ໂຣມ 5:1-2
ໂຣມ 5:1-2 ພຄພ
ດ້ວຍເຫດນີ້ ເມື່ອພວກເຮົາໄດ້ຊົງຖືວ່າເປັນຄົນຊອບທຳ ເພາະດ້ວຍຄວາມເຊື່ອແລ້ວພວກເຮົາຈຶ່ງມີ ສັນຕິສຸກກັບພຣະເຈົ້າໂດຍທາງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ. ໂດຍທາງພຣະອົງ ເຮົາຈຶ່ງໄດ້ເຂົ້າໄປໃນຮົ່ມພຣະຄຸນ ຊຶ່ງບັດນີ້ພວກເຮົາຕັ້ງໝັ້ນຢູ່ດ້ວຍຄວາມເຊື່ອ ແລະພວກເຮົາຊື່ນຊົມຍິນດີ ໃນຄວາມຫວັງວ່າຈະໄດ້ມີສ່ວນໃນສະຫງ່າຣາສີຂອງພຣະເຈົ້າ