ກິດຈະການ 15

15
ການ​ປະຊຸມ​ທີ່​ເຢຣູຊາເລັມ
1ມີ​ບາງຄົນ​ລົງ​ຈາກ​ແຂວງ​ຢູດາຍ​ມາ​ທີ່​ເມືອງ​ອັນຕີໂອເຂຍ ແລະ ສັ່ງສອນ​ພວກ​ພີ່ນ້ອງ​ວ່າ: “ຖ້າ​ພວກເຈົ້າ​ບໍ່​ຮັບ​ພິທີຕັດ​ຕາມ​ທຳນຽມ​ທີ່​ໂມເຊ​ໄດ້​ສອນ​ໄວ້ ພວກເຈົ້າ​ກໍ​ຈະ​ບໍ່​ໄດ້​ຮັບ​ຄວາມພົ້ນ”. 2ຄຳສອນ​ນີ້​ໄດ້​ເຮັດ​ໃຫ້​ໂປໂລ​ກັບ​ບາຣະນາບາ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ. ດັ່ງນັ້ນ ໂປໂລ​ກັບ​ບາຣະນາບາ​ຈຶ່ງ​ໄດ້​ຮັບ​ການ​ແຕ່ງຕັ້ງ​ພ້ອມ​ກັບ​ຜູ້ທີ່ເຊື່ອ​ບາງຄົນ​ໃຫ້​ຂຶ້ນ​ໄປ​ພົບ​ບັນດາ​ອັກຄະສາວົກ ແລະ ຜູ້ປົກຄອງ​ທີ່​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້. 3ຄຣິສຕະຈັກ​ໄດ້​ໃຊ້​ພວກເພິ່ນ​ໄປ ແລະ ຂະນະ​ທີ່​ພວກເພິ່ນ​ເດີນທາງ​ຜ່ານ​ແຂວງ​ໂຟນີເຊຍ​ກັບ​ຊາມາເຣຍ, ພວກເພິ່ນ​ກໍ​ໄດ້​ເລົ່າ​ເລື່ອງ​ທີ່​ຄົນຕ່າງຊາດ​ໄດ້​ກັບໃຈໃໝ່. ຂ່າວ​ນີ້​ເຮັດ​ໃຫ້​ພີ່ນ້ອງ​ທັງຫລາຍ​ມີ​ຄວາມຍິນດີ​ຫລາຍ. 4ເມື່ອ​ພວກເພິ່ນ​ມາ​ເຖິງ​ເຢຣູຊາເລັມ, ພວກເພິ່ນ​ກໍ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ຄຣິສຕະຈັກ, ຈາກ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ, ພວກເພິ່ນ​ໄດ້​ລາຍງານ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ເຮັດ​ຜ່ານ​ພວກເພິ່ນ​ໃຫ້​ຄົນ​ເຫລົ່ານັ້ນ​ຟັງ.
5ຫລັງຈາກນັ້ນ ຜູ້​ເຊື່ອ​ບາງຄົນ​ທີ່​ຢູ່​ໃນ​ກຸ່ມ​ພວກ​ຟາຣີຊາຍ​ໄດ້​ຢືນຂຶ້ນ ແລະ ເວົ້າ​ວ່າ, “ຄົນຕ່າງຊາດ​ຕ້ອງ​ຮັບ​ພິທີຕັດ ແລະ ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ໂມເຊ”.
6ບັນດາ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ໄດ້​ປະຊຸມ​ກັນ​ເພື່ອ​ພິຈາລະນາ​ບັນຫາ​ນີ້. 7ຫລັງຈາກ​ປຶກສາຫາລື​ກັນ​ຫລາຍ​ແລ້ວ, ເປໂຕ​ກໍ​ລຸກຂຶ້ນ​ກ່າວ​ວ່າ: “ພີ່ນ້ອງ​ທັງຫລາຍ ພວກເຈົ້າ​ຮູ້​ຢູ່​ແລ້ວ​ວ່າ​ກ່ອນ​ໜ້າ​ນີ້​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ເພື່ອ​ຄົນຕ່າງຊາດ​ຈະ​ໄດ້​ຍິນ​ຖ້ອຍຄຳ​ແຫ່ງ​ຂ່າວປະເສີດ​ຈາກ​ຮິມສົບ​ຂອງ​ເຮົາ ແລະ ເຊື່ອ. 8ພຣະເຈົ້າ​ຜູ້​ຮູ້​ຈິດໃຈ​ມະນຸດ ໄດ້​ສະແດງ​ວ່າ​ພຣະອົງ​ຍອມ​ຮັບ​ພວກເຂົາ​ໂດຍ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ແກ່​ພວກເຂົາ, ເໝືອນ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ. 9ພຣະອົງ​ບໍ່​ໄດ້​ຈຳແນກ​ລະຫວ່າງ​ພວກເຮົາ​ກັບ​ພວກເຂົາ, ເພາະ​ພຣະອົງ​ໄດ້​ຊຳລະ​ຈິດໃຈ​ຂອງ​ພວກເຂົາ​ໃຫ້​ບໍລິສຸດ​ດ້ວຍ​ຄວາມເຊື່ອ. 10ເມື່ອ​ເປັນ​ດັ່ງນັ້ນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ທົດລອງ​ພຣະເຈົ້າ​ໂດຍ​ເອົາ​ແອກ​ວາງ​ໃສ່​ຄໍ​ຂອງ​ພວກ​ຄົນຕ່າງຊາດ ເຊິ່ງ​ທັງ​ພວກເຮົາ ຫລື ບັນພະບຸລຸດ​ຂອງ​ພວກເຮົາ​ກໍ​ບໍ່​ສາມາດ​ທີ່​ຈະ​ແບກ​ໄດ້? 11ຢ່າ​ເລີຍ! ພວກເຮົາ​ເຊື່ອ​ວ່າ​ພວກເຮົາ​ຈະ​ພົ້ນ​ໄດ້​ກໍ​ໂດຍ​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ເໝືອນ​ກັນ​ກັບ​ພວກເຂົາ”.
12ທຸກຄົນ​ໃນ​ທີ່​ປະຊຸມ​ກໍ​ມິດງຽບ​ຟັງ​ບາຣະນາບາ​ກັບ​ໂປໂລ​ເລົ່າ​ເຖິງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ທີ່​ພຣະເຈົ້າ​ໄດ້​ເຮັດ​ຜ່ານ​ພວກເພິ່ນ​ທ່າມກາງ​ຄົນຕ່າງຊາດ. 13ເມື່ອ​ພວກເພິ່ນ​ເວົ້າ​ຈົບ​ແລ້ວ, ຢາໂກໂບ​ກໍ​ກ່າວ​ຂຶ້ນ. ເພິ່ນ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂໍ​ໃຫ້​ຟັງ​ຂ້າພະເຈົ້າ​ກ່ອນ. 14ຊີໂມນ#15:14 ພາສາ​ກຣີກ​ວ່າ ຊີເມໂອນ ເປັນ​ອີກ​ຮູບ​ໜຶ່ງ​ຂອງ​ຄຳ​ວ່າ ຊີໂມນ ເຊິ່ງ​ກໍ​ຄື ເປໂຕ​ໄດ້​ອະທິບາຍ​ໃຫ້​ພວກເຮົາ​ຟັງ​ແລ້ວ​ວ່າ ພຣະເຈົ້າ​ໄດ້​ສະແດງ​ຄວາມຫ່ວງໃຍ​ຂອງ​ພຣະອົງ​ຕັ້ງແຕ່​ທຳອິດ ໂດຍ​ເລືອກ​ຄົນຕ່າງຊາດ​ບາງຄົນ​ມາ​ເປັນ​ຂອງ​ພຣະອົງ. 15ຖ້ອຍຄຳ​ຂອງ​ພວກ​ຜູ້ທຳນວາຍ​ກໍ​ສອດຄ່ອງ​ກັບ​ເລື່ອງ​ນີ້ ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ:
16“ ‘ຫລັງ​ຈາກ​ນີ້​ເຮົາ​ຈະ​ກັບ​ຄືນ​ມາ
ແລະ ຈະ​ສ້າງ​ເຕັນ​ຂອງ​ດາວິດ​ທີ່​ລົ້ມ​ລົງ​ຂຶ້ນ​ມາ​ໃໝ່.
ເຮົາ​ຈະ​ສ້າງ​ສິ່ງ​ທີ່​ຫັກ​ພັງ​ຂຶ້ນ​ມາ​ໃໝ່,
ແລະ ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ເຫລົ່ານັ້ນ​ຄືນ​ສູ່​ສະພາບ​ດີ
17ເພື່ອ​ຄົນ​ທີ່​ເຫລືອ​ຢູ່​ຈະ​ສະແຫວງ​ຫາ​ອົງພະຜູ້ເປັນເຈົ້າ,
ແມ່ນ​ແຕ່​ຄົນຕ່າງຊາດ​ທັງໝົດ​ທີ່​ຮັບຮູ້​ນາມ​ຂອງ​ເຮົາ,
ກ່າວ​ໄວ້​ໂດຍ​ອົງພຣະຜູ້ເປັນເຈົ້າ, ຜູ້​ໄດ້​ກະທຳ​ສິ່ງ​ເຫລົ່ານີ້’#15:17 ອມ 9:11,12
18ເຊິ່ງ​ເປັນ​ທີ່​ຮູ້​ກັນ​ມາ​ດົນນານ​ແລ້ວ.#15:18 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງ​ສະບັບ​ວ່າ 18 ເຊິ່ງ​ອົງພຣະຜູ້ເປັນເຈົ້າ​ຮູ້​ມາ​ຫລາຍ​ຍຸກ​ສະໄໝ​ໃນ​ພັນທະກິດ​ຂອງ​ພຣະອົງ
19“ດັ່ງນັ້ນ ຂ້າພະເຈົ້າ​ເຫັນ​ວ່າ​ພວກເຮົາ​ບໍ່​ຄວນ​ສ້າງ​ຄວາມ​ລຳບາກ​ໃຫ້​ກັບ​ຄົນຕ່າງຊາດ​ທີ່​ຫັນ​ມາ​ຫາ​ພຣະເຈົ້າ 20ແຕ່​ໃຫ້​ພວກເຮົາ​ຂຽນ​ໄປ​ຫາ​ພວກເຂົາ, ໂດຍ​ບອກ​ພວກເຂົາ​ໃຫ້​ລະເວັ້ນ​ຈາກ​ອາຫານ​ທີ່​ມີ​ມົນທິນ​ເພາະ​ຮູບເຄົາລົບ, ຈາກ​ການ​ຜິດສິນທຳ​ທາງ​ເພດ, ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ຈາກ​ການ​ກິນ​ເລືອດ. 21ເພາະ​ກົດບັນຍັດ​ຂອງ​ໂມເຊ​ໄດ້​ຖືກ​ເທດສະໜາ​ໃນ​ທຸກ​ເມືອງ​ຕັ້ງແຕ່​ດົນນານ​ມາ​ແລ້ວ ແລະ ໄດ້​ຖືກ​ອ່ານ​ໃນ​ທຳມະສາລາ​ທຸກ​ວັນຊະບາໂຕ”.
ຈົດໝາຍ​ຈາກ​ທີ່​ປະຊຸມ​ເຖິງ​ຜູ້ທີ່ເຊື່ອ​ທີ່​ເປັນ​ຄົນຕ່າງຊາດ
22ແລ້ວ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ກັບ​ທຸກຄົນ​ໃນ​ຄຣິສຕະຈັກ, ໄດ້​ຕັດສິນໃຈ​ທີ່​ຈະ​ເລືອກ​ເອົາ​ບາງຄົນ​ໃນ​ພວກເພິ່ນ​ແລ້ວ​ສົ່ງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ​ພ້ອມ​ກັບ​ໂປໂລ ແລະ ບາຣະນາບາ. ພວກເພິ່ນ​ໄດ້​ເລືອກ​ເອົາ​ຢູດາ (ຫລື​ເອີ້ນ​ກັນ​ວ່າ​ບາຣະຊັບບາ) ກັບ​ຊີລາ, ຊາຍ​ທັງສອງ​ຄົນນີ້​ເປັນ​ຜູ້ນຳ​ໃນ​ກຸ່ມ​ພວກ​ພີ່ນ້ອງ. 23ແລ້ວ​ພວກເພິ່ນ​ໄດ້​ຝາກ​ຈົດໝາຍ​ໃຫ້​ພວກເຂົາ​ຖື​ໄປ​ນຳ​ດັ່ງ​ນີ້:
ຈາກ​ບັນດາ​ອັກຄະສາວົກ ແລະ ຜູ້ອາວຸໂສ ຜູ້​ເປັນ​ພີ່ນ້ອງ​ຂອງ​ພວກທ່ານ.
ເຖິງ ຜູ້ທີ່ເຊື່ອ​ທີ່​ເປັນ​ຄົນຕ່າງຊາດ​ໃນ​ເມືອງ​ອັນຕີໂອເຂຍ ໃນ​ແຂວງ​ຊີເຣຍ ແລະ ໃນ​ແຂວງ​ກີລີເກຍ.
ຂໍ​ສົ່ງ​ຄຳ​ທັກທາຍ.
24ພວກເຮົາ​ໄດ້​ຍິນ​ຂ່າວ​ວ່າ​ມີ​ບາງຄົນ​ໃນ​ພວກເຮົາ​ໄດ້​ໄປ​ຫາ​ພວກທ່ານ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ພວກເຮົາ ແລະ ໄປ​ລົບກວນ​ຈິດໃຈ​ຂອງ​ພວກທ່ານ​ໂດຍ​ເວົ້າ​ສິ່ງ​ທີ່​ເຮັດ​ໃຫ້​ພວກທ່ານ​ບໍ່​ສະບາຍໃຈ. 25ດັ່ງນັ້ນ ພວກເຮົາ​ທຸກຄົນ​ເຫັນດີ​ທີ່​ຈະ​ເລືອກ​ເອົາ​ບາງຄົນ ແລະ ສົ່ງ​ພວກເຂົາ​ມາ​ຫາ​ພວກທ່ານ​ພ້ອມ​ກັບ​ບາຣະນາບາ ແລະ ໂປໂລ​ເພື່ອນ​ທີ່ຮັກ​ຂອງ​ເຮົາ 26ຄື​ຜູ້​ທີ່​ຍອມ​ເສຍສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນແກ່​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ. 27ດ້ວຍ​ເຫດ​ນີ້ ພວກເຮົາ​ຈຶ່ງ​ສົ່ງ​ຢູດາ​ກັບ​ຊີລາ​ມາ​ເພື່ອ​ຢືນຢັນ​ຄຳເວົ້າ​ໃນ​ສິ່ງ​ທີ່​ພວກເຮົາ​ໄດ້​ຂຽນ. 28ດ້ວຍວ່າ ພຣະວິນຍານບໍລິສຸດເຈົ້າ​ກັບ​ພວກເຮົາ​ເຫັນດີ​ຮ່ວມ​ກັນ​ແລ້ວ​ວ່າ​ບໍ່​ໃຫ້​ວາງ​ພາລະ​ໜັກ​ໃດ​ໃຫ້​ພວກທ່ານ​ເວັ້ນ​ແຕ່​ຂໍ້​ກຳນົດ​ຕໍ່ໄປ​ນີ້​ຄື: 29ພວກທ່ານ​ທັງຫລາຍ​ຈົ່ງ​ລະເວັ້ນ​ຈາກ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບ​ເຄົາລົບ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ເລືອດ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ໃຫ້​ລະເວັ້ນ​ຈາກ​ການ​ຜິດສິນທຳ​ທາງເພດ. ຖ້າ​ພວກທ່ານ​ລະເວັ້ນ​ຈາກ​ສິ່ງ​ເຫລົ່ານີ້ ພວກທ່ານ​ກໍ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.
ຂໍ​ອຳລາ.
30ດັ່ງນັ້ນ ຄົນ​ເຫລົ່ານັ້ນ​ຈຶ່ງ​ອອກ​ເດີນທາງ​ໄປ​ຍັງ​ເມືອງ​ອັນຕີໂອເຂຍ, ບ່ອນ​ທີ່​ພວກເພິ່ນ​ໄດ້​ເຕົ້າໂຮມກັນ​ໃນ​ຄຣິສຕະຈັກ ແລະ ໄດ້​ມອບ​ຈົດໝາຍ​ໃຫ້. 31ປະຊາຊົນ​ໄດ້​ອ່ານ​ຈົດໝາຍ​ນັ້ນ​ແລ້ວ ແລະ ທຸກຄົນ​ພາກັນ​ດີໃຈ​ເພາະ​ຄຳ​ໜູນໃຈ​ໃນ​ຈົດໝາຍ​ນັ້ນ. 32ຢູດາ​ກັບ​ຊີລາ​ເອງ​ທີ່​ເປັນ​ຜູ້ທຳນວາຍ, ພວກເພິ່ນ​ໄດ້​ເວົ້າ​ຫລາຍສິ່ງ​ຫລາຍຢ່າງ​ເພື່ອ​ໜູນໃຈ ແລະ ເສີມສ້າງ​ພວກ​ພີ່ນ້ອງ​ໃຫ້​ເຂັ້ມແຂງ. 33ຫລັງຈາກ​ໃຊ້​ເວລາ​ຢູ່​ທີ່​ນັ້ນ​ໄດ້​ໄລຍະ​ໜຶ່ງ​ແລ້ວ, ພວກ​ພີ່ນ້ອງ​ຜູ້ທີ່ເຊື່ອ​ກໍ​ໄດ້​ສົ່ງ​ພວກເພິ່ນ​ກັບ​ໄປ​ຫາ​ບັນດາ​ພີ່ນ້ອງ​ຜູ້​ທີ່​ໃຊ້​ພວກເພິ່ນ​ມາ​ພ້ອມ​ທັງ​ອວຍພອນ​ໃຫ້​ມີ​ສັນຕິສຸກ.#15:33 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງ​ສະບັບ​ວ່າ ສັນຕິສຸກ 34ແຕ່​ຊີລາ​ຕັດສິນໃຈ​ທີ່​ຈະ​ຢູ່​ທີ່​ນັ້ນ​ຕໍ່.#15:34 ຕົ້ນສະບັບ​ເກົ່າແກ່​ບາງ​ສະບັບ​ບໍ່​ມີ​ຂໍ້​ນີ້ 35ສ່ວນ​ໂປໂລ​ກັບ​ບາຣະນາບາ​ຍັງ​ຢູ່​ທີ່​ເມືອງ​ອັນຕີໂອເຂຍ, ພວກເພິ່ນ​ກັບ​ຄົນ​ອື່ນໆ​ໄດ້​ຮ່ວມ​ກັນ​ສັ່ງສອນ ແລະ ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຮ່ວມ​ກັບ​ອີກ​ຫລາຍ​ຄົນ.
ຂໍ້​ຂັດແຍ້ງ​ລະຫວ່າງ​ໂປໂລ​ກັບ​ບາຣະນາບາ
36ຕໍ່ມາ ໂປໂລ​ໄດ້​ເວົ້າ​ກັບ​ບາຣະນາບາ​ວ່າ, “ໃຫ້​ພວກເຮົາ​ກັບ​ໄປ​ຢ້ຽມຢາມ​ຜູ້ທີ່ເຊື່ອ​ໃນ​ທຸກ​ເມືອງ​ທີ່​ພວກເຮົາ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເບິ່ງ​ວ່າ​ພວກເຂົາ​ເປັນ​ຢ່າງໃດ”. 37ບາຣະນາບາ​ຕ້ອງການ​ຈະ​ພາ​ໂຢຮັນ ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ​ໄປ​ນຳ, 38ແຕ່​ໂປໂລ​ເຫັນ​ວ່າ​ບໍ່​ຄວນ​ເອົາ​ລາວ​ໄປ​ນຳ ເພາະ​ໂຢຮັນ​ເຄີຍ​ປະຖິ້ມ​ພວກເພິ່ນ​ທີ່​ແຂວງ​ປຳຟີເລຍ ແລະ ບໍ່​ໄດ້​ຮ່ວມ​ງານ​ອີກ. 39ພວກເພິ່ນ​ໄດ້​ຂັດແຍ້ງ​ກັນ​ຢ່າງ​ຮຸນແຮງ​ຈົນ​ຕ້ອງ​ແຍກ​ກັນ. ບາຣະນາບາ​ໄດ້​ພາ​ມາຣະໂກ​ລົງ​ເຮືອ​ໄປ​ຍັງ​ເກາະ​ໄຊປຣັດ, 40ແຕ່​ໂປໂລ​ໄດ້​ເລືອກ​ຊີລາ ແລະ ຈາກ​ໄປ ໂດຍ​ພີ່ນ້ອງ​ຜູ້ທີ່ເຊື່ອ​ໄດ້​ມອບ​ພວກເພິ່ນ​ໄວ້​ໃນ​ພຣະຄຸນ​ຂອງ​ອົງພຣະຜູ້ເປັນເຈົ້າ. 41ພວກເພິ່ນ​ໄດ້​ໄປ​ທົ່ວ​ແຂວງ​ຊີເຣຍ ແລະ ກີລີເກຍ, ໜູນໃຈ​ຄຣິສຕະຈັກ​ຕ່າງໆ​ໃຫ້​ເຂັ້ມແຂງ​ຂຶ້ນ.

Markering

Kopiëren

Vergelijk

Delen

None

Wil je jouw markerkingen op al je apparaten opslaan? Meld je aan of log in