ປະຖົມມະການ 49
49
ຢາໂຄບອວຍພອນບັນດາລູກຊາຍຂອງລາວ
(ພບຍ 33:1-29)
1ຢາໂຄບໄດ້ເອີ້ນເອົາບັນດາລູກຊາຍຂອງລາວເຂົ້າມາແລ້ວກ່າວວ່າ: “ຈົ່ງພາກັນມາລວມກັນເພື່ອວ່າພໍ່ຈະໄດ້ບອກພວກເຈົ້າເຖິງສິ່ງທີ່ຈະເກີດຂຶ້ນກັບພວກເຈົ້າໃນວັນຂ້າງໜ້າ.
2“ຈົ່ງມາຮ່ວມຊຸມນຸມກັນ ແລະ ຟັງ, ລູກຊາຍທັງຫລາຍຂອງຢາໂຄບເອີຍ;
ຈົ່ງຟັງອິດສະຣາເອນພໍ່ຂອງພວກເຈົ້າ.
3“ຣູເບັນ, ເຈົ້າເປັນລູກຊາຍກົກຂອງພໍ່,
ເປັນອຳນາດ ແລະ ເປັນສັນຍານທຳອິດແຫ່ງກຳລັງຂອງພໍ່,
ເຈົ້າເປັນສຸດຍອດແຫ່ງກຽດຕິຍົດ, ເປັນສຸດຍອດແຫ່ງອຳນາດ.
4ເປັນນ້ຳທີ່ໄຫລແຮງ, ເຈົ້າຈະບໍ່ໄດ້ເປັນສຸດຍອດອີກຕໍ່ໄປ,
ເພາະເຈົ້າເຂົ້າໄປເຖິງຕຽງນອນຂອງພໍ່ຂອງເຈົ້າ,
ເຂົ້າໄປເຖິງບ່ອນນອນຂອງເຮົາ ແລະ ເຮັດໃຫ້ບ່ອນນັ້ນເປັນມົນທິນ.
5“ຊີເມໂອນ ແລະ ເລວີເປັນອ້າຍນ້ອງກັນ
ດາບ#49:5 ໃນພາສາເຮັບເຣີຄຳນີ້ມີຄວາມໝາຍບໍ່ຊັດເຈນຂອງພວກເຂົາເປັນອາວຸດຂອງຄວາມຮຸນແຮງ.
6ຢ່າໃຫ້ເຮົາເຂົ້າໄປໃນທີ່ສະພາຂອງພວກເຂົາ,
ຢ່າໃຫ້ເຮົາເຂົ້າຮ່ວມໃນການຊຸມນຸມຂອງພວກເຂົາ,
ເພາະພວກເຂົາຂ້າຄົນເມື່ອພວກເຂົາໃຈຮ້າຍ
ແລະ ຕັດເອັນຂາງົວເຖິກຕາມຄວາມພໍໃຈຂອງພວກເຂົາ.
7ຄຳສາບແຊ່ງທີ່ຈະຕົກໃສ່ຄວາມໃຈຮ້າຍຂອງພວກເຂົາ ກໍຮຸນແຮງຫລາຍ,
ແລະ ຄວາມແຄ້ນຂອງພວກເຂົາ ກໍໂຫດຮ້າຍຫລາຍ!
ເຮົາຈະໃຫ້ພວກເຂົາກະແຈກກະຈາຍໄປໃນດິນແດນຂອງຢາໂຄບ
ແລະ ໃຫ້ພວກເຂົາກະແຈກກະຈາຍໄປໃນອິດສະຣາເອນ.
8“ຢູດາ#49:8 ຄຳວ່າ ຢູດາ ມີສຽງຄ້າຍຄື ແລະ ອາດມາຈາກຄຳພາສາເຮັບເຣີທີ່ມີຄວາມໝາຍວ່າ, ສັນລະເສີນເອີຍ, ອ້າຍນ້ອງຂອງເຈົ້າຈະສັນລະເສີນເຈົ້າ;
ມືຂອງເຈົ້າຈະບີບຄໍຂອງບັນດາສັດຕູຂອງເຈົ້າ;
ບັນດາລູກຊາຍຂອງພໍ່ຂອງເຈົ້າຈະກົ້ມຂາບເຈົ້າ.
9ຢູດາເອີຍ, ເຈົ້າຄືລູກສິງ,
ລູກຊາຍຂອງເຮົາເອີຍ, ເຈົ້າຫາກໍກັບມາຈາກກິນເຫຍື່ອ.
ເໝືອນດັ່ງສິງທີ່ໝອບ ແລະ ນອນລົງ,
ເໝືອນດັ່ງສິງແມ່ ຜູ້ໃດຈະກ້າປູກລາວໄດ້?
10ໄມ້ກະບອງຈະບໍ່ໜີໄປຈາກຢູດາ,
ຫລື ໄມ້ຄ້ອນເທົ້າຂອງຜູ້ປົກຄອງຈະບໍ່ໜີໄປຈາກລະຫວ່າງຕີນຂອງລາວໄດ້#49:10 ຫລື ຈາກເຊື້ອສາຍຂອງລາວ,
ຈົນກວ່າບຸກຄົນຜູ້ເປັນເຈົ້າຂອງອຳນາດທີ່ແທ້ຈິງຈະມາເຖິງ#49:10 ຫລື ຈົນກວ່າຄົນທີ່ຖືວ່າເປັນເຈົ້າຂອງຈະມາເຖິງ; ຄວາມໝາຍໃນພາສາເຮັບເຣີສຳລັບປະໂຫຍກນີ້ບໍ່ຊັດເຈນ.
ແລະ ບັນດາຊົນຊາດຕ່າງໆຈະເຊື່ອຟັງຜູ້ນັ້ນ.
11ລາວຈະມັດລໍຂອງລາວໄວ້ທີ່ເຄືອອະງຸ່ນ,
ມັດລູກລໍຂອງລາວໄວ້ໃສ່ກິ່ງທີ່ດີທີ່ສຸດ;
ລາວຈະຊັກເສື້ອຜ້າຂອງຕົນໃນເຫລົ້າອະງຸ່ນ,
ຊັກເສື້ອຄຸມຂອງລາວໃນນ້ຳອະງຸ່ນສີເລືອດ.
12ຕາຂອງລາວເຂັ້ມກວ່າເຫລົ້າອະງຸ່ນ,
ແຂ້ວຂອງລາວຂາວກວ່ານ້ຳນົມ.#49:12 ຫລື ຕາຂອງລາວຈະເປັນສີໝົ່ນຈາກເຫລົ້າອະງຸ່ນ ແຂ້ວຂອງລາວຂາວຈາກນ້ຳນົມ
13“ເຊບູໂລນຈະອາໄສຢູ່ຕາມແຄມຝັ່ງທະເລ
ແລະ ກາຍເປັນທ່າເຮືອ;
ເຂດແດນຂອງລາວຈະຂະຫຍາຍອອກໄປຈົນຮອດຊີໂດນ.
14“ອິດຊາຄາເປັນເໝືອນລໍທີ່ແຂງແຮງ
ນອນລົງຢູ່ຕາມຄອກແກະ.#49:14 ຫລື ນອນລົງເທິງກອງໄຟໃນສະໜາມ; ຫລື ນອນລົງເທິງເບາະນັ່ງທີ່ຫລັງສັດ
15ເມື່ອລາວເຫັນວ່າສະຖານທີ່ພັກຜ່ອນຂອງລາວດີ
ແລະ ດິນແດນຂອງລາວເປັນທີ່ໜ້າພໍໃຈ,
ລາວກໍຈະງ່ຽງບ່າຂອງຕົນລົງແບກພາລະໜັກ
ແລະ ຍອມເປັນທາດຮັບໃຊ້.
16“ດານ#49:16 ໃນທີ່ນີ້ແປວ່າ ລາວຈັດຫາຄວາມເປັນທຳຈະໃຫ້ຄວາມເປັນທຳແກ່ພົນລະເມືອງຂອງຕົນ
ເໝືອນໃຫ້ແກ່ເຜົ່າອື່ນໆໃນອິດສະຣາເອນ.
17ດານຈະເປັນເໝືອນງູຕາມແຄມທາງ
ເໝືອນງູພິດນ້ອຍທີ່ຢູ່ຕາມຫົນທາງ,
ມັນຈະຕອດສົ້ນໜ່ອງມ້າ
ເພື່ອໃຫ້ຄົນຂີ່ຕົກຈາກຫລັງມ້າ.
18“ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍລໍຄອຍຖ້າການກອບກູ້ຂອງພຣະອົງ.
19“ກາດ#49:19 ແປວ່າ ໂຈມຕີ ແລະ ກອງໂຈນ ກໍໄດ້ຈະຖືກໂຈມຕີໂດຍກຸ່ມຜູ້ໂຈມຕີ,
ແຕ່ລາວຈະໂຈມຕີພວກເຂົາທີ່ສົ້ນໜ່ອງຂອງພວກເຂົາ.
20“ອາຫານຂອງອາເຊຈະອຸດົມສົມບູນ;
ລາວຈະຈັດຫາອາຫານດີເລີດທີ່ເໝາະສົມກັບກະສັດ.
21“ເນັບທາລີເປັນກວາງແມ່ທີ່ຖືກປ່ອຍໃຫ້ເປັນອິດສະຫລະ
ທີ່ເກີດລູກກວາງທີ່ໜ້າຮັກ.#49:21 ຫລື ເປັນອິດສະຫລະ; ຫລື ລາວເປັ່ງຖ້ອຍຄຳທີ່ມ່ວນຫູ
22“ໂຢເຊັບເປັນເຄືອອະງຸ່ນທີ່ເກີດຜົນ,
ເປັນເຄືອອະງຸ່ນທີ່ເກີດຜົນຢູ່ໃກ້ບໍ່ນ້ຳ,
ເຊິ່ງມີເຄືອເລືອຂຶ້ນຂ້າມກຳແພງ.#49:22 ຫລື ໂຢເຊັບເປັນລູກລໍປ່າ ເປັນລູກລໍປ່າຢູ່ໃກ້ນ້ຳພຸ ຫລື ລໍປ່າທີ່ເນີນພູຂັ້ນໄດ
23ນັກຍິງທະນູໄດ້ໂຈມຕີລາວດ້ວຍຄວາມຂົມຂື່ນ;
ພວກເຂົາຍິງໃສ່ລາວດ້ວຍຄວາມເປັນສັດຕູ.
24ແຕ່ທະນູຂອງລາວຍັງຕັ້ງໝັ້ນຄົງຢູ່,
ແຂນທີ່ແຂງແຮງຂອງລາວບໍ່ອ່ອນແຮງ.
ເພາະມືຂອງຜູ້ມີອຳນາດຂອງຢາໂຄບ,
ເພາະຜູ້ລ້ຽງແກະ ຜູ້ເປັນສີລາຂອງອິດສະຣາເອນ,
25ເພາະພຣະເຈົ້າຂອງພໍ່ຂອງເຈົ້າ, ຜູ້ທີ່ຊ່ວຍເຈົ້າ,
ເພາະຜູ້ມີລິດອຳນາດຍິ່ງໃຫຍ່,#49:25 ພາສາເຮັບເຣີວ່າ ຊາດາຍ ຜູ້ທີ່ອວຍພອນເຈົ້າ
ດ້ວຍພອນແຫ່ງທ້ອງຟ້າເບື້ອງເທິງ
ພອນແຫ່ງບໍ່ນ້ຳເລິກເບື້ອງລຸ່ມ,
ພອນແຫ່ງນົມ ແລະ ມົດລູກ.
26ພອນຈາກບິດາຂອງເຈົ້ານັ້ນ
ໃຫຍ່ກວ່າພອນຂອງພູເຂົາດຶກດຳບັນ,
ກວ່າ#49:26 ຫລື ແຫ່ງບັນພະບຸລຸດຂອງຂ້ອຍ ຍິ່ງໃຫຍ່ເທົ່າກັບຄວາມອຸດົມສົມບູນຂອງເນີນພູເກົ່າແກ່.
ຂໍໃຫ້ພອນເຫລົ່ານີ້ຈົ່ງຢູ່ເທິງຫົວຂອງໂຢເຊັບ,
ຢູ່ເທິງໜ້າຜາກຂອງເຈົ້າຊາຍໃນທ່າມກາງ#49:26 ຫລື ຜູ້ທີ່ແຍກຈາກອ້າຍນ້ອງຂອງລາວ.
27“ເບັນຢາມິນເປັນໝາປ່າທີ່ຫິວໂຫຍ,
ໃນຕອນເຊົ້າລາວກິນເຫຍື່ອ,
ໃນຕອນແລງລາວແບ່ງຂອງທີ່ຢຶດມາໄດ້”.
28ທັງໝົດນີ້ຄືສິບສອງເຜົ່າຂອງອິດສະຣາເອນ ແລະ ນີ້ແມ່ນສິ່ງທີ່ພໍ່ຂອງພວກເຂົາໄດ້ເວົ້າກັບພວກເຂົາເມື່ອເພິ່ນອວຍພອນພວກເຂົາ, ໂດຍໃຫ້ພອນແຕ່ລະຄົນຕາມທີ່ເພິ່ນເຫັນສົມຄວນ.
ການຕາຍຂອງຢາໂຄບ
29ແລ້ວຢາໂຄບກໍໃຫ້ຄຳແນະນຳເຫລົ່ານີ້ແກ່ພວກເຂົາຄື: “ເຮົາກຳລັງຈະຖືກຮວບຮວມໄປຢູ່ກັບຄົນຂອງເຮົາ. ຈົ່ງຝັງເຮົາໄວ້ຮ່ວມກັບບັນພະບຸລຸດຂອງເຮົາໃນຖ້ຳທີ່ຢູ່ໃນທົ່ງນາຂອງເອຟະໂຣນຊາວຮິດຕີ, 30ຄືຖ້ຳທີ່ຢູ່ໃນທົ່ງນາມັກເປລາໃກ້ມຳເຣໃນການາອານ, ເຊິ່ງອັບຣາຮາມໄດ້ຊື້ພ້ອມກັບທົ່ງນາຈາກເອຟະໂຣນຊາວຮິດຕີເພື່ອເປັນບ່ອນຝັງສົບ. 31ທີ່ນັ້ນເປັນບ່ອນຝັງອັບຣາຮາມກັບຊາຣາເມຍຂອງເພິ່ນ, ເປັນບ່ອນຝັງອີຊາກກັບເຣເບກາເມຍຂອງເພິ່ນ ແລະ ເປັນບ່ອນທີ່ເຮົາໄດ້ຝັງເລອາໄວ້. 32ທົ່ງນາ ແລະ ຖ້ຳທີ່ຢູ່ໃນນັ້ນໄດ້ຊື້ມາຈາກຊາວຮິດຕີ”.#49:32 ຫລື ເຊື້ອສາຍຂອງເຮດ
33ເມື່ອຢາໂຄບໃຫ້ຄຳແນະນຳແກ່ລູກຊາຍທັງຫລາຍຂອງລາວຈົບແລ້ວ, ລາວກໍຍົກຕີນຂຶ້ນເທິງຕຽງນອນ, ແລ້ວລາວກໍສິ້ນໃຈ ແລະ ຖືກຮວບຮວມໄວ້ກັບຄົນຂອງລາວ.
Nu geselecteerd:
ປະຖົມມະການ 49: LCV
Markering
Kopiëren
Vergelijk
Delen
Wil je jouw markerkingen op al je apparaten opslaan? Meld je aan of log in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.