ໂຣມ 3
3
ຄວາມສັດຊື່ຂອງພຣະເຈົ້າ
1ຖ້າຢ່າງນັ້ນ ການເປັນຄົນຢິວຈະໄດ້ປຽບກວ່າຄົນອື່ນຢ່າງໃດ ຫລື ການຮັບພິທີຕັດມີປະໂຫຍດອັນໃດ? 2ກໍມີປະໂຫຍດຫລາຍໃນທຸກດ້ານ! ປະການທຳອິດ ພວກເຂົາໄດ້ຮັບມອບໝາຍໃຫ້ຮັກສາທຸກຖ້ອຍຄຳຂອງພຣະເຈົ້າ.
3ຖ້າມີບາງຄົນບໍ່ສັດຊື່ ແລ້ວຈະເປັນຢ່າງໃດ? ຄວາມບໍ່ສັດຊື່ຂອງພວກເຂົານັ້ນຈະເຮັດໃຫ້ຄວາມສັດຊື່ຂອງພຣະເຈົ້າເສຍປະໂຫຍດບໍ? 4ບໍ່ເປັນຢ່າງນັ້ນ! ພຣະເຈົ້າກ່າວແຕ່ຄວາມຈິງ ເຖິງແມ່ນວ່າມະນຸດທຸກຄົນຈະເປັນຄົນເວົ້າຕົວະກໍຕາມ. ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ:
“ເພື່ອພຣະອົງຈະໄດ້ຮັບການພິສູດວ່າ ເປັນຝ່າຍຖືກເມື່ອພຣະອົງກ່າວ
ແລະ ຊະນະເມື່ອພຣະອົງພິພາກສາ”.#3:4 ພສສ 51:4
5ແຕ່ຖ້າຄວາມອະທຳຂອງພວກເຮົາເຮັດໃຫ້ເຫັນຄວາມຊອບທຳຂອງພຣະເຈົ້າຊັດເຈນຫລາຍຂຶ້ນ ພວກເຮົາຈະວ່າຢ່າງໃດ? ຈະວ່າພຣະເຈົ້າບໍ່ຍຸຕິທຳບໍທີ່ໃຫ້ຄວາມໂກດຮ້າຍຂອງພຣະອົງລົງມາເທິງພວກເຮົາ? (ເຮົາກຳລັງໃຊ້ເຫດຜົນຢ່າງມະນຸດ.) 6ບໍ່ແມ່ນຢ່າງນັ້ນແນ່ນອນ! ເພາະຖ້າເປັນຢ່າງນັ້ນແລ້ວ, ພຣະເຈົ້າຈະພິພາກສາໂລກໄດ້ຢ່າງໃດ? 7ມີບາງຄົນອາດຕອບໂຕ້ວ່າ, “ຖ້າຄວາມຕົວະຂອງເຮົາເຮັດໃຫ້ເຫັນຄວາມສັດຊື່ຂອງພຣະເຈົ້າຊັດເຈນຂຶ້ນ ແລະ ເປັນການເພີ່ມເຕີມກຽດຕິຍົດຂອງພຣະອົງ, ແລ້ວເປັນຫຍັງເຮົາຍັງຖືກຕັດສິນລົງໂທດວ່າເປັນຄົນບາບ?” 8ເປັນຫຍັງບໍ່ກ່າວວ່າ, “ໃຫ້ພວກເຮົາເຮັດຊົ່ວເພື່ອຄວາມດີຈະໄດ້ເກີດຂຶ້ນ”? ຕາມທີ່ມີບາງຄົນໃສ່ຮ້າຍວ່າເຮົາເວົ້າຢ່າງນັ້ນ. ການລົງໂທດຄົນຢ່າງນັ້ນກໍຍຸຕິທຳແລ້ວ.
ບໍ່ມີຜູ້ໃດຊອບທຳຈັກຄົນ
9ຖ້າດັ່ງນັ້ນແລ້ວເຮົາຈະສະຫລຸບວ່າຢ່າງໃດ? ພວກເຮົາຊາວຢິວໄດ້ປຽບ#3:9 ຫລື ຊົ່ວກວ່າຄົນອື່ນບໍ? ບໍ່ເປັນດັ່ງນັ້ນດອກ! ເພາະເຮົາກໍໄດ້ຊີ້ໃຫ້ເຫັນແລ້ວວ່າທັງຄົນຢິວ ແລະ ຄົນຕ່າງຊາດກໍລ້ວນແຕ່ຢູ່ໃຕ້ອຳນາດຂອງຄວາມບາບເໝືອນກັນທຸກຄົນ. 10ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ,
“ບໍ່ມີຈັກຄົນທີ່ຊອບທຳ ບໍ່ມີແມ່ນແຕ່ຄົນດຽວ;
11ບໍ່ມີຜູ້ໃດທີ່ເຂົ້າໃຈ
ບໍ່ມີຜູ້ໃດທີ່ສະແຫວງຫາພຣະເຈົ້າ.
12ທຸກຄົນຫັນໜີໄປ,
ພວກເຂົາພາກັນກາຍເປັນຄົນໄຮ້ຄ່າໄປໝົດ;
ບໍ່ມີຈັກຄົນທີ່ເຮັດຄວາມດີ
ບໍ່ມີແມ່ນແຕ່ຄົນດຽວ”.#3:10-12 ພສສ 14:1-3; 53:1-3 ປຍຈ 7:20
13“ຄໍຂອງພວກເຂົາຄືຂຸມຝັງສົບທີ່ໄຂຢູ່
ພວກເຂົາໃຊ້ລີ້ນຂອງຕົນໃນການລໍ້ລວງ”.#3:13 ພສສ 5:9
“ມີພິດງູຮ້າຍຢູ່ທີ່ຮິມສົບຂອງພວກເຂົາ”.#3:13 ພສສ 140:3
14“ປາກຂອງພວກເຂົາເຕັມໄປດ້ວຍຄຳສາບແຊ່ງ ແລະ ຄຳຂົມຂື່ນ”.#3:14 ພສສ 10:7
15“ຕີນຂອງພວກເຂົາວ່ອງໄວໃນການເຮັດໃຫ້ນອງເລືອດ;
16ພວກເຂົາປະແຕ່ຄວາມຈິບຫາຍ ແລະ ຄວາມທຸກໄວ້ຕາມທາງຂອງພວກເຂົາ,
17ແລະ ພວກເຂົາບໍ່ຮູ້ຈັກທາງແຫ່ງຄວາມສະຫງົບສຸກ”.#3:15-17 ອຊຢ 59:7,8
18“ພວກເຂົາບໍ່ຄິດທີ່ຈະຢ້ານກົວພຣະເຈົ້າເລີຍ”.#3:18 ພສສ 36:1
19ບັດນີ້ ພວກເຮົາຮູ້ວ່າສິ່ງໃດທີ່ກົດບັນຍັດໄດ້ກ່າວໄວ້ກໍກ່າວແກ່ຜູ້ທີ່ຢູ່ໃຕ້ກົດບັນຍັດ, ເພື່ອວ່າທຸກປາກຈະມິດງຽບຢູ່ ແລະ ເພື່ອໃຫ້ທັງໂລກຮັບຜິດຊອບຕໍ່ພຣະເຈົ້າ. 20ເຫດສະນັ້ນ, ບໍ່ມີຜູ້ໃດທີ່ຖືວ່າເປັນຄົນຊອບທຳໃນສາຍຕາຂອງພຣະເຈົ້າໂດຍການເຮັດຕາມກົດບັນຍັດ, ກົດບັນຍັດພຽງແຕ່ເຮັດໃຫ້ພວກເຮົາສັງເກດຮູ້ຈັກຄວາມບາບ.
ຄວາມຊອບທຳໂດຍທາງຄວາມເຊື່ອ
21ແຕ່ບັດນີ້ ຄວາມຊອບທຳຈາກພຣະເຈົ້າ ເຊິ່ງຢູ່ນອກກົດບັນຍັດນັ້ນໄດ້ປາກົດແຈ້ງແລ້ວ, ເຊິ່ງໜັງສືກົດບັນຍັດ ແລະ ໜັງສືຜູ້ທຳນວາຍໄດ້ເປັນພະຍານເຖິງເລື່ອງນີ້. 22ຄວາມຊອບທຳນີ້ແມ່ນໄດ້ມາຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າໄປເຖິງທຸກຄົນທີ່ເຊື່ອ ເຊິ່ງບໍ່ມີຂໍ້ແຕກຕ່າງກັນລະຫວ່າງຄົນຢິວ ແລະ ຄົນຕ່າງຊາດ, 23ເພາະວ່າທຸກຄົນໄດ້ເຮັດບາບ ແລະ ຂາດຈາກສະຫງ່າລາສີຂອງພຣະເຈົ້າ, 24ແລະ ພຣະເຈົ້າໄດ້ຖືວ່າພວກເຂົາເປັນຄົນຊອບທຳ ໂດຍພຣະຄຸນຂອງພຣະອົງທີ່ບໍ່ຄິດຄ່າ ຜ່ານທາງການໄຖ່ທີ່ມາໂດຍພຣະຄຣິດເຈົ້າເຢຊູ. 25ພຣະເຈົ້າໃຫ້ພຣະເຢຊູເຈົ້າເປັນເຄື່ອງຖວາຍບູຊາໄຖ່ບາບ#3:25 ຫລື ພາສາກຣີກວ່າ ເພື່ອຖວາຍບູຊາລຶບລ້າງບາບ ອ້າງອີງເຖິງການລຶບລ້າງບາບທີ່ປົກຄຸມເໜືອຫີບພັນທະສັນຍາ (ເບິ່ງ ລລວ 16:15,16)ແກ່ທຸກຄົນທີ່ມີຄວາມເຊື່ອໃນໂລຫິດຂອງພຣະເຢຊູເຈົ້າ. ພຣະເຈົ້າກະທຳເຊັ່ນນີ້ກໍເພື່ອສະແດງໃຫ້ເຫັນຄວາມຍຸຕິທຳຂອງພຣະອົງ ເພາະໂດຍຄວາມອົດກັ້ນ ພຣະອົງຈຶ່ງບໍ່ໄດ້ລົງໂທດພວກເຂົາທີ່ໄດ້ເຮັດບາບກ່ອນໜ້ານັ້ນ. 26ພຣະອົງໄດ້ເຮັດຢ່າງນີ້ກໍເພື່ອສະແດງຄວາມຍຸຕິທຳຂອງພຣະອົງໃນເວລາປັດຈຸບັນ ເພື່ອວ່າພຣະອົງຈະເປັນຜູ້ຊອບທຳ ແລະ ເປັນຜູ້ທີ່ເຮັດໃຫ້ບັນດາຄົນທີ່ມີຄວາມເຊື່ອໃນພຣະເຢຊູເຈົ້າຖືກນັບວ່າເປັນຜູ້ຊອບທຳດ້ວຍ.
27ເມື່ອເປັນຢ່າງນີ້ແລ້ວ ເຮົາມີສິ່ງໃດທີ່ຈະອວດອ້າງໄດ້? ບໍ່ມີເລີຍ ຈະອ້າງສິ່ງໃດເປັນຫລັກ? ຈະອ້າງວ່າໂດຍການປະຕິບັດຕາມກົດບັນຍັດບໍ? ບໍ່ດອກ, ແຕ່ໂດຍການອ້າງຄວາມເຊື່ອເປັນຫລັກ. 28ເພາະພວກເຮົາຢືນຢັນວ່າຄົນໃດຄົນໜຶ່ງຈະຖືວ່າເປັນຄົນຊອບທຳໄດ້ກໍໂດຍຄວາມເຊື່ອ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ. 29ຫລື ພຣະເຈົ້າເປັນພຣະເຈົ້າຂອງຄົນຢິວເທົ່ານັ້ນບໍ? ພຣະອົງບໍ່ໄດ້ເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍບໍ? ແມ່ນແລ້ວ, ພຣະອົງເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍ, 30ດ້ວຍວ່າ ມີພຣະເຈົ້າພຽງແຕ່ອົງດຽວ, ພຣະອົງຈະຖືວ່າຄົນທີ່ຮັບພິທີຕັດນັ້ນເປັນຄົນຊອບທຳໂດຍຄວາມເຊື່ອ ແລະ ຈະຖືວ່າຄົນທີ່ບໍ່ຮັບພິທີຕັດກໍເປັນຄົນຊອບທຳໂດຍທາງຄວາມເຊື່ອເໝືອນກັນ. 31ຖ້າຢ່າງນັ້ນ ພວກເຮົາລຶບລ້າງກົດບັນຍັດດ້ວຍຄວາມເຊື່ອບໍ? ບໍ່ແມ່ນຢ່າງນັ້ນດອກ! ພວກເຮົາເປັນຜູ້ສະໜັບສະໜູນກົດບັນຍັດ.
Nu geselecteerd:
ໂຣມ 3: LCV
Markering
Kopiëren
Vergelijk
Delen
Wil je jouw markerkingen op al je apparaten opslaan? Meld je aan of log in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.