່ງໃສ່ຊື່ໃຫ້ລູກຊາຍກົກວ່າ, “ມານາເຊ.” 52ເພິ່ນເວົ້າອີກວ່າ, “ພຣະເຈົ້າໄດ້ໃຫ້ຂ້ອຍມີລູກຊາຍຢູ່ໃນປະເທດ ທີ່ຂ້ອຍມີຄວາມເດືອດຮ້ອນ.” ດັ່ງນັ້ນ ເພິ່ນຈຶ່ງໃສ່ຊື່ໃຫ້ລູກຊາຍຜູ້ທີສອງວ່າ, “ເອຟຣາອິມ.”
53ເວລາເຈັດປີແຫ່ງຄວາມອຸດົມສົມບູນ ທີ່ປະເທດເອຢິບໄດ້ຮັບນັ້ນກໍສິ້ນສຸດລົງ 54ແລະຄວາມອຶດຢາກເປັນເວລາເຈັດປີກໍເກີດຂຶ້ນມາແທນ ຕາມທີ່ໂຢເຊັບໄດ້ກ່າວໄວ້ລ່ວງໜ້າ. ຢູ່ໃນປະເທດອື່ນບໍ່ມີເຂົ້າກິນແລ້ວ ແຕ່ຢູ່ໃນປະເທດເອຢິບຍັງມີເຂົ້າກິນທົ່ວປະເທດ. 55ເມື່ອປະເທດເອຢິບເລີ່ມຕົ້ນອຶດຢາກ ປະຊາຊົນທັງຫຼາຍກໍໄດ້ມາຂໍອາຫານນຳກະສັດ. ສະນັ້ນ ກະສັດຈຶ່ງສັ່ງພວກເຂົາໃຫ້ໄປຫາໂຢເຊັບ ແລະເຮັດຕາມທີ່ໂຢເຊັບບອກໃຫ້ເຮັດ. 56ເມື່ອຄວາມອຶດຢາກຮ້າຍແຮງຂຶ້ນ ແລະເລີ່ມແຜ່ຂະຫຍາຍໄປທົ່ວປະເທດ ໂຢເຊັບກໍໄຂສາງເຂົ້າທຸກສາງ ແລະຂາຍໃຫ້ແກ່ປະຊາຊົນເອຢິບ. 57ປະຊາຊົນຈາກຫລາຍບ່ອນໃນໂລກໄດ້ພາກັນມາປະເທດເອຢິບ ເພື່ອຂໍຊື້ເຂົ້ານຳໂຢເຊັບ ເພາະເກີດການອຶດຢາກຢ່າງຮ້າຍແຮງຢູ່ທຸກທີ່ທຸກບ່ອນ.
@ 2012 United Bible Societies. All Rights Reserved.