ລະບຽບ^ພວກເລວີ 4
4
ເຄື່ອງຖວາຍລຶບລ້າງບາບໂດຍບໍ່ເຈດຕະນາ
1ພຣະເຈົ້າຢາເວໄດ້ສັ່ງໂມເຊ 2ໃຫ້ບອກຊາວອິດສະຣາເອນວ່າ ຜູ້ໃດຜູ້ໜຶ່ງທີ່ໄດ້ເຮັດບາບ ແລະຝ່າຝືນກົດບັນຍັດຂອງພຣະເຈົ້າຢາເວໂດຍບໍ່ຕັ້ງໃຈ ຕ້ອງໃຫ້ຜູ້ນັ້ນປະຕິບັດຕາມລະບຽບການດັ່ງຕໍ່ໄປນີ້:
3ຖ້າປະໂຣຫິດຜູ້ໄດ້ຮັບການເຈີມເຮັດບາບ ແລະໄດ້ນຳຄວາມຜິດມາສູ່ປະຊາຊົນ; ເພື່ອລຶບລ້າງບາບຂອງຕົນ ເພິ່ນຕ້ອງນຳງົວເຖິກໜຸ່ມໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິ ມາຖວາຍແກ່ພຣະເຈົ້າຢາເວ. 4ເພິ່ນຈະຕ້ອງນຳງົວເຖິກໂຕນັ້ນໄປທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າອົງພຣະຜູ້ເປັນເຈົ້າ, ໃຫ້ລາວວາງມືຂອງຕົນລົງເທິງຫົວສັດ ແລະຂ້າປາດຄໍມັນຢູ່ໃນທີ່ນັ້ນຕໍ່ໜ້າພຣະເຈົ້າຢາເວ. 5ແລ້ວປະໂຣຫິດຜູ້ໄດ້ຮັບການເຈີມກໍຈະເອົາເລືອດບາງສ່ວນຂອງງົວເຖິກໂຕນັ້ນ ຖືເຂົ້າໄປໃນຫໍເຕັນບ່ອນຊຸມນຸມ. 6ເມື່ອຈຸ່ມນິ້ວມືລົງໃນເລືອດແລ້ວ ເພິ່ນກໍຈະຊິດໃສ່ທາງໜ້າຜ້າກັ້ງສັກສິດເຈັດເທື່ອຕໍ່ໜ້າພຣະເຈົ້າຢາເວ. 7ແລ້ວເພິ່ນກໍຈະເອົາເລືອດບາງສ່ວນ ທາໃສ່ເຂົາຂອງແຈແທ່ນທີ່ໃຊ້ເຜົາເຄື່ອງຫອມຢູ່ໃນຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ. ສ່ວນເລືອດທີ່ເຫຼືອນັ້ນ ເພິ່ນຈະຖອກໃສ່ຕີນແທ່ນທີ່ໃຊ້ເຜົາຖວາຍບູຊາ ແທ່ນນີ້ຢູ່ໃກ້ປະຕູເຂົ້າຫໍເຕັນບ່ອນຊຸມນຸມ. 8ແລ້ວເພິ່ນກໍຈະເອົາໄຂມັນຂອງງົວທັງໝົດ, ໄຂມັນຂອງເຄື່ອງໃນ, 9ຂອງໝາກໄຂ່ຫລັງທັງສອງກັບໄຂມັນທີ່ຕິດຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບຈະເອົາອອກພ້ອມກັບໝາກໄຂ່ຫຼັງ. 10ປະໂຣຫິດຈະຕ້ອງເອົາໄຂມັນເຫຼົ່ານັ້ນ ເຜົາເທິງແທ່ນເປັນເຄື່ອງບູຊາດ້ວຍໄຟ ໂດຍໃຫ້ເຮັດຢ່າງດຽວກັນກັບໄຂມັນຂອງສັດທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ. 11ສ່ວນໜັງ, ຊີ້ນ, ຫົວ, ຂາ ແລະເຄື່ອງໃນໄສ້ພຸງນັ້ນ 12ໃຫ້ຫາມອອກໄປນອກຄ້າຍ ບ່ອນທີ່ທຳຄວາມສະອາດຄືບ່ອນຖິ້ມຂີ້ເຖົ່າ ແລ້ວໃຊ້ຟືນເຜົາສິ່ງເຫຼົ່ານັ້ນເສຍ.
13ຖ້າຊຸມຊົນອິດສະຣາເອນທັງໝົດເຮັດບາບ ແລະມີຄວາມຜິດໂດຍຝ່າຝືນລະບຽບການຂອງພຣະເຈົ້າຢາເວຂໍ້ໃດຂໍ້ໜຶ່ງໂດຍບໍ່ຕັ້ງໃຈ 14ແລະຕໍ່ມາ ເມື່ອບາບນັ້ນໄດ້ເປັນທີ່ຮູ້ຈັກກັນແລ້ວ ຊຸມຊົນອິດສະຣາເອນຈະຕ້ອງນຳງົວເຖິກໜຸ່ມໂຕໜຶ່ງ ມາຖວາຍເພື່ອເປັນການລຶບລ້າງບາບ. ພວກເຂົາຈະຕ້ອງນຳງົວນັ້ນມາຕໍ່ໜ້າຫໍເຕັນບ່ອນຊຸມນຸມ. 15ບັນດາຜູ້ນຳຂອງຊຸມຊົນອິດສະຣາເອນ ຈະຕ້ອງເອົາມືວາງລົງເທິງຫົວງົວຕໍ່ໜ້າພຣະເຈົ້າຢາເວ ແລະຂ້າປາດຄໍຢູ່ຕໍ່ໜ້າພຣະເຈົ້າຢາເວ. 16ປະໂຣຫິດຜູ້ໄດ້ຮັບການເຈີມຈະເອົາເລືອດບາງສ່ວນເຂົ້າໄປທາງໃນຫໍເຕັນບ່ອນຊຸມນຸມ; 17ເພິ່ນຈະໃຊ້ນິ້ວມືຈຸ່ມລົງໃນເລືອດ ແລະຊິດເລືອດນັ້ນໃສ່ທາງໜ້າຜ້າກັ້ງສັກສິດເຈັດເທື່ອຕໍ່ໜ້າພຣະເຈົ້າຢາເວ. 18ເພິ່ນຈະຕ້ອງເອົາເລືອດບາງສ່ວນ ທາໃສ່ເຂົາທັງຫລາຍຂອງແທ່ນທີ່ໃຊ້ເຜົາເຄື່ອງຫອມຢູ່ໃນຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ ແລະຖອກເລືອດທີ່ເຫຼືອນັ້ນໃສ່ຕີນແທ່ນທີ່ໃຊ້ເຜົາບູຊາ. ແທ່ນນີ້ຢູ່ທາງປະຕູເຂົ້າຂອງຫໍເຕັນບ່ອນຊຸມນຸມ. 19ແລ້ວປະໂຣຫິດຜູ້ໄດ້ຮັບການເຈີມກໍຈະເອົາໄຂມັນທັງໝົດອອກ ໄປເຜົາເທິງແທ່ນບູຊາ. 20ເພິ່ນຈະເຮັດຢ່າງດຽວກັນກັບງົວ ທີ່ຖວາຍເພື່ອລຶບລ້າງບາບຂອງຕົນ ແລະໂດຍພິທີນີ້ ເພິ່ນຈະຕ້ອງຖວາຍບູຊາລຶບລ້າງບາບແກ່ປະຊາຊົນ ແລະປະຊາຊົນກໍຈະຫລຸດພົ້ນຈາກບາບນັ້ນ. 21ຕໍ່ມາ ເພິ່ນຈະເອົາງົວທີ່ໄດ້ຄົວແລ້ວທັງໂຕນັ້ນ ຫາມອອກໄປເຜົານອກຄ້າຍ ເໝືອນດັ່ງເຜົາງົວທີ່ໄດ້ຖວາຍເພື່ອລຶບລ້າງບາບຂອງຕົນ. ອັນນີ້ແມ່ນການຖວາຍ ເພື່ອລຶບລ້າງບາບຂອງຊຸມຊົນ.
22ຖ້າຜູ້ປົກຄອງຜູ້ໜຶ່ງເຮັດບາບ ແລະມີຄວາມຜິດໂດຍຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງຕົນຂໍ້ໃດຂໍ້ໜຶ່ງໂດຍບໍ່ຕັ້ງໃຈ 23ຕໍ່ມາ ເມື່ອລາວຮູ້ວ່າສິ່ງທີ່ຕົນໄດ້ເຮັດໄປນັ້ນເປັນບາບ ລາວຈະຕ້ອງນຳແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍ. 24ລາວຈະຕ້ອງວາງມືລົງເທິງຫົວສັດ ແລະປາດຄໍສັດນັ້ນຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດຖວາຍບູຊາດ້ວຍໄຟຕໍ່ໜ້າພຣະເຈົ້າຢາເວ. 25ປະໂຣຫິດຈະຈຸ່ມນິ້ວມືລົງໃນເລືອດນັ້ນ ແລະທາມັນໃສ່ເຂົາຂອງແທ່ນທີ່ແຈຂອງແທ່ນບູຊາ ສ່ວນເລືອດທີ່ເຫຼືອ ໃຫ້ເພິ່ນຖອກໃສ່ຕີນແທ່ນນັ້ນ. 26ແລ້ວເພິ່ນກໍຈະເຜົາໄຂມັນທັງໝົດ ດັ່ງເຜົາໄຂມັນສັດທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ. ໃນທຳນອງນີ້ ປະໂຣຫິດຈະຖວາຍບູຊາເພື່ອລຶບລ້າງບາບຂອງຜູ້ປົກຄອງ ແລະຜູ້ປົກຄອງນັ້ນກໍຈະຫລຸດພົ້ນຈາກບາບນັ້ນ.
27 ຖ້າຄົນສາມັນທຳມະດາຜູ້ໜຶ່ງເຮັດບາບ ແລະມີຄວາມຜິດໂດຍຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວຂໍ້ໃດຂໍ້ໜຶ່ງໂດຍບໍ່ຕັ້ງໃຈ 28ຕໍ່ມາ ເມື່ອລາວຮູ້ວ່າສິ່ງທີ່ຕົນໄດ້ເຮັດໄປນັ້ນເປັນບາບ ລາວຈະຕ້ອງນຳແບ້ແມ່ໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍ. 29ລາວຈະຕ້ອງວາງມືລົງເທິງຫົວສັດ ແລະຂ້າປາດຄໍມັນຢູ່ທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດເຜົາຖວາຍບູຊາດ້ວຍໄຟ. 30ປະໂຣຫິດຈະຈຸ່ມນິ້ວມືລົງໃນເລືອດສັດ ແລະທາມັນໃສ່ຍອດແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອໃສ່ຕີນຂອງແທ່ນນັ້ນ. 31ແລ້ວເພິ່ນກໍຈະປາດເອົາໄຂມັນທັງໝົດຂອງສັດໂຕນັ້ນອອກ ດັ່ງປາດເອົາໄຂມັນຂອງສັດທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ ແລະເພິ່ນຈະຕ້ອງເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາ ໃຫ້ກິ່ນຫອມຫວນເປັນທີ່ພໍໃຈພຣະເຈົ້າຢາເວ. ໃນທຳນອງນີ້ ປະໂຣຫິດຈະຖວາຍບູຊາເພື່ອລຶບລ້າງບາບຂອງລາວ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.
32ຖ້າຊາຍຄົນໜຶ່ງນຳແກະມາຖວາຍເປັນພິທີລຶບລ້າງບາບ ຕ້ອງໃຫ້ເປັນແກະແມ່ທີ່ມີສຸຂະພາບດີແລະບໍ່ມີຕຳໜິ. 33ລາວຈະຕ້ອງວາງມືລົງເທິງຫົວສັດນັ້ນ ແລະຂ້າປາດຄໍມັນຢູ່ທາງດ້ານເໜືອຂອງແທ່ນບູຊາດ້ວຍໄຟ. 34ປະໂຣຫິດຈະຈຸ່ມນິ້ວມືລົງໃນເລືອດ ແລະທາມັນໃສ່ຍອດແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນຂອງແທ່ນນັ້ນ. 35ແລ້ວເພິ່ນກໍຈະປາດເອົາໄຂມັນທັງໝົດຂອງສັດໂຕນັ້ນອອກ ດັ່ງປາດເອົາໄຂມັນຂອງແກະທີ່ຂ້າຖວາຍເພື່ອຄວາມສາມັກຄີທຳ ແລະປະໂຣຫິດກໍຈະເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາດ້ວຍໄຟ ເປັນການຖວາຍອາຫານແກ່ພຣະເຈົ້າຢາເວ. ໃນທຳນອງນີ້ ປະໂຣຫິດຈະຖວາຍບູຊາລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ.
Nke Ahọpụtara Ugbu A:
ລະບຽບ^ພວກເລວີ 4: ພຄພ
Mee ka ọ bụrụ isi
Kesaa
Mapịa
Ịchọrọ ka echekwaara gị ihe ndị gasị ị mere ka ha pụta ìhè ná ngwaọrụ gị niile? Debanye aha gị ma ọ bụ mee mbanye
@ 2012 United Bible Societies. All Rights Reserved.