ກິດຈະການ 18

18
ໃນ​ໂກຣິນໂທ
1ຫລັງຈາກນັ້ນ ໂປໂລ​ໄດ້​ອອກ​ຈາກ​ອາແຖນ ແລະ ໄປ​ຍັງ​ເມືອງ​ໂກຣິນໂທ. 2ທີ່​ນັ້ນ ເພິ່ນ​ໄດ້​ພົບ​ຊາວຢິວ​ຄົນ​ໜຶ່ງ​ຊື່​ວ່າ​ອາກີລາ, ເປັນ​ຄົນ​ທີ່​ຢູ່​ແຂວງ​ປົນໂຕ, ເຊິ່ງ​ຫາ​ກໍ​ມາ​ຈາກ​ອີຕາລີ ພ້ອມ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ​ປີຊະກີລາ, ເພາະ​ຈັກກະພັດ​ກະລາວດີໂອ​ໄດ້​ອອກ​ຄຳສັ່ງ​ໃຫ້​ຊາວຢິວ​ທັງໝົດ​ອອກ​ໄປ​ຈາກ​ໂຣມ. ໂປໂລ​ຈຶ່ງ​ໄປ​ຫາ​ສອງ​ຄົນ​ນີ້, 3ແລະ ເພາະວ່າ​ໂປໂລ​ມີ​ອາຊີບ​ເປັນ​ຊ່າງ​ເຮັດ​ຜ້າເຕັນ​ເໝືອນ​ກັນ​ກັບ​ພວກເຂົາ, ເພິ່ນ​ຈຶ່ງ​ໄດ້​ພັກ ແລະ ເຮັດ​ວຽກ​ຢູ່​ກັບ​ພວກເຂົາ. 4ທຸກ​ວັນຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ຊາວ​ຢິວ ແລະ ຊາວ​ກຣີກ​ໃນ​ທຳມະສາລາ​ເພື່ອ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.
5ເມື່ອ​ຊີລາ​ກັບ​ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ, ໂປໂລ​ກໍ​ອຸທິດ​ຕົນ​ເອງ​ທັງໝົດ​ເພື່ອ​ເທດສະໜາ, ເປັນພະຍານ​ກັບ​ຊາວຢິວ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ.#18:5 ຫລື ພຣະເມຊີອາ ເຊັ່ນ​ດຽວ​ກັບ​ຂໍ້ 28 6ແຕ່​ເມື່ອ​ພວກ​ຢິວ​ຕໍ່ຕ້ານ ແລະ ໃສ່​ຮ້າຍ​ໂປໂລ, ເພິ່ນ​ຈຶ່ງ​ສັ່ນ​ເຄື່ອງນຸ່ງ​ຂອງ​ເພິ່ນ​ປະທ້ວງ ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ໃຫ້​ເລືອດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ! ຂ້າພະເຈົ້າ​ບໍ່​ມີ​ສ່ວນ​ຫຍັງ​ນຳ. ຕັ້ງແຕ່​ນີ້​ຕໍ່ໄປ ຂ້າພະເຈົ້າ​ຈະ​ໄປ​ຫາ​ຄົນຕ່າງຊາດ”.
7ແລ້ວ​ໂປໂລ​ກໍ​ໄດ້​ອອກ​ຈາກ​ທຳມະສາລາ​ໄປ​ຍັງ​ເຮືອນ​ຂອງ​ຕີໂຢ ຢູຊະໂຕ ທີ່​ຢູ່​ໃກ້​ກັບ​ທຳມະສາລາ, ລາວ​ເປັນ​ຄົນ​ໜຶ່ງ​ທີ່​ນະມັດສະການ​ພຣະເຈົ້າ. 8ຝ່າຍ​ກີສະໂປ ຫົວໜ້າ​ທຳມະສາລາ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ຕົນ​ກໍ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ; ແລະ ຊາວ​ໂກຣິນໂທ​ຫລາຍ​ຄົນ​ທີ່​ໄດ້​ຍິນ​ພຣະທຳ​ທີ່​ໂປໂລ​ກ່າວ​ນັ້ນ​ກໍ​ໄດ້​ເຊື່ອ ແລະ ຮັບ​ບັບຕິສະມາ.
9ມີ​ຄືນ​ໜຶ່ງ ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ໂປໂລ​ໃນ​ນິມິດ​ວ່າ: “ຢ່າ​ຢ້ານ​ເລີຍ, ຈົ່ງ​ປະກາດ​ຕໍ່ໄປ, ຢ່າ​ມິດ​ຢູ່. 10ເພາະ​ເຮົາ​ຢູ່​ກັບ​ເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຈະ​ໂຈມຕີ ແລະ ເຮັດ​ຮ້າຍ​ໃຫ້​ເຈົ້າ​ໄດ້, ເພາະ​ເຮົາ​ມີ​ຄົນ​ຫລວງ​ຫລາຍ​ໃນ​ເມືອງ​ນີ້”. 11ດັ່ງນັ້ນ ໂປໂລ​ຈຶ່ງ​ຢູ່​ສັ່ງສອນ​ພຣະຄຳ​ຂອງ​ພຣະເຈົ້າ​ຢູ່​ເມືອງ​ໂກຣິນໂທ​ນີ້​ຕະຫລອດ​ປີ​ໜຶ່ງ​ກັບ​ຫົກ​ເດືອນ.
12ໃນ​ຂະນະ​ທີ່​ຄາລີໂອ​ເປັນ​ຜູ້ປົກຄອງ​ແຂວງ​ອະຂາຢາ, ພວກ​ຢິວ​ໃນ​ໂກຣິນໂທ​ໄດ້​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ ນຳ​ເພິ່ນ​ໄປ​ຂຶ້ນ​ສານ. 13ພວກເຂົາ​ຟ້ອງ​ວ່າ, “ຊາຍ​ຜູ້​ນີ້​ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ​ໃນ​ທາງ​ທີ່​ຜິດ​ກົດໝາຍ”.
14ເມື່ອ​ໂປໂລ​ກຳລັງ​ຈະ​ເອີ່ຍ​ປາກ​ເວົ້າ, ຄາລີໂອ​ກໍ​ເວົ້າ​ກັບ​ພວກ​ຢິວ​ວ່າ, “ຖ້າ​ພວກເຈົ້າ​ຊາວຢິວ​ຈະ​ຮ້ອງທຸກ ບໍ່​ວ່າ​ຄວາມຜິດ​ທາງ​ອາຊະຍາ ຫລື ຄະດີ​ສໍ້ໂກງ​ຮ້າຍແຮງ ກໍ​ສົມຄວນ​ທີ່​ເຮົາ​ຈະ​ຮັບຟັງ​ພວກເຈົ້າ. 15ແຕ່​ນີ້​ເປັນ​ບັນຫາ​ເລື່ອງ​ຖ້ອຍຄຳ, ເລື່ອງ​ຊື່​ຕ່າງໆ ແລະ ເລື່ອງ​ກົດບັນຍັດ​ຂອງ​ພວກເຈົ້າ​ເອງ, ຈົ່ງ​ໄປ​ຕົກລົງ​ກັນ​ເອງ. ເຮົາ​ຈະ​ບໍ່​ຕັດສິນ​ເລື່ອງ​ເຫລົ່ານີ້”. 16ດັ່ງນັ້ນ ເພິ່ນ​ຈຶ່ງ​ໄລ່​ພວກເຂົາ​ອອກ​ໄປ​ຈາກ​ສານ. 17ແລ້ວ​ພວກເຂົາ​ຈຶ່ງ​ຈັບ​ໂຊຊະເຖນ ຫົວໜ້າ​ທຳມະສາລາ​ໄປ​ຂ້ຽນຕີ​ຢູ່​ຕໍ່ໜ້າ​ສານ; ແລະ ຄາລີໂອ​ກໍ​ບໍ່​ສົນໃຈ​ຫຍັງ.
ປີຊະກີລາ ອາກີລາ ແລະ ອາໂປໂລ
18ຫລັງຈາກ​ທີ່​ໂປໂລ​ພັກ​ຢູ່​ໃນ​ເມືອງ​ໂກຣິນໂທ​ຊົ່ວໄລຍະ​ໜຶ່ງ. ແລ້ວ​ເພິ່ນ​ກໍ​ຈາກ​ພວກ​ພີ່ນ້ອງ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂດຍ​ມີ​ປີຊະກີລາ​ກັບ​ອາກີລາ​ໄປ​ນຳ​ດ້ວຍ. ກ່ອນ​ທີ່​ເພິ່ນ​ຈະ​ລົງ​ເຮືອ​ໄປ, ເພິ່ນ​ໄດ້​ແຖ​ຫົວ​ທີ່​ເມືອງ​ເກັນເຂໄອ​ເພາະ​ໄດ້​ສາບານ​ຕົນ​ໄວ້. 19ເມື່ອ​ເດີນທາງ​ມາ​ເຖິງ​ເມືອງ​ເອເຟໂຊ, ບ່ອນ​ທີ່​ໂປໂລ​ໄດ້​ປະ​ປີຊະກີລາ​ກັບ​ອາກີລາ​ໄວ້. ສ່ວນ​ເພິ່ນ​ເອງ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ສົນທະນາ​ໂຕ້ຕອບ​ກັບ​ພວກ​ຢິວ. 20ເມື່ອ​ພວກເຂົາ​ຂໍ​ໃຫ້​ເພິ່ນ​ຢູ່​ຕໍ່ໄປ​ກັບ​ພວກເຂົາ​ອີກ, ເພິ່ນ​ກໍ​ໄດ້​ປະຕິເສດ. 21ແຕ່​ໃນ​ຂະນະ​ທີ່​ເພິ່ນ​ລາ​ຈາກ​ໄປ​ນັ້ນ, ໂປໂລ​ໄດ້​ສັນຍາ​ວ່າ, “ຖ້າ​ແມ່ນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ເຮົາ​ຈະ​ກັບ​ຄືນ​ມາ​ຫາ​ພວກເຈົ້າ​ອີກ”. ແລ້ວ​ເພິ່ນ​ກໍ​ລົງ​ເຮືອ​ຈາກ​ເມືອງ​ເອເຟໂຊ​ໄປ. 22ເມື່ອ​ເພິ່ນ​ມາ​ຮອດ​ເມືອງ​ກາຍຊາເຣຍ​ແລ້ວ, ເພິ່ນ​ໄດ້​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ ແລະ ທັກທາຍ​ພີ່ນ້ອງ​ໃນ​ຄຣິສຕະຈັກ ແລະ ຈາກນັ້ນ​ເພິ່ນ​ກໍ​ໄດ້​ເດີນທາງ​ລົງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.
23ຫລັງຈາກ​ພັກ​ຢູ່​ທີ່​ເມືອງ​ອັນຕີໂອເຂຍ​ໄດ້​ຊົ່ວໄລຍະ​ໜຶ່ງ​ແລ້ວ, ໂປໂລ​ກໍ​ເດີນທາງ​ໄປ​ຈາກ​ທີ່​ນັ້ນ ແລະ ໄປ​ຍັງ​ບ່ອນ​ຕ່າງໆ​ທົ່ວ​ແຂວງ​ຄາລາເຕຍ ແລະ ຟີເຄຍ, ເພື່ອ​ໜູນໃຈ​ສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ.
24ໃນ​ຂະນະ​ດຽວ​ກັນ​ນັ້ນ ມີ​ຊາວຢິວ​ຄົນ​ໜຶ່ງ​ຊື່​ວ່າ​ອາໂປໂລ, ເປັນ​ຊາວ​ອາເລັກຊັນເດຍ​ຕັ້ງແຕ່​ເກີດ, ລາວ​ໄດ້​ມາ​ທີ່​ເມືອງ​ເອເຟໂຊ. ລາວ​ເປັນ​ຜູ້​ທີ່​ມີ​ການສຶກສາ ແລະ ມີ​ຄວາມ​ຊຳນານ​ທາງດ້ານ​ພຣະຄຳພີ​ເປັນ​ຢ່າງ​ດີ. 25ລາວ​ໄດ້​ຮັບ​ການ​ຝຶກຝົນ​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ລາວ​ເວົ້າ​ດ້ວຍ​ໃຈຮ້ອນຮົນ#18:25 ຫລື ໃຈຮ້ອນຮົນ​ໃນ​ພຣະວິນຍານ​ແທ້ໆ ແລະ ສັ່ງສອນ​ເລື່ອງ​ພຣະເຢຊູເຈົ້າ​ຢ່າງ​ຖືກຕ້ອງ, ເຖິງ​ວ່າ​ລາວ​ຮູ້​ຈັກ​ພຽງ​ແຕ່​ບັບຕິສະມາ​ຂອງ​ໂຢຮັນ​ເທົ່ານັ້ນ. 26ລາວ​ເລີ່ມຕົ້ນ​ກ່າວ​ໃນ​ທຳມະສາລາ​ດ້ວຍໃຈ​ກ້າຫານ. ເມື່ອ​ປີຊະກີລາ​ກັບ​ອາກີລາ​ໄດ້​ຟັງ​ແລ້ວ, ພວກເຂົາ​ກໍ​ໄດ້​ເຊີນ​ລາວ​ມາ​ເຮືອນ​ເພື່ອ​ອະທິບາຍ​ເລື່ອງ​ທາງ​ຂອງ​ພຣະເຈົ້າ​ໃຫ້​ລາວ​ເຂົ້າໃຈ​ຫລາຍ​ຂຶ້ນ.
27ເມື່ອ​ອາໂປໂລ​ຕ້ອງການ​ຈະ​ໄປ​ທີ່​ແຂວງ​ອະຂາຢາ, ພວກ​ພີ່ນ້ອງ​ກໍ​ໄດ້​ໜູນໃຈ​ລາວ ແລະ ໄດ້​ຂຽນ​ຈົດໝາຍ​ຝາກ​ເຖິງ​ພວກສາວົກ​ທີ່​ນັ້ນ​ໃຫ້​ຕ້ອນຮັບ​ລາວ. ເມື່ອ​ລາວ​ມາ​ຮອດ​ແລ້ວ, ລາວ​ກໍ​ໄດ້​ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ເຊື່ອ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ຫລວງຫລາຍ. 28ເພາະ​ລາວ​ໄດ້​ໂຕ້ຕອບ​ຢ່າງ​ແຂງແຮງ​ກັບ​ພວກ​ຢິວ​ຕໍ່ໜ້າ​ຄົນ​ທັງຫລາຍ, ລາວ​ໄດ້​ຍົກ​ຂໍ້​ພຣະຄຳພີ​ມາ​ພິສູດ​ວ່າ​ພຣະເຢຊູເຈົ້າ​ຄື​ພຣະເມຊີອາ.

Markering

Kopiëren

Vergelijk

Delen

None

Wil je jouw markerkingen op al je apparaten opslaan? Meld je aan of log in