“ລູກຊາຍຄວນໃຫ້ກຽດພໍ່ ແລະ ຂ້າທາດຄວນໃຫ້ກຽດນາຍຂອງຕົນ. ຖ້າເຮົາເປັນພໍ່, ກຽດທີ່ເຮົາຄວນຈະໄດ້ຮັບນັ້ນຢູ່ໃສ? ຖ້າເຮົາເປັນນາຍ, ຄວາມເຄົາລົບທີ່ເຮົາຄວນຈະໄດ້ຮັບນັ້ນຢູ່ໃສ?” ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
“ປະໂລຫິດທັງຫລາຍ, ພວກເຈົ້ານີ້ແຫລະທີ່ດູຖູກນາມຂອງເຮົາ.
“ແຕ່ພວກເຈົ້າຖາມເຮົາວ່າ, ‘ພວກຂ້ານ້ອຍດູຖູກນາມຂອງພຣະອົງຢ່າງໃດ?’