ອີຊາກພໍ່ຂອງລາວໄດ້ຕອບວ່າ,
“ບ່ອນອາໄສຂອງເຈົ້າຈະຢູ່ຫ່າງໄກ
ຈາກຄວາມຮັ່ງມີຂອງແຜ່ນດິນໂລກ,
ຈາກນ້ຳຄ້າງແຫ່ງສະຫວັນເບື້ອງເທິງ.
ເຈົ້າຈະດຳເນີນຊີວິດຢູ່ດ້ວຍດາບ
ແລະ ເຈົ້າຈະຮັບໃຊ້ນ້ອງຂອງເຈົ້າ.
ແຕ່ເມື່ອເຈົ້າທົນບໍ່ໄດ້,
ເຈົ້າຈະຖິ້ມແອກຂອງລາວອອກ
ຈາກຄໍຂອງເຈົ້າ”.