ແລ້ວອັບຣາຮາມກໍຫຍັບເຂົ້າໄປຫາພຣະອົງ ແລະ ເວົ້າວ່າ, “ພຣະອົງຈະກວາດລ້າງຄົນຊອບທຳໄປພ້ອມກັບຄົນຊົ່ວບໍ? ພຣະອົງຈະເຮັດຢ່າງໃດຖ້າຫາກວ່າມີຄົນຊອບທຳຫ້າສິບຄົນໃນເມືອງນັ້ນ? ພຣະອົງຈະກວາດລ້າງເມືອງນັ້ນແທ້ບໍ ແລະ ບໍ່ລະເວັ້ນສະຖານທີ່ນັ້ນເພື່ອເຫັນແກ່ຄົນຊອບທຳຫ້າສິບຄົນທີ່ຢູ່ໃນເມືອງນັ້ນບໍ?