ໂຣມ 3:25-26
ໂຣມ 3:25-26 LCV
ພຣະເຈົ້າໃຫ້ພຣະເຢຊູເຈົ້າເປັນເຄື່ອງຖວາຍບູຊາໄຖ່ບາບແກ່ທຸກຄົນທີ່ມີຄວາມເຊື່ອໃນໂລຫິດຂອງພຣະເຢຊູເຈົ້າ. ພຣະເຈົ້າກະທຳເຊັ່ນນີ້ກໍເພື່ອສະແດງໃຫ້ເຫັນຄວາມຍຸຕິທຳຂອງພຣະອົງ ເພາະໂດຍຄວາມອົດກັ້ນ ພຣະອົງຈຶ່ງບໍ່ໄດ້ລົງໂທດພວກເຂົາທີ່ໄດ້ເຮັດບາບກ່ອນໜ້ານັ້ນ. ພຣະອົງໄດ້ເຮັດຢ່າງນີ້ກໍເພື່ອສະແດງຄວາມຍຸຕິທຳຂອງພຣະອົງໃນເວລາປັດຈຸບັນ ເພື່ອວ່າພຣະອົງຈະເປັນຜູ້ຊອບທຳ ແລະ ເປັນຜູ້ທີ່ເຮັດໃຫ້ບັນດາຄົນທີ່ມີຄວາມເຊື່ອໃນພຣະເຢຊູເຈົ້າຖືກນັບວ່າເປັນຜູ້ຊອບທຳດ້ວຍ.






