ກິດຈະການ ຄຳນຳ
ຄຳນຳ
ໜັງສືເຫລັ້ມທີສອງຂອງລູກາເປັນທີ່ຮູ້ຈັກກັນດີໃນຊື່ກິດຈະການຂອງອັກຄະສາວົກ (ເບິ່ງລາຍລະອຽດເພີ່ມເຕີມໃນຄຳນຳຂອງໜັງສືລູກາ). ໜັງສືກິດຈະການນັ້ນມີທັງໝົດຫົກຕອນ ແຕ່ລະຕອນໄດ້ອະທິບາຍເຖິງແຕ່ລະໄລຍະຂອງການປະກາດເລື່ອງພຣະເມຊີອາ ອອກໄປນອກເຢຣູຊາເລັມ. ພຣະຄຳຂອງພຣະເຈົ້າໄດ້ສືບຕໍ່ເຜີຍແຜ່ ແລະ ຈະເລີນຮຸ່ງເຮືອງໃນບ່ອນຕ່າງໆ.
ຕອນທີ 1: ຄຣິສຕະຈັກໄດ້ຮັບການສ້າງຕັ້ງຂຶ້ນໃນເຢຣູຊາເລັມ ແລະ ກາຍເປັນຄຣິສຕະຈັກທີ່ໃຊ້ພາສາກຣີກ, ເຊິ່ງເຮັດໃຫ້ພຣະຄຳຂອງພຣະເຈົ້າເຜີຍແຜ່ໄປທົ່ວອານາຈັກໂຣມ.
ຕອນທີ 2: ການປະກາດໄດ້ຂະຫຍາຍໄປເຖິງສ່ວນທີ່ເຫລືອຂອງປາແລັດສະຕີນ.
ຕອນທີ 3: ຄົນຕ່າງຊາດໄດ້ເຂົ້າມາເປັນຜູ້ທີ່ຕິດຕາມພຣະເຢຊູເຈົ້າເໝືອນກັນກັບຊາວຢິວ.
ຕອນທີ 4: ບັນດາຜູ້ປະກາດຂ່າວປະເສີດຖືກສົ່ງອອກໄປທາງທິດຕາເວັນຕົກ ໄປຍັງແຂວງໃນອາຊີຂອງໂຣມ ເຊິ່ງແມ່ນສ່ວນໜຶ່ງຂອງທະວີບອາຊີ.
ຕອນທີ 5: ຜູ້ປະກາດຂ່າວປະເສີດເຫລົ່ານີ້ໄດ້ເຂົ້າສູ່ທະວີບເອີຣົບ.
ຕອນທີ 6: ແລະ ເປັນຊ່ວງສຸດທ້າຍ, ພຣະຄຳຂອງໄດ້ຂະຫຍາຍໄປເຖິງເມືອງຫລວງຂອງໂຣມ ແລະ ໄດ້ເຂົ້າໄປເຖິງສັງຄົມຊັ້ນສູງ; ດ້ວຍເຫດນີ້ ອານາຈັກຂອງພຣະເຈົ້າຈຶ່ງໄດ້ປະກາດອອກໄປເຖິງທຸກຊົນຊາດ.
Nu geselecteerd:
ກິດຈະການ ຄຳນຳ: LCV
Markering
Kopiëren
Vergelijk
Delen
Wil je jouw markerkingen op al je apparaten opslaan? Meld je aan of log in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.