1
ປະຖົມມະການ 13:15
ພຣະຄຳພີລາວສະບັບສະໄໝໃໝ່
LCV
ດິນແດນທັງໝົດທີ່ເຈົ້າເຫັນນີ້ເຮົາຈະມອບໃຫ້ແກ່ເຈົ້າ ແລະ ເຊື້ອສາຍຂອງເຈົ້າຕະຫລອດໄປ.
Confronta
Esplora ປະຖົມມະການ 13:15
2
ປະຖົມມະການ 13:14
ພຣະເຈົ້າຢາເວໄດ້ກ່າວແກ່ອັບຣາມຫລັງຈາກທີ່ໂລດໄດ້ແຍກທາງຈາກເພິ່ນວ່າ, “ຈົ່ງເບິ່ງໄປອ້ອມຮອບຈາກບ່ອນທີ່ເຈົ້າຢູ່, ເບິ່ງໄປທາງທິດເໜືອ ແລະ ທິດໃຕ້, ທິດຕາເວັນອອກ ແລະ ທິດຕາເວັນຕົກ.
Esplora ປະຖົມມະການ 13:14
3
ປະຖົມມະການ 13:16
ເຮົາຈະເຮັດໃຫ້ເຊື້ອສາຍຂອງເຈົ້າເປັນເໝືອນຂີ້ຝຸ່ນດິນເທິງແຜ່ນດິນໂລກ, ເພື່ອວ່າຖ້າຜູ້ໃດສາມາດນັບຂີ້ຝຸ່ນດິນໄດ້ ກໍສາມາດນັບເຊື້ອສາຍຂອງເຈົ້າໄດ້.
Esplora ປະຖົມມະການ 13:16
4
ປະຖົມມະການ 13:8
ດັ່ງນັ້ນ ອັບຣາມຈຶ່ງເວົ້າກັບໂລດວ່າ, “ຂໍຢ່າໃຫ້ມີການຜິດຖຽງກັນລະຫວ່າງເຈົ້າ ແລະ ຂ້ອຍ, ຫລື ລະຫວ່າງຄົນລ້ຽງສັດຂອງເຈົ້າ ແລະ ຄົນລ້ຽງສັດຂອງຂ້ອຍ, ເພາະພວກເຮົາເປັນພີ່ນ້ອງໃກ້ຊິດກັນ.
Esplora ປະຖົມມະການ 13:8
5
ປະຖົມມະການ 13:18
ດັ່ງນັ້ນ ອັບຣາມຈຶ່ງໄປອາໄສຢູ່ໃກ້ຕົ້ນໄມ້ໃຫຍ່ຂອງມຳເຣທີ່ເຮັບໂຣນ, ບ່ອນທີ່ເພິ່ນໄດ້ຕັ້ງເຕັນຂອງເພິ່ນຂຶ້ນ. ເພິ່ນໄດ້ສ້າງແທ່ນບູຊາແກ່ພຣະເຈົ້າຢາເວຢູ່ທີ່ນັ້ນ.
Esplora ປະຖົມມະການ 13:18
6
ປະຖົມມະການ 13:10
ໂລດເບິ່ງໄປອ້ອມຮອບ ແລະ ເຫັນວ່າທົ່ງພຽງຂອງຈໍແດນທັງໝົດໄປເຖິງເມືອງໂຊອານັ້ນມີນ້ຳອຸດົມສົມບູນດີ, ເໝືອນດັ່ງສວນຂອງພຣະເຈົ້າຢາເວ, ເໝືອນດັ່ງດິນແດນເອຢິບ. (ຂະນະນັ້ນພຣະເຈົ້າຢາເວຍັງບໍ່ທັນໄດ້ທຳລາຍເມືອງໂຊໂດມ ແລະ ເມືອງໂກໂມຣາ.)
Esplora ປະຖົມມະການ 13:10