ກິດຈະການ 27
27
ໂປໂລລົງເຮືອໄປໂຣມ
1ເມື່ອມີການຕັດສິນໃຈໃຫ້ພວກເຮົາລົງເຮືອໄປຍັງອີຕາລີ, ໂປໂລ ແລະ ນັກໂທດອື່ນໆບາງຄົນຈຶ່ງຖືກສົ່ງໃຫ້ນາຍຮ້ອຍຢູລີໂອ, ຜູ້ທີ່ຂຶ້ນກັບກອງທັບຂອງຈັກກະພັດ. 2ພວກເຮົາລົງເຮືອລຳໜຶ່ງຈາກເມືອງອາຣະມິດ ເຊິ່ງກຳລັງຈະໄປຍັງທ່າຕ່າງໆຕາມຊາຍຝັ່ງຂອງແຂວງເອເຊຍ, ແລ້ວພວກເຮົາກໍອອກໄປສູ່ທະເລ. ອາຣິດຕາໂຂ ຊາວມາເກໂດເນຍທີ່ມາຈາກເມືອງເທສະໂລນິກກໍຢູ່ກັບພວກເຮົາດ້ວຍ.
3ວັນຕໍ່ມາ ພວກເຮົາຈອດທີ່ເມືອງຊີໂດນ; ຝ່າຍຢູລີໂອ ມີຄວາມເມດຕາຕໍ່ໂປໂລ ຈຶ່ງອະນຸຍາດໃຫ້ເພິ່ນໄປຫາເພື່ອນຂອງເພິ່ນເພື່ອວ່າພວກເຂົາຈະໄດ້ຈັດຫາສິ່ງທີ່ຈຳເປັນໃຫ້ແກ່ເພິ່ນ. 4ຈາກທີ່ນັ້ນ ພວກເຮົາອອກສູ່ທະເລເດີນທາງອີກ ແລະ ໄດ້ຜ່ານໄປທາງດ້ານບັງລົມຂອງເກາະໄຊປຣັດ ເນື່ອງຈາກວ່າພວກເຮົາແລ່ນຕ້ານກະແສລົມ. 5ເມື່ອພວກເຮົາແລ່ນຂ້າມທະເລລຽບຝັ່ງແຂວງກີລີເກຍກັບປຳຟີເລຍ, ພວກເຮົາກໍໄດ້ມາຈອດທີ່ເມືອງມີຣາໃນແຂວງລີເກຍ. 6ໃນທີ່ນັ້ນ ນາຍຮ້ອຍໄດ້ພົບເຮືອຈາກເມືອງອາເລັກຊັນເດຍ ເຊິ່ງກຳລັງຈະໄປປະເທດອີຕາລີ ແລະ ພວກເຮົາຈຶ່ງລົງໄປຂຶ້ນເຮືອລຳນັ້ນ. 7ເຮົາແລ່ນຊ້າໆຢູ່ຫລາຍວັນ ແລະ ກໍມາເຖິງເມືອງກະນີໂດຢ່າງຍາກລຳບາກ. ເມື່ອລົມພັດຕ້ານພວກເຮົາຈຶ່ງແລ່ນມາທາງດ້ານບັງລົມຂອງເກາະກະເຣເຕທີ່ກົງກັນຂ້າມເມືອງສານໂມນ. 8ພວກເຮົາແລ່ນເຮືອລຽບຝັ່ງຢ່າງຍາກລຳບາກ ແລະ ມາເຖິງບ່ອນໜຶ່ງທີ່ເອີ້ນວ່າທ່າງາມ, ໃກ້ເມືອງລາເຊ.
9ເມື່ອເສຍເວລາໄປຫລາຍ ແລະ ການແລ່ນເຮືອກໍອັນຕະລາຍ ເພາະບັດນີ້ເປັນຊ່ວງຫລັງວັນອົດອາຫານ#27:9 ຄື ວັນລຶບລ້າງບາບແລ້ວ. ດັ່ງນັ້ນ ໂປໂລຈຶ່ງເຕືອນວ່າ, 10“ທ່ານທັງຫລາຍເອີຍ ເຮົາເຫັນວ່າການເດີນທາງຂອງພວກເຮົາຈະເປັນອັນຕະລາຍ ແລະ ເຮັດໃຫ້ເກີດຄວາມເສຍຫາຍຢ່າງຫລວງຫລາຍແກ່ເຮືອ ແລະ ສິນຄ້າ, ແລະ ຕະຫລອດຮອດຊີວິດຂອງພວກເຮົາເອງດ້ວຍ”. 11ແຕ່ນາຍຮ້ອຍ, ແທນທີ່ຈະຟັງສິ່ງທີ່ໂປໂລກ່າວ, ລາວພັດຟັງຄຳແນະນຳຂອງນາຍທ້າຍ ແລະ ເຈົ້າຂອງເຮືອ. 12ເນື່ອງຈາກວ່າທ່າງາມນັ້ນບໍ່ເໝາະສົມທີ່ຈະຈອດໃນລະດູໜາວ, ຄົນສ່ວນຫລາຍຈຶ່ງຕົກລົງວ່າພວກເຮົາຄວນແລ່ນເຮືອຕໍ່ໄປ, ໂດຍຫວັງວ່າຈະໄປໃຫ້ເຖິງເມືອງໂຟນິກ ແລະ ຈອດພັກໃນລະດູໜາວທີ່ນັ້ນ. ໂຟນິກເປັນທ່າເຮືອຂອງເກາະກະເຣເຕ, ຫັນໜ້າໄປທາງຕາເວັນຕົກສຽງໃຕ້ກັບຕາເວັນຕົກສຽງເໜືອ.
ພະຍຸ
13ເມື່ອລົມທິດໃຕ້ພັດມາຄ່ອຍໆ, ພວກເຂົາກໍຄິດວ່າຄົງເປັນໄປຕາມທີ່ຫວັງໄວ້; ຈຶ່ງຖອນສະໝໍເຮືອຂຶ້ນແລ້ວແລ່ນເຮືອລຽບຝັ່ງເກາະຂອງກະເຣເຕ. 14ບໍ່ດົນເຮືອກໍຖືກລົມພະຍຸໝຸນແຮງທີ່ເອີ້ນວ່າ, “ລົມຕາເວັນອອກສຽງເໜືອ,” ຊັດອອກຈາກເກາະ. 15ເຮືອຕິດຢູ່ໃນພະຍຸ ແລະ ຕ້ານລົມບໍ່ໄຫວ; ດັ່ງນັ້ນ ພວກເຮົາຈຶ່ງປ່ອຍເຮືອໄປຕາມກະແສລົມ. 16ຂະນະທີ່ພວກເຮົາກຳລັງຜ່ານດ້ານບັງລົມຂອງເກາະນ້ອຍໆທີ່ຊື່ວ່າກາວດາ, ພວກເຮົາເກືອບຈະບໍ່ສາມາດຮັກສາເຮືອກູ້ໄພໄວ້ໄດ້. 17ດັ່ງນັ້ນ ພວກລູກເຮືອຈຶ່ງຍົກເຮືອກູ້ໄພຂຶ້ນມາໄວ້ເທິງເຮືອ. ແລ້ວພວກເຂົາກໍເອົາເຊືອກລອດກ້ອງເຮືອໃຫຍ່ເພື່ອຢຶດເຮືອໄວ້ນຳກັນ. ເພາະພວກເຂົາຢ້ານວ່າຈະຄຸງຫາດຊາຍທີ່ຊື່ວ່າຊີຣະຕີ, ພວກເຂົາຈຶ່ງຢ່ອນສະໝໍເຮືອ ແລະ ປ່ອຍເຮືອໄປຕາມກະແສລົມ. 18ພວກເຮົາໄດ້ຮັບຄວາມຮຸນແຮງຈາກລົມພະຍຸຊັດກະໜ່ຳໃສ່ເຮືອຢ່າງໜັກຈົນໃນມື້ໃໝ່ມາພວກເຂົາຕ້ອງເລີ່ມຖິ້ມສິນຄ້າລົງທະເລ. 19ໃນມື້ທີສາມ ພວກເຂົາຕ້ອງຖິ້ມເຄື່ອງອຸປະກອນປະຈຳເຮືອດ້ວຍມືຂອງພວກເຂົາເອງ. 20ເມື່ອບໍ່ເຫັນຕາເວັນດວງດາວຕະຫລອດຫລາຍວັນ ແລະ ພະຍຸຍັງພັດກະໜ່ຳບໍ່ຢຸດ, ໃນທີ່ສຸດພວກເຮົາກໍບໍ່ເຫລືອຄວາມຫວັງທີ່ຈະລອດຊີວິດ.
21ຫລັງຈາກທີ່ພວກເຂົາບໍ່ມີອາຫານກິນເປັນເວລາດົນນານ, ໂປໂລກໍຢືນຂຶ້ນຕໍ່ໜ້າພວກເຂົາ ແລະ ກ່າວວ່າ: “ທ່ານທັງຫລາຍເອີຍ ພວກທ່ານຄວນຈະຟັງຄຳແນະນຳຂອງເຮົາທີ່ບໍ່ໃຫ້ແລ່ນເຮືອອອກຈາກເກາະກະເຣເຕ; ເພື່ອພວກເຈົ້າຈະບໍ່ຕ້ອງປະເຊີນກັບອັນຕະລາຍ ແລະ ການສູນເສຍເຊັ່ນນີ້. 22ແຕ່ບັດນີ້ເຮົາຂໍໃຫ້ພວກທ່ານເຮັດໃຈເຂັ້ມແຂງໄວ້, ເພາະຈະບໍ່ມີຈັກຄົນໃນພວກທ່ານຕ້ອງເສຍຊີວິດ; ມີແຕ່ເຮືອເທົ່ານັ້ນທີ່ຈະຫັກພັງ. 23ມື້ຄືນນີ້ເອງ ເທວະດາຕົນໜຶ່ງຂອງພຣະເຈົ້າຜູ້ເປັນເຈົ້າຂອງໂຕເຮົາ ຜູ້ທີ່ເຮົາຮັບໃຊ້ຢູ່ນັ້ນໄດ້ມາຢືນຄຽງຂ້າງເຮົາ 24ແລະ ບອກວ່າ, ‘ໂປໂລເອີຍ ຢ່າຢ້ານເລີຍ. ເຈົ້າຕ້ອງຢືນໃຫ້ການຕໍ່ໜ້າກາຍຊາ; ແລະ ພຣະເຈົ້າເມດຕາເຈົ້າໂດຍໃຫ້ຄົນທັງຫລາຍທີ່ຢູ່ໃນເຮືອກັບເຈົ້າລອດຊີວິດ’. 25ດັ່ງນັ້ນ, ຂໍໃຫ້ພວກທ່ານທັງຫລາຍເຂັ້ມແຂງໄວ້, ເພາະເຮົາເຊື່ອໃນພຣະເຈົ້າວ່າຈະເປັນຕາມທີ່ພຣະອົງໄດ້ບອກເຮົາໄວ້. 26ເຖິງຢ່າງໃດກໍຕາມພວກເຮົາຈະຕ້ອງຄຸງຢູ່ເກາະແຫ່ງໜຶ່ງ”.
ເຮືອເປ່ເພ
27ຄືນທີສິບສີ່ພວກເຮົາຍັງຖືກພະຍຸພັດຂ້າມທະເລອາດຣີອາຕິກ,#27:27 ໃນສະໄໝບູຮານຊື່ນີ້ໝາຍເຖິງບໍລິເວນທີ່ຂະຫຍາຍອອກໄປເຖິງທາງໃຕ້ຂອງອີຕາລີ ເມື່ອປະມານທ່ຽງຄືນພວກລູກເຮືອຮູ້ສຶກວ່າພວກເຂົາມາໃກ້ບົກແລ້ວ. 28ພວກເຂົາຈຶ່ງຢັ່ງເບິ່ງລະດັບນ້ຳ ແລະ ພົບວ່າເລິກປະມານສາມສິບເຈັດແມັດ.#27:28 ພາສາກຣີກວ່າ 20 ອອກກຸຍອັດ ຫລັງຈາກນັ້ນ ບໍ່ດົນພວກເຂົາກໍຢັ່ງເບິ່ງລະດັບນ້ຳອີກ ແລະ ພົບວ່າເລິກປະມານຊາວເຈັດແມັດ.#27:28 ພາສາກຣີກວ່າ 15 ອອກກຸຍອັດ 29ພວກເຮົາຢ້ານວ່າເຮືອຈະຕຳກັບໂງ່ນຫີນຈຶ່ງຖິ້ມສະໝໍທາງທ້າຍເຮືອສີ່ອັນ ແລະ ອະທິຖານຂໍໃຫ້ແຈ້ງໄວໆ. 30ພວກລູກເຮືອຫາທາງໜີຈາກເຮືອໃຫຍ່ ພວກເຂົາຈຶ່ງຢ່ອນເຮືອກູ້ໄພລົງທະເລເຮັດຄືວ່າຈະຢ່ອນສະໝໍຈາກຫົວເຮືອ. 31ໂປໂລຈຶ່ງບອກນາຍຮ້ອຍກັບພວກທະຫານວ່າ, “ຖ້າຄົນເຫລົ່ານີ້ບໍ່ຢູ່ໃນເຮືອພວກທ່ານກໍຈະບໍ່ລອດຊີວິດ”. 32ດັ່ງນັ້ນ, ພວກທະຫານຈຶ່ງຕັດເຊືອກທີ່ຢຶດເຮືອກູ້ໄພໄວ້ ແລະ ປ່ອຍໃຫ້ຕົກລົງນ້ຳໄປ.
33ເມື່ອໃກ້ຈະຮຸ່ງເຊົ້າ ໂປໂລກໍເຊີນຊວນຄົນທັງໝົດໃຫ້ກິນອາຫານ. ເພິ່ນເວົ້າວ່າ, “ຕະຫລອດສິບສີ່ວັນທີ່ຜ່ານມາພວກທ່ານມີແຕ່ລໍຖ້າ ແລະ ບໍ່ມີອາຫານຢູ່ທ້ອງ ພວກທ່ານບໍ່ໄດ້ກິນຫຍັງເລີຍ. 34ບັດນີ້ ເຮົາຂໍໃຫ້ພວກທ່ານກິນອາຫານເພື່ອຈະໄດ້ຮັກສາຊີວິດໃຫ້ຢູ່ລອດ. ຈະບໍ່ມີຜູ້ໃດໃນພວກທ່ານຕ້ອງສູນເສຍຜົມເທິງຫົວຂອງຕົນຈັກເສັ້ນ”. 35ຫລັງຈາກກ່າວຢ່າງນີ້ແລ້ວ, ໂປໂລກໍຈັບເຂົ້າຈີ່, ໂມທະນາຂອບພຣະຄຸນພຣະເຈົ້າຕໍ່ໜ້າພວກເຂົາທັງຫລາຍ. ແລ້ວເພິ່ນກໍຫັກເຂົ້າຈີ່ ແລະ ເລີ່ມກິນ. 36ພວກເຂົາທຸກຄົນຕ່າງກໍໄດ້ຮັບກຳລັງໃຈ ແລະ ກິນອາຫານ. 37ພວກເຮົາມີດ້ວຍກັນທັງໝົດ 276 ຄົນ ຢູ່ໃນເຮືອ. 38ເມື່ອພວກເຂົາກິນອາຫານອີ່ມເທົ່າທີ່ພວກເຂົາຕ້ອງການແລ້ວ, ພວກເຂົາກໍເຮັດໃຫ້ເຮືອເບົາລົງໂດຍຖິ້ມເມັດພືດລົງທະເລ.
39ເມື່ອແຈ້ງແລ້ວ, ພວກເຂົາຈື່ບໍ່ໄດ້ວ່າແມ່ນແຄມຝັ່ງໃດ, ແຕ່ພວກເຂົາຫລຽວເຫັນອ່າວແຫ່ງໜຶ່ງທີ່ມີຫາດຊາຍ, ບ່ອນທີ່ພວກເຂົາຕັດສິນໃຈວ່າຖ້າເປັນໄປໄດ້ຈະໃຫ້ເຮືອເຂົ້າຄຸງຫາດນັ້ນ. 40ພວກເຂົາຈຶ່ງຕັດສະໝໍເຮືອປ່ອຍລົງທະເລ ແລະ ເວລາດຽວກັນກໍແກ້ເຊືອກທີ່ມັດຫາງເສືອເຮືອອອກແລ້ວຊັກໃບເຮືອທີ່ຫົວເຮືອຂຶ້ນໃຫ້ຖືກລົມແລ້ວແລ່ນຊື່ເຂົ້າຫາຝັ່ງ. 41ແຕ່ເຮືອຕຳຫາດຊາຍ ແລະ ຄຸງດິນຊາຍ. ຫົວເຮືອຕິດແໜ້ນເຄື່ອນໄຫວບໍ່ໄດ້ ແລະ ທ້າຍເຮືອກໍແຕກເປັນປ່ຽງໆເພາະຖືກກະແສນ້ຳທີ່ໄຫລແຮງທັ່ງໃສ່.
42ພວກທະຫານຄິດຈະຂ້ານັກໂທດເພື່ອປ້ອງກັນບໍ່ໃຫ້ຄົນໃດລອຍນ້ຳໜີ. 43ແຕ່ນາຍຮ້ອຍຕ້ອງການຈະຊ່ວຍຊີວິດໂປໂລໄວ້ ຈຶ່ງຫ້າມພວກເຂົາບໍ່ໃຫ້ປະຕິບັດຕາມແຜນການຂອງພວກເຂົາ. ນາຍຮ້ອຍຈຶ່ງສັ່ງຄົນທີ່ລອຍນ້ຳເປັນໃຫ້ໂດດລົງນ້ຳລອຍເຂົ້າຝັ່ງກ່ອນ. 44ສ່ວນຄົນທີ່ເຫລືອກໍລອຍເຟືອໄມ້ແປ້ນ ຫລື ທ່ອນໄມ້ທີ່ຫັກຈາກເຮືອຕາມໄປ. ໂດຍວິທີນີ້ທຸກຄົນຈຶ່ງຂຶ້ນຝັ່ງດ້ວຍຄວາມປອດໄພ.
Nu geselecteerd:
ກິດຈະການ 27: LCV
Markering
Kopiëren
Vergelijk
Delen
Wil je jouw markerkingen op al je apparaten opslaan? Meld je aan of log in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.